ເລື່ອງ​ພຣະ​ຄຳ​ພີ
ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ໂປ​ໂລ​ໄປ​ນະ​ຄອນ​ໂຣມ—ພຣະ​ຜູ້​ເປັນ​ເຈົ້າ​​ປະ​ທານ​ພອນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ


ກິດ​ຈະ​ການ 21–22; 26–28

ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ໂປ​ໂລ​ໄປ​ນະ​ຄອນ​ໂຣມ

ພຣະ​ຜູ້​ເປັນ​ເຈົ້າ​​ປະ​ທານ​ພອນ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ

ໂປ​ໂລ​ຖືກ​ຈັບ​ຢູ່​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ.

ພຣະ​ວິນ​ຍານ​ໄດ້​ບອກ​ໃຫ້​ໂປ​ໂລ​ໄປ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ຫລາຍ​ຄົນ​ຢູ່​ທີ່​ນັ້ນ​ບໍ່​ມັກ​ສິ່ງ​ທີ່​ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເຂົາ​ເຈົ້າ​ໄດ້​ຈັບ ແລະ ມັດ​ເພິ່ນ​ໄວ້​ດ້ວຍ​ໂສ້. ໂປ​ໂລ​ໄດ້​ບອກ​ທຸກ​ຄົນ​ກ່ຽວ​ກັບ​ເວ​ລາ​ທີ່​ເພິ່ນ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ຈາກ​ສະ​ຫວັນ, ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ, ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ກິດ​ຈະ​ການ 21:4, 12–13, 27–40; 22:1–16

ພຣະ​ເຢ​ຊູ​ປະ​ກົດ​ຕົວ​ຕໍ່​ໂປ​ໂລ​ຢູ່​ໃນ​ຄຸກ.

ໂປ​ໂລ​ໄດ້​ຖືກຂັງໄວ້ໃນຄຸກ. ໃນ​ຂະ​ນະ​ທີ່​ເພິ່ນ​ຢູ່​ທີ່​ນັ້ນ, ພຣະ​ເຢ​ຊູ​ໄດ້​ມາ​ປະ​ກົດ​ຕົວ ແລະ ໄດ້​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ.” ພຣະ​ອົງ​ໄດ້​ກ່າວ​ວ່າ​ໂປ​ໂລ​ຈະ​ຕ້ອງ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ອົງ​ຢູ່​ທີ່​ນະ​ຄອນ​ໂຣມ.

ກິດ​ຈະ​ການ 23:10–11

ໂປ​ໂລ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ໂປ​ໂລ​ໄດ້​ຖືກ​ພາ​ຕົວ​ໄປ​ຢູ່​ຕໍ່​ໜ້າ​ຜູ້​ປົກ​ຄອງ ແລະ ກະ​ສັດ. ເພິ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ກ້າ​ຫານ​ຕໍ່​ຜູ້​ປົກ​ຄອງ​ທີ່​ມີ​ອຳ​ນາດ​ເຫລົ່າ​ນີ້. ເພິ່ນ​ຢາກ​ໃຫ້​ທຸກ​ຄົນ​ເຊື່ອ​ໃນ​ພຣະ​ເຢ​ຊູ.

ກິດ​ຈະ​ການ 24:10–27; 25:6–8, 17–19; 26:1–29

ໂປ​ໂລ​ບອກ​ລູກ​ເຮືອ​ໃຫ້​ລໍ​ຖ້າ​ຈົນ​ກວ່າ​ສະ​ພາບ​ອາ​ກາດ​ຈະ​ດີ​ຂຶ້ນ.

ກະ​ສັດ​ໄດ້​ສົ່ງ​ໂປ​ໂລ​ໄປ​ນະ​ຄອນ​ໂຣມ​ເພື່ອ​ໃຫ້​ຖືກ​ພິ​ພາກ​ສາ​ໂດຍ​ກາຍ​ຊາ, ຜູ້ເປັນຈັກ​ກະ​ພັດ. ໂປ​ໂລ​ໄດ້​ເດີນ​ທາງ​ດ້ວຍ​ເຮືອ​ພ້ອມ​ກັນ​ກັບ​ນັກ​ໂທດ​ຄົນ​ອື່ນໆ, ໂດຍ​ໄດ້​ຢຸດ​ແວ່​ຕາມ​ຈຸດ​ຕ່າງໆ​ລະ​ຫວ່າງ​ທາງ. ເມື່ອ​ແວ່​ພັກ​ຢູ່​ທີ່​ຈຸດ​ໜຶ່ງ, ໂປ​ໂລ​ຮູ້​ຈັກ​ໄດ້​ວ່າ​ອີກ​ບໍ່​ດົນ​ລະ​ດູ​ໜາວ​ກໍ​ຈະ​ມາ​ຮອດ​ແລ້ວ. ຖ້າ​ຫາກ​ພວກ​ເຂົາ​ຍັງ​ສືບ​ຕໍ່​ເດີນ​ທາງ, ພວກ​ເຂົາ​ກໍ​ຈະ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ຢ່າງ​ໃຫຍ່​ຫລວງ. ເພິ່ນ​ໄດ້​ບອກ​ລູກ​ເຮືອ​ໃຫ້​ລໍ​ຖ້າ​ຈົນ​ກວ່າ​ສະ​ພາບ​ອາ​ກາດ​ຈະ​ດີ​ຂຶ້ນ.

