ເລື່ອງ​ພຣະ​ຄຳ​ພີ
ການ​ຍ່າງ​ເທິງ​ໜ້າ​ນໍ້າ—ສັດ​ທາ​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ


ມັດ​ທາຍ 14:22–33

ການ​ຍ່າງ​ເທິງ​ໜ້າ​ນໍ້າ

ສັດ​ທາ​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ

ພຣະ​ເຢ​ຊູ​ກຳ​ລັງ​ຫລຽວ​ເບິ່ງ​ເຮືອ​ຢູ່​ທະ​ເລ​ຄາ​ລີ​ເລ.

ພຣະ​ເຢ​ຊູ​ຢາກ​ມີ​ເວ​ລາ​ຢູ່​ຕາມ​ລຳ​ພັງ​ເພື່ອ​ອະ​ທິ​ຖານ. ພຣະ​ອົງ​ໄດ້​ສົ່ງ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄປ​ໃນ​ເຮືອ ເພື່ອ​ໄປ​ອີກ​ຝັ່ງ​ທະ​ເລ​ຄາ​ລີ​ເລ. ພຣະ​ເຢ​ຊູ​ໄດ້​ຂຶ້ນ​ໄປ​ອະ​ທິ​ຖານ​ຢູ່​ເທິງ​ພູ.

ມັດ​ທາຍ 14:22–23

ພວກ​ອັກ​ຄະ​ສາ​ວົກ​ໄດ້​ຕິດ​ຢູ່​ໃນ​ກາງ​ພະ​ຍຸ.

ຄືນ​ນັ້ນ, ລົມ​ກໍ​ແຮງ, ແລະ ຄື້ນ​ກໍ​ໃຫຍ່​ສູງ. ພວກ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໄດ້​ເຮັດ​ວຽກ​ໜັກ​ໝົດ​ທັງ​ຄືນ ເພື່ອ​ພະ​ຍາ​ຍາມ​ຈະ​ເອົາ​ເຮືອ​ໄປ​ອີກ​ຝັ່ງ​ຂອງ​ທະ​ເລ.

ມັດ​ທາຍ 14:24–25

ພວກ​ອັກ​ຄະ​ສາ​ວົກ​ເຫັນ​ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ພວກ​ເພິ່ນ.

ເມື່ອ​ກາງ​ຄືນ​ຂ້ອນ​ຈະ​ແຈ້ງ​ແລ້ວ, ພວກ​ສາ​ນຸ​ສິດ​ກໍ​ໄດ້​ເຫັນ​ໃຜ​ບາງ​ຄົນ​ກຳ​ລັງ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ພວກ​ເພິ່ນ. ພວກ​ເພິ່ນ​ກໍ​ຄິດ​ວ່າ​ນັ້ນ​ແມ່ນ​ຜີ, ແລະ ພວກ​ເພິ່ນ​ກໍ​ຢ້ານ​ກົວ. ນັ້ນ​ບໍ່​ແມ່ນ​ຜີ; ນັ້ນ​ແມ່ນ​ພຣະ​ເຢ​ຊູ! ພຣະ​ອົງ​ໄດ້​ເອີ້ນ​ຫາ​ພວກ​ເພິ່ນ​ວ່າ, “ຈົ່ງ​ດີ​ໃຈ​ເຖີດ, ແມ່ນ​ເຮົາ​ເອງ; ຢ່າ​ສູ່​ຢ້ານ.

ມັດ​ທາຍ 14:25–27

ພຣະ​ເຢ​ຊູ​ເຊື້ອ​ເຊີນ​ເປ​ໂຕ​ໃຫ້​ໄປ​ຫາ​ພຣະ​ອົງ​ຢູ່​ເທິງ​ໜ້າ​ນ້ຳ.

ເປ​ໂຕ​ໄດ້​ຂໍ​ໃຫ້​ພຣະ​ເຢ​ຊູ​ເຊື້ອ​ເຊີນ​ເພິ່ນ​ໃຫ້​ໄປ​ຫາ​ພຣະ​ອົງ​ຢູ່​ເທິງ​ໜ້າ​ນ້ຳ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ມາ​ແມ!” ເປ​ໂຕ​ກໍ​ໄດ້​ອອກ​ຈາກ​ເຮືອ ແລະ ເລີ່ມ​ຍ່າງ​ຢູ່​ເທິງ​ໜ້າ​ນໍ້າ, ເໝືອນ​ດັ່ງ​ພຣະ​ເຢ​ຊູ!

ມັດ​ທາຍ 14:28–29

ເປ​ໂຕ​ເລີ່ມ​ຢ້ານ​ກົວ ແລະ ເລີ່ມ​ຈະ​ຈົມ​ລົງ​ນ້ຳ.

ແຕ່​ເມື່ອ​ເປ​ໂຕ​ໄດ້​ເຫັນ​ລົມ​ພັດ​ແຮງ ແລະ ຄື້ນ​ທີ່​ໃຫຍ່​ສູງ, ເພິ່ນ​ກໍ​ຢ້ານ​ກົວ. ເພິ່ນ​ໄດ້​ເລີ່ມ​ຈະ​ຈົມ​ລົງ​ໃນ​ນ້ຳ. ເພິ່ນ​ໄດ້​ຮ້ອງ​ອອກ​ຫາ​ພຣະ​ເຢ​ຊູ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ ຊ່ວຍ​ຂ້າ​ນ້ອຍ​ແດ່​ທ້ອນ.”

ມັດ​ທາຍ 14:30

ພຣະ​ເຢ​ຊູ​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ເປ​ໂຕ.

ພຣະ​ເຢ​ຊູ​ໄດ້​ເດ່​ພຣະ​ຫັດ​ອອກ​ໄປ ແລະ ຈັບ​ເອົາ​ເປ​ໂຕ​ໄວ້. ພຣະ​ອົງ​ໄດ້​ຖາມ​ເປ​ໂຕ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ສົງ​ໄສ​ແທນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຫລາຍ​ຂຶ້ນ.

ມັດ​ທາຍ 14:31

ພຣະ​ເຢ​ຊູ ແລະ ເປ​ໂຕ​ກັບ​ຂຶ້ນ​ເຮືອ.

ເມື່ອ​ພຣະ​ເຢ​ຊູ ແລະ ເປ​ໂຕ​ກັບ​ຂຶ້ນ​ເຮືອ, ລົມ​ກໍ​ເຊົາ​ພັດ. ພວກ​ສາ​ນຸ​ສິດ​ຕ່າງ​ກໍ​ງຶດ​ງໍ້​ປະ​ຫລາດ​ໃຈ​ໂດຍ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ພວກ​ເພິ່ນ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ແທ້ໆ, ແລະ ພວກ​ເພິ່ນ​ກໍ​ນະ​ມັດ​ສະ​ການ​ພຣະ​ອົງ.

ມັດ​ທາຍ 14:32–33