ເລື່ອງ​ພຣະ​ຄຳ​ພີ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ກຳ​ເນີດ​ແລ້ວ—ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄດ້​ສຳ​ເລັດ​ແລ້ວ


ລູ​ກາ 2; ມັດ​ທາຍ 2:1–15

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ກຳ​ເນີດ​ແລ້ວ

ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄດ້​ສຳ​ເລັດ​ແລ້ວ

ໂຢ​ເຊັບ ແລະ ນາງ​ມາ​ຣີ​ກຳ​ລັງ​ເດີນ​ທາງ​ໄປ​ຍັງ​ເມືອງ​ເບັດ​ເລ​ເຮັມ.

ໂຢ​ເຊັບ ແລະ ນາງ​ມາ​ຣີ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ນາ​ຊາ​ເຣັດ. ນາງ​ມາ​ຣີ​ໃກ້​ຈະ​ເກີດ​ລູກ​ແລ້ວ. ທຸກ​ຄົນ​ຕ້ອງ​ໄປ​ທີ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ເພື່ອ​ຈົດ​ທະ​ບຽນ​ສຳ​ມະ​ໂນ​ຄົວ. ນີ້​ກໍ​ໝາຍ​ຄວາມ​ວ່າ ໂຢ​ເຊັບ ແລະ ນາງ​ມາ​ຣີ​ຕ້ອງ​ໄປ​ຍັງ​ເມືອງ​ເບັດ​ເລ​ເຮັມ, ບ້ານ​ເກີດ​ຂອງ​ໂຢ​ເຊັບ. ພວກ​ເພິ່ນ​ຕ້ອງ​ເດີນ​ທາງ​ຍາວ​ໄກ​ເພື່ອ​ຈະ​ໄປ​ເຖິງ​ທີ່​ນັ້ນ.

ລູ​ກາ 2:1–5

ນາງ​ມາ​ຣີ ແລະ ໂຢ​ເຊັບ​ໃນ​ເບັດ​ເລ​ເຮັມ.

ການ​ເດີນ​ທາງ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ນາງ​ມາ​ຣີ. ຍ້ອນ​ວ່າ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ມາ​ທີ່​ເມືອງ​ເບັດ​ລາ​ເຮັມ, ນາງ​ມາ​ຣີ ແລະ ໂຢ​ເຊັບ​ຫາ​ທີ່​ພັກ​ບໍ່​ໄດ້​ເພື່ອ​ໃຫ້​ນາງ​ມາ​ຣີ​ເກີດ​ລູກ​ຂອງ​ນາງ.

ລູ​ກາ 2:6–7

ນາງ​ມາ​ຣີ ແລະ ໂຢ​ເຊັບ​ກຳ​ລັງ​ອູ້ມ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ.

ພວກ​ເພິ່ນ​ໄດ້​ພົບ​ທີ່​ພັກ ທີ່​ຕາມ​ປົກ​ກະ​ຕິ​ແລ້ວ​ເປັນ​ບ່ອນ​ພັກ​ຂອງ​ສັດ. ໃນ​ສະ​ຖານ​ທີ່​ຕ່ຳ​ຕ້ອຍ​ນີ້, ພຣະ​ເຢ​ຊູ​ໄດ້​ກຳ​ເນີດ. ນາງ​ມາ​ຣີ ແລະ ໂຢ​ເຊັບ​ຮັກ ແລະ ດູ​ແລ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ. ພວກ​ເພິ່ນ​ໄດ້​ເອົາ​ຜ້າມາ​ພັນ​ພຣະ​ອົງ​ເພື່ອ​ຊ່ວຍ​ໃຫ້​ພຣະ​ອົງ​ອົບ​ອຸ່ນ ແລະ ສະ​ບາຍ​ຕົວ. ພວກ​ເພິ່ນ​ໄດ້​ວາງ​ພຣະ​ອົງ​ໃຫ້​ນອນ​ຢູ່​ໃນ​ຮາງ​ຫຍ້າ, ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ໃຊ້​ເປັນ​ບ່ອນ​ເກືອ​ສັດ.