ກິດ​ຈະ​ການ 27:1–10

ເຮືອ​ຕິດ​ຢູ່​ໃນ​ກາງ​ລົມ​ພະ​ຍຸ.

ບໍ່​ມີ​ໃຜ​ເຊື່ອ​ໂປ​ໂລ, ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ສືບ​ຕໍ່​ແລ່ນ​ເຮືອ. ໄດ້​ເກີດ​ມີ​ລົມ​ພະ​ຍຸ​ໃຫຍ່, ແລະ ເຮືອ​ກໍ​ຖືກ​ຄື້ນ​ທະ​ເລ​ພັດ​ໄປ​ມາ​ເປັນ​ເວ​ລາ​ຫລາຍ​ມື້. ພວກ​ເຂົາ​ບໍ່​ສາ​ມາດ​ເຫັນ​ຕາ​ເວັນ ຫລື ດວງ​ດາວ​ໄດ້​ເລີຍ. ພວກ​ເຂົາ​ໄດ້​ຄິດ​ວ່າ​ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ໃນ​ລົມ​ພະ​ຍຸ​ນັ້ນ​ແລ້ວ.

ກິດ​ຈະ​ການ 27:11–20

ທູດ​ອົງ​ໜຶ່ງ​ປະ​ກົດ​ຕົວ​ຕໍ່​ໂປ​ໂລ​ຢູ່​ເທິງ​ເຮືອ.

ໃນ​ຄືນ​ໜຶ່ງ, ທູດ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ໂປ​ໂລ ແລະ ໄດ້​ກ່າວ​ວ່າ, “ໂປ​ໂລ​ເອີຍ, ຢ່າ​ສູ່​ຢ້ານ.” ທູດ​ອົງ​ນັ້ນ​ໄດ້​ກ່າວ​ວ່າ ໂປ​ໂລ​ຈະ​ໄປ​ຮອດ​ນະ​ຄອນ​ໂຣມ, ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້. ພຣະ​ອົງ​ໄດ້​ກ່າວ​ວ່າ​ພຣະ​ເຈົ້າ​ຈະ​ປົກ​ປ້ອງ​ທຸກ​ຄົນ​ທີ່​ຢູ່​ເທິງ​ເຮືອ—ແລະ​ຈະ​ບໍ່​ມີ​ໃຜ​ຄົນ​ໃດ​ໃນ​ພວກ​ເຂົາ​ຈະ​ຕ້ອງ​ຕາຍ.

ກິດ​ຈະ​ການ 27:23–24

ໂປ​ໂລ​ບອກ​ຜູ້​ຄົນ​ຢູ່​ເທິງ​ເຮືອ​ກ່ຽວ​ກັບ​ທູດ​ອົງ​ນັ້ນ.

ໂປ​ໂລ​ໄດ້​ບອກ​ທຸກ​ຄົນ​ເຖິງ​ສິ່ງ​ທີ່​ທູດ​ອົງ​ນັ້ນ​ໄດ້​ກ່າວ​ໄວ້. “ຈົ່ງ​ຊື່ນ​ໃຈ​ເທາະ,” ໂປ​ໂລ​ໄດ້​ກ່າວ, “ເພາະ​ເຮົາ​ໄດ້​ວາງ​ໃຈ​ເຊື່ອ​ໃນ​ພຣະ​ເຈົ້າ.”

ກິດ​ຈະ​ການ 27:21–25

ໂປ​ໂລ ແລະ ຄົນ​ອື່ນໆ​ຢູ່​ເທິງ​ເກາະ​ຊື່​ວ່າ​ມັນ​ຕາ.

ຫລາຍ​ມື້​ຕໍ່​ມາ, ເຮືອ​ລຳ​ດັ່ງ​ກ່າວ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດ ແລະ ຈົມ​ລົງ. ແຕ່​ກໍ​ເປັນ​ດັ່ງ​ທີ່​ທູດ​ອົງ​ນັ້ນ​ໄດ້​ສັນ​ຍາ​ໄວ້, ບໍ່​ມີ​ໃຜ​ຢູ່​ເທິງ​ເຮືອ​ໄດ້​ເສຍ​ຊີ​ວິດ. ພວກ​ເຂົາ​ທັງ​ໝົດ​ໄດ້​ພາ​ກັນ​ລອຍ​ໄປ​ຫາ​ເກາະ​ທີ່​ມີ​ຊື່​ວ່າ​ມັນ​ຕາ.

