ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ປິ່ນ​ປົວ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ—ການ​ປິ່ນ​ປົວ​ທີ່​ເກີດ​ຂຶ້ນ​ເມື່ອ​ເວ​ລາ​ຜ່ານ​ໄປ


ມາ​ຣະ​ໂກ 8:22–25

ພຣະ​ເຢ​ຊູ​ປິ່ນ​ປົວ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ

ການ​ປິ່ນ​ປົວ​ທີ່​ເກີດ​ຂຶ້ນ​ເມື່ອ​ເວ​ລາ​ຜ່ານ​ໄປ

ຜູ້​ຄົນ​ນຳ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ​ມາ​ໃຫ້​ພຣະ​ເຢ​ຊູ​ປິ່ນ​ປົວ.

ໃນ​ເມືອງ​ໜຶ່ງ​ຊື່​ວ່າ ເບັດ​ຊາ​ອີ​ດາ, ຜູ້​ຄົນ​ໄດ້​ນຳ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ​ມາ​ຫາ​ພຣະ​ເຢ​ຊູ. ພວກ​ເຂົາ​ຢາກ​ໃຫ້​ພຣະ​ເຢ​ຊູ​ອວຍ​ພອນ​ລາວ ເພື່ອ​ວ່າ​ລາວ​ຈະ​ສາ​ມາດ​ເຫັນ​ຮຸ່ງ​ໄດ້.

ມາ​ຣະ​ໂກ 8:22

ພຣະ​ເຢ​ຊູ​ອວຍ​ພອນ​ຊາຍ​ຄົນ​ນັ້ນ.

ພຣະ​ເຢ​ຊູ​ໄດ້​ຈັບ​ມື​ຊາຍ​ຄົນ​ນັ້ນ ແລະ ໄດ້​ນຳ​ລາວ​ອອກ​ໄປ​ຈາກ​ເມືອງ. ແລ້ວ​ພຣະ​ເຢ​ຊູ​ກໍ​ວາງ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃສ່​ຊາຍ​ຄົນ​ນັ້ນ ແລະ ອວຍ​ພອນ​ລາວ.

ມາ​ຣະ​ໂກ 8:23

ບັດ​ນີ້ ຊາຍ​ຄົນ​ນັ້ນ​ກໍ​ໄດ້​ເຫັນ​ຮຸ່ງ, ແຕ່​ກໍ​ບໍ່​ເຫັນ​ຮຸ່ງ​ດີ​ປານ​ໃດ.

ພຣະ​ເຢ​ຊູ​ໄດ້​ຖາມ​ຊາຍ​ຄົນ​ນັ້ນ​ວ່າ ລາວ​ສາ​ມາດ​ເຫັນ​ຫຍັງ​ແດ່​ບໍ. ຊາຍ​ຄົນ​ນັ້ນ​ໄດ້​ເງີຍ​ໜ້າ​ຂຶ້ນ. ລາວ​ໄດ້​ກ່າວ​ວ່າ ລາວ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ໜ້ອຍ​ໜຶ່ງ, ແຕ່​ບໍ່​ຊັດ​ເຈນ​ປານ​ໃດ. ລາວ​ໄດ້​ກ່າວ​ວ່າ ຜູ້​ຄົນ​ເບິ່ງ​ຄື​ວ່າ​ເປັນ​ຕົ້ນ​ໄມ້​ຍ່າງ​ໄປ​ມາ​ໄດ້.

ມາ​ຣະ​ໂກ 8:23–24

ບັດ​ນີ້ ຊາຍ​ຄົນ​ນັ້ນ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ.

ພຣະ​ເຢ​ຊູ​ໄດ້​ອວຍ​ພອນ​ຊາຍ​ຄົນ​ນັ້ນ​ອີກ​ຄັ້ງ. ເທື່ອ​ນີ້, ເມື່ອ​ລາວ​ເງີຍ​ໜ້າ​ຂຶ້ນ, ທຸກ​ຢ່າງ​ກໍ​ຊັດ​ເຈນ​ດີ. ພຣະ​ເຢ​ຊູ​ໄດ້​ປິ່ນ​ປົວ​ລາວ​ໃຫ້​ຫາຍ​ດີ​ແລ້ວ!

ມາ​ຣະ​ໂກ 8:25