ລູ​ກາ 2:6–7

ທູດ​ສະ​ຫວັນ​ກຳ​ລັງ​ປະ​ກົດ​ແກ່​ກຸ່ມ​ຄົນ​ລ້ຽງ​ແກະ.

ຢູ່​ໃກ້ໆ​ນັ້ນ, ກຸ່ມ​ຄົນ​ລ້ຽງ​ແກະ​ກຳ​ລັງ​ນອນ​ເຝົ້າ​ຝູງ​ແກະ​ຂອງ​ພວກ​ເຂົາ​ໃນ​ເວ​ລາ​ກາງ​ຄືນ. ໃນ​ທັນ​ໃດ​ນັ້ນ, ແສງ​ສະ​ຫວ່າງ​ທີ່​ເຈີດ​ຈ້າ ກໍ​ສ່ອງ​ແຈ້ງ​ອ້ອມ​ຮອບ​ພວກ​ເຂົາ, ແລະ ທູດ​ສະ​ຫວັນ​ອົງ​ໜຶ່ງ​ກໍ​ໄດ້​ມາ​ປະ​ກົດ. ກຸ່ມ​ຄົນ​ລ້ຽງ​ແກະ​ກໍ​ຢ້ານ​ກົວ.

ທູດ​ສະ​ຫວັນ​ກຳ​ລັງ​ບອກ​ກຸ່ມ​ຄົນ​ລ້ຽງ​ແກະ​ວ່າ ພຣະ​ເຢ​ຊູ​ໄດ້​ກຳ​ເນີດ​ແລ້ວ.

ທູດ​ສະ​ຫວັນ​ໄດ້​ບອກ​ພວກ​ເຂົາ​ວ່າ ຢ່າ​ຢ້ານ​ເລີຍ, ເພາະ​ເພິ່ນ​ມີ​ຂ່າວ​ດີ​ປະ​ເສີດ​ມາ​ບອກ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກຳ​ເນີດ​ແລ້ວ​ໃນ​ເມືອງ​ເບັດ​ເລ​ເຮັມ, ແລະ ວ່າ​ພວກ​ເຂົາ​ສາ​ມາດ​ພົບ​ພຣະ​ອົງ​ນອນ​ຢູ່​ໃນ​ຮາງ​ຫຍ້າ. ແລ້ວ​ເຫລົ່າ​ທູດ​ອີກ​ຫລາຍ​ອົງ​ກໍ​ໄດ້​ມາ, ກ່າວ​ວ່າ, “ພຣະ​ລັດ​ສະ​ໝີ​ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ໃນ​ສະ​ຫວັນ​ທີ່​ສູງ​ສຸດ ແລະ ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ​ແກ່​ມະ​ນຸດ​ທັງ​ປວງ.”

ລູ​ກາ 2:10–15

ກຸ່ມ​ຄົນ​ລ້ຽງ​ແກະ​ກຳ​ລັງ​ທັກ​ທາຍ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ.

ກຸ່ມ​ຄົນ​ລ້ຽງ​ແກະ​ໄດ້​ພາ​ກັນ​ຮີບ​ໄປ​ເມືອງ​ເບັດ​ເລ​ເຮັມ ແລະ ໄດ້​ພົບ​ເຫັນ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ, ດັ່ງ​ທີ່​ທູດ​ສະ​ຫວັນ​ອົງ​ນັ້ນ​ໄດ້​ກ່າວ​ໄວ້. ພວກ​ເຂົາ​ໄດ້​ບອກ​ຜູ້​ຄົນ​ກ່ຽວ​ກັບ​ສິ່ງ​ອັດ​ສະ​ຈັນ​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ. ພວກ​ເຂົາ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ເດັກ​ນ້ອຍ​ທີ່​ພິ​ເສດ.

ລູ​ກາ 2:16–17

ຊີ​ເມ​ໂອນ​ກຳ​ລັງ​ອູ້ມ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ.

