ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ—ການ​ເປັນ​ຕົວ​ຢ່າງ​ຂອງ​ການ​ເຊື່ອ​ຟັງ​ພຣະ​ເຈົ້າ


ມັດ​ທາຍ 3

ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ

ການ​ເປັນ​ຕົວ​ຢ່າງ​ຂອງ​ການ​ເຊື່ອ​ຟັງ​ພຣະ​ເຈົ້າ

ຮູບ​ປະ​ກອບ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

ພຣະ​ເຈົ້າ​ໄດ້​ເອີ້ນ​ໂຢ​ຮັນ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໂຢ​ຮັນ​ໄດ້​ສິດ​ສອນ​ຜູ້​ຄົນ​ໃຫ້​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ. ຜູ້​ຄົນ​ໄດ້​ເອີ້ນ​ເພິ່ນ​ວ່າ ໂຢ​ຮັນ​ບັບ​ຕິ​ສະ​ໂຕ.

ມັດ​ທາຍ 3:1–12

ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ຫາ​ໂຢ​ຮັນ​ເພື່ອ​ຮັບ​ບັບ​ຕິ​ສະ​ມາ.

ໂຢ​ຮັນ​ເປັນ​ຄູ​ສອນ​ທີ່ມີ​ພະ​ລັງ. ຫລາຍ​ຄົນ​ໄດ້​ມາ​ຟັງ​ເພິ່ນ ແລະ ຮັບ​ບັບ​ຕິ​ສະ​ມາ. ມື້​ໜຶ່ງ, ພຣະ​ເຢ​ຊູ​ກໍ​ໄດ້​ສະ​ເດັດ​ມາ​ເພື່ອ​ຮັບ​ບັບ​ຕິ​ສະ​ມາ.

ມັດ​ທາຍ 3:5, 13

ພຣະ​ເຢ​ຊູ ແລະ ໂຢ​ຮັນ​ກຳ​ລັງ​ເວົ້າ​ລົມ​ກັນ.

ໂຢ​ຮັນ​ຮູ້​ວ່າ ພຣະ​ເຢ​ຊູ​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ​ສະ​ເໝີ. ພຣະ​ອົງ​ບໍ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ. ໂຢ​ຮັນ​ບໍ່​ໄດ້​ຄິດ​ວ່າ​ເພິ່ນ​ຄວນ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ. ໂຢ​ຮັນ​ໄດ້​ຄິດ​ວ່າ​ພຣະ​ເຢ​ຊູ​ຄວນ​ໃຫ້​ບັບ​ຕິ​ສະ​ມາ​ເພິ່ນ!

ມັດ​ທາຍ 3:14

ໂຢ​ຮັນ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ພຣະ​ອົງ​ກໍ​ຍັງ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ​ເຊັ່ນ​ກັນ. ພຣະ​ອົງ​ຢາກ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ທັງ​ໝົດ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ. ພຣະ​ອົງ​ຍັງ​ຢາກ​ເປັນ​ຕົວ​ຢ່າງ​ໃຫ້​ກັບ​ເຮົາ​ເຊັ່ນ​ກັນ. ໂຢ​ຮັນ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ອົງ.

ມັດ​ທາຍ 3:13–15; 2 ນີ​ໄຟ 31:5–7

ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ເດັດ​ລົງ​ມາ.

ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ຂຶ້ນ​ມາ​ຈາກ​ນ້ຳ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ປະ​ທັບ​ຢູ່​ເທິງ​ພຣະ​ອົງ​ໃນ​ຮູບ​ລັກ​ສະ​ນະ​ນົກ​ເຂົາ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ກ່າວ​ຈາກ​ຟ້າ​ສະ​ຫວັນ, ໂດຍ​ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ.” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ພໍ​ພຣະ​ໄທ​ຫລາຍ​ກັບ​ພຣະ​ເຢ​ຊູ.

ມັດ​ທາຍ 3:16–17