ກິດ​ຈະ​ການ 27:40–44; 28:1

ຜູ້​ຄົນ​ຢູ່​ເກາະ​ມັນ​ຕາ​ຊ່ວຍ​ເຫລືອ​ໂປ​ໂລ ແລະ ຄົນ​ອື່ນໆ.

ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ເທິງ​ເກາະ​ມັນ​ຕາ​ໃຈ​ດີ​ກັບ​ໂປ​ໂລ ແລະ ຄົນ​ອື່ນໆ​ທີ່​ມາ​ຈາກ​ເຮືອ. ເຂົາ​ເຈົ້າ​ໄດ້​ກໍ່​ກອງ​ໄຟ​ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ​ຄວາມ​ອົບ​ອຸ່ນ.

ກິດ​ຈະ​ການ 28:2

ໂປ​ໂລ​ຖືກ​ງູ​ກັດ, ແຕ່​ວ່າ​ເພິ່ນ​ບໍ່​ໄດ້​ຮັບ​ບາດ​ເຈັບ.

ທັນ​ໃດ​ນັ້ນ, ໄດ້​ມີ​ງູ​ໂຕ​ໜຶ່ງ​ອອກ​ມາ​ຈາກ​ກອງ​ໄຟ ແລະ ກັດ​ທີ່​ມື​ຂອງ​ໂປ​ໂລ. ແຕ່​ວ່າ​ໂປ​ໂລ​ບໍ່​ໄດ້​ຮັບ​ບາດ​ເຈັບ. ເພິ່ນ​ພຽງ​ແຕ່​ສັ່ນ​ໃຫ້​ງູ​ໂຕ​ນັ້ນ​ຕົກ​ອອກ. ຜູ້​ຄົນ​ຕ່າງ​ກໍ​ພາ​ກັນ​ປະ​ຫລາດ​ໃຈ!

ກິດ​ຈະ​ການ 28:3–6

ໂປ​ໂລ​ໃຫ້​ພອນ​ແກ່​ພໍ່​ຂອງ​ປົບ​ລີ​ໂອ.

ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ປົບ​ລີ​ໂອ​ໄດ້​ໃຫ້​ໂປ​ໂລ​ມາ​ພັກ​ຢູ່​ທີ່​ບ້ານ​ຂອງ​ລາວ. ພໍ່​ຂອງ​ປົບ​ລີ​ໂອ​ໄດ້​ປ່ວຍ​ໜັກ. ໂປ​ໂລ​ໄດ້​ວາງ​ມື​ໃສ່​ເພິ່ນ ແລະ ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເພື່ອ​ປິ່ນ​ປົວ​ເພິ່ນ.

ກິດ​ຈະ​ການ 28:7–8

ໂປ​ໂລ​ມາ​ຮອດ​ນະ​ຄອນ​ໂຣມ.

ໂປ​ໂລ​ໄດ້​ຢູ່​ທີ່​ເກາະ​ມັນ​ຕາ​ເປັນ​ເວ​ລາ​ສາມ​ເດືອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ, ໃຫ້​ພອນ ແລະ ປິ່ນ​ປົວ​ຜູ້​ຄົນ​ທີ່​ເຈັບ​ປ່ວຍ. ຈາກ​ນັ້ນ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ໂປ​ໂລ​ໄດ້​ເດີນ​ທາງ​ໄປ​ທີ່​ນະ​ຄອນ​ໂຣມ.

ກິດ​ຈະ​ກາ 28:9–16

ໂປ​ໂລ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ຂະ​ນະ​ທີ່​ເປັນ​ນັກ​ໂທດ.

ໂປ​ໂລ​ຍັງ​ເປັນ​ນັກ​ໂທດ​ໃນ​ຂະ​ນະ​ທີ່​ເພິ່ນ​ຢູ່​ທີ່​ນະ​ຄອນ​ໂຣມ. ແຕ່​ວ່າ​ທະ​ຫານ​ຍາມ​ໄດ້​ອະ​ນຸ​ຍາດ​ໃຫ້​ຜູ້​ຄົນ​ມາ​ຢ້ຽມ​ຢາມ​ເພິ່ນ​ໄດ້. ໂປ​ໂລ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ຜູ້​ຄົນ​ທີ່​ຢາກ​ຟັງ. ເພິ່ນ​ຍັງ​ໄດ້​ຂຽນ​ຈົດ​ໝາຍ ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​​ທີ່​ຢູ່​ໃນ​ຫລາຍ​ບ່ອນ​ນຳ​ອີກ. ຈົດ​ໝາຍ, ຫລື ສານ​ຈຳ​ນວນ​ໜຶ່ງ​ເຫລົ່າ​ນີ້, ແມ່ນ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່.

ກິດ​ຈະ​ການ 28:16–31