ນາງ​ມາ​ຣີ ແລະ ໂຢ​ເຊັບ​ໄດ້​ນຳ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ​ໄປ​ທີ່​ພຣະ​ວິ​ຫານ​ເພື່ອ​ຖວາຍ​ພຣະ​ອົງ​ແກ່​ພຣະ​ເຈົ້າ. ຢູ່​ທີ່​ນັ້ນ ພວກ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊີ​ເມ​ໂອນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບອກ​ຊີ​ເມ​ໂອນ​ວ່າ ເພິ່ນ​ຈະ​ໄດ້​ພົບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່ອນ​ເພິ່ນ​ຕາຍ. ເພິ່ນ​ໄດ້​ອູ້ມ​ພຣະ​ກຸມ​ມານ​ນ້ອຍ ແລະ ໄດ້​ເວົ້າ​ວ່າ ພຣະ​ເຢ​ຊູ​ຈະ​ໂຜດ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ໃຫ້​ລອດ. ໂຈ​ເຊັບ ແລະ ນາງ​ມາ​ຣີ​ກໍ​ປະ​ຫລາດ​ໃຈ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ.

ລູ​ກາ 2:22–35

ນາງ​ອາ​ນາ​ກຳ​ລັງ​ພົບ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ.

ຢູ່​ທີ່​ພຣະ​ວິ​ຫານ​ຍັງ​ມີ​ອີກ​ຄົນ​ໜຶ່ງ​ຊື່​ວ່າ​ອາ​ນາ. ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ​ຫລາຍ​ປີ​ກ່ອນ. ບັດ​ນີ້ ນາງ​ອາ​ນາ​ໄດ້​ໃຊ້​ເວ​ລາ​ທັງ​ໝົດ​ຂອງ​ນາງ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ. ນາງ​ໄດ້​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ໂອ​ກາດ​ທີ່​ໄດ້​ພົບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເມື່ອ​ໃດ​ກໍ​ຕາມ​ທີ່​ນາງ​ໄດ້​ພົບ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຄອຍ​ຖ້າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ນາງ​ກໍ​ບອກ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຢ​ຊູ.

ລູ​ກາ 2:36–38

ພວກ​ໂຫ​ລາ​ຈານ​ກຳ​ລັງ​ເຫັນ​ດາວ​ດວງ​ໃໝ່​ປະ​ກົດ​ຂຶ້ນ​ໃນ​ທ້ອງ​ຟ້າ.

ເມື່ອ​ພຣະ​ເຢ​ຊູ​ໄດ້​ມາ​ກຳ​ເນີດ, ພວກ​ໂຫ​ລາ​ຈານ​ໃນ​ແຜ່ນ​ດິນ​ອື່ນ​ອີກ​ກໍ​ໄດ້​ເຫັນ​ດາວ​ດວງ​ໃໝ່. ພວກ​ເພິ່ນ​ກໍ​ໄດ້​ຮູ້​ວ່າ ນັ້ນ​ໝາຍ​ຄວາມ​ວ່າ ເດັກ​ນ້ອຍ​ທີ່​ພິ​ເສດ​ໄດ້​ມາ​ກຳ​ເນີດ ຜູ້​ທີ່​ຈະ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ພວກ​ເພິ່ນ​ໄດ້​ເລີ່ມ​ການ​ເດີນ​ທາງ​ທີ່​ຍາວ​ໄກ​ເພື່ອ​ຢ້ຽມ​ຢາມ​ເດັກ​ນ້ອຍ​ຄົນ​ນີ້ ແລະ ນະ​ມັດ​ສະ​ການ​ພຣະ​ອົງ. ພວກ​ເພິ່ນ​ຢາກ​ນຳ​ຂອງ​ຂວັນ​ມາ​ໃຫ້​ພຣະ​ອົງ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ເພິ່ນ​ທີ່​ມີ​ຕໍ່​ພຣະ​ອົງ.

ມັດ​ທາຍ 2:1–7; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ໝາຍ​ເຫດ, 2

ພວກ​ໂຫ​ລາ​ຈານ​ກຳ​ລັງ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ.

ຫລັງ​ຈາກ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ດົນ​ນານ, ພວກ​ໂຫ​ລາ​ຈານ​ກໍ​ໄດ້​ມາ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ພວກ​ເພິ່ນ​ໄດ້​ເວົ້າ​ວ່າ ກະ​ສັດ​ອົງ​ໃໝ່​ຂອງ​ຊາວ​ຢິວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ກຳ​ເນີດ​ແລ້ວ, ແລະ ພວກ​ເພິ່ນ​ກໍ​ໄດ້​ມາ​ນະ​ມັດ​ສະ​ການ​ພຣະ​ອົງ. ພວກ​ເພິ່ນ​ໄດ້​ຖາມ​ວ່າ​ພວກ​ເພິ່ນ​ຈະ​ພົບ​ເຫັນ​ກະ​ສັດ​ອົງ​ໃໝ່​ຢູ່​ໃສ.

ມັດ​ທາຍ 2:1–2

ເຮ​ໂຣດ​ກຳ​ລັງ​ບອກ​ລູກ​ນ້ອງ​ຂອງ​ຕົນ​ໃຫ້​ໄປ​ຊອກ​ຫາ​ກະ​ສັດ​ອົງ​ໃໝ່.

ກະ​ສັດ​ອົງ​ໜຶ່ງ​ຊື່ ເຮ​ໂຣດ ໄດ້​ຍິນ​ວ່າ​ພວກ​ໂຫ​ລາ​ຈານ​ກຳ​ລັງ​ຊອກ​ຫາ​ກະ​ສັດ​ອົງ​ໃໝ່. ເພິ່ນ​ໄດ້​ເກີດ​ຄວາມ​ກັງ​ວົນ. ພວກ​ປະ​ໂລ​ຫິດ ແລະ ພວກ​ທຳ​ມະ​ຈານ​ຂອງ​ເພິ່ນ​ໄດ້​ບອກ​ເພິ່ນ​ວ່າ ພຣະ​ຄຳ​ພີ​ໄດ້​ກ່າວ​ໄວ້​ວ່າ ກະ​ສັດ​ອົງ​ໃໝ່​ຈະ​ມາ​ກຳ​ເນີດ​ໃນ​ເມືອງ​ເບັດ​ເລ​ເຮັມ. ເຮ​ໂຣດ​ໄດ້​ບອກ​ພວກ​ໂຫ​ລາ​ຈານ​ໃຫ້​ໄປ​ຊອກ​ຫາ​ໃນ​ເມືອງ​ເບັດ​ເລ​ເຮັມ ແລ້ວ​ໃຫ້​ກັບ​ມາ ແລະ ບອກ​ເພິ່ນ​ເມື່ອ​ພວກ​ເພິ່ນ​ໄດ້​ພົບ​ເຫັນ​ເຫັນ​ກະ​ສັດ​ອົງ​ໃໝ່​ແລ້ວ.

ມັດ​ທາຍ 2:3–8

ພວກ​ໂຫ​ລາ​ຈານ​ກຳ​ລັງ​ນະ​ມັດ​ສະ​ການ​ພຣະ​ກຸມ​ມານ​ນ້ອຍ​ເຢ​ຊູ.

ພວກ​ໂຫ​ລາ​ຈານ​ໄດ້​ມາ​ທີ່​ເມືອງ​ເບັດ​ເລ​ເຮັມ. ພວກ​ເພິ່ນ​ໄດ້​ຕິດ​ຕາມ​ດາວ​ດວງ​ນັ້ນ, ຊຶ່ງ​ໄດ້​ນຳ​ພາ​ພວກ​ເພິ່ນ​ມາ​ຫາ​ພຣະ​ເຢ​ຊູ. ເມື່ອ​ພວກ​ເພິ່ນ​ໄດ້​ພົບ​ເຫັນ​ພຣະ​ອົງ ແລະ ນາງ​ມາ​ຣີ ແລະ ໂຢ​ເຊັບ, ພວກ​ເພິ່ນ​ກໍ​ໄດ້​ມອບ​ຂອງ​ຂວັນ​ພິ​ເສດ​ສາມ​ຢ່າງ​ໃຫ້​ພຣະ​ເຢ​ຊູ ແລະ ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ. ພຣະ​ເຈົ້າ​ໄດ້​ເຕືອນ​ພວກ​ເພິ່ນ​ວ່າ​ບໍ່​ໃຫ້​ກັບ​ຄືນ​ໄປ​ຫາ​ເຮ​ໂຣດ, ສະ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ໄດ້​ກັບ​ຄືນ​ເມືອ​ບ້ານ​ຕາມ​ທາງ​ອື່ນ.

ມັດ​ທາຍ 2:9–12

ທູດ​ສະ​ຫວັນ​ອົງ​ໜຶ່ງ​ກຳ​ລັງ​ບອກ​ໂຢ​ເຊັບ​ວ່າ ເພິ່ນ​ຕ້ອງ​ພາ​ຄອບ​ຄົວ​ຂອງ​ເພິ່ນ​ໜີ​ໄປ​ປະ​ເທດ​ເອ​ຢິບ.

ຫລັງ​ຈາກ​ພວກ​ໂຫ​ລາ​ຈານ​ໄດ້​ໜີ​ໄປ​ແລ້ວ, ໂຈ​ເຊັບ​ໄດ້​ຝັນ. ໃນ​ຄວາມ​ຝັນ​ນັ້ນ, ທູດ​ສະ​ຫວັນ​ໄດ້​ບອກ​ໂຢ​ເຊັບ​ວ່າ ເຮ​ໂຣດ​ໃຈ​ຮ້າຍ. ໂຈ​ເຊັບ​ຈຳ​ເປັນ​ຕ້ອງ​ພາ​ນາງ​ມາ​ຣີ ແລະ ພຣະ​ເຢ​ຊູ​ໄປ​ປະ​ເທດ​ເອ​ຢິບ​ເພື່ອ​ຮັກ​ສາ​ພວກ​ເພິ່ນ​ໃຫ້​ປອດ​ໄພ.

ມັດ​ທາຍ 2:13

ໂຢ​ເຊັບ, ມາ​ຣີ, ແລະ ພຣະ​ເຢ​ຊູ​ໜີ​ໄປ​ປະ​ເທດ​ເອ​ຢິບ.

ໂຢ​ເຊັບ​ໄດ້​ລຸກ​ຂຶ້ນ​ທັນ​ທີ. ເພິ່ນ​ໄດ້​ໜີ​ໄປ​ປະ​ເທດ​ເອ​ຢິບ​ກັບ​ນາງ​ມາ​ຣີ ແລະ ພຣະ​ເຢ​ຊູ​ໃນ​ຂະ​ນະ​ທີ່​ຍັງ​ມືດ​ຢູ່.

ມັດ​ທາຍ 2:14

ໂຢ​ເຊັບ, ມາ​ຣີ, ແລະ ພຣະ​ເຢ​ຊູ​ຢູ່​ທີ່​ບ້ານ.

ມາ​ຣີ, ໂຢ​ເຊັບ, ແລະ ພຣະ​ເຢ​ຊູ​ໄດ້​ອາ​ໄສ​ຢູ່​ໃນ​ເອ​ຢິບ​ຈົນ​ກວ່າ​ທູດສະ​ຫວັນ​ໄດ້​ບອກ​ພວກ​ເພິ່ນ​ວ່າ ເຮ​ໂຣດ​ໄດ້​ເສຍ​ຊີ​ວິດ​ແລ້ວ ແລະ ມັນ​ປອດ​ໄພ​ແລ້ວ​ທີ່​ຈະ​ກັບ​ບ້ານ. ແລ້ວ​ພວກ​ເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ອາ​ໄສ​ຢູ່​ໃນ​ເມືອງ​ນາ​ຊາ​ເຣັດ.

ມັດ​ທາຍ 2:15, 19–23