ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ສິດ​ສອນ​ກ່ຽວ​ກັບ​ດິນ, ເມັດ​ພືດ, ເຂົ້າ​ຈີ່, ແລະ ໄຂ່​ມຸກ—ເລື່ອງ​ທີ່​ລຽບ​ງ່າຍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທາງ​ວິນ​ຍານ


ມັດ​ທາຍ 13

ພຣະ​ເຢ​ຊູ​ສິດ​ສອນ​ກ່ຽວ​ກັບ​ດິນ, ເມັດ​ພືດ, ເຂົ້າ​ຈີ່, ແລະ ໄຂ່​ມຸກ

ເລື່ອງ​ທີ່​ຮຽບ​ງ່າຍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທາງ​ວິນ​ຍານ

ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຈາກ​ເຮືອ​ຂະ​ນະ​ທີ່​ຜູ້​ຄົນ​ຮັບ​ຟັງ.

ພຣະ​ເຢ​ຊູ​ມັກ​ເລົ່າ​ເລື່ອງ​ທີ່​ເອີ້ນ​ວ່າ ຄຳ​ອຸ​ປະ​ມາ. ໃນ​ຄຳ​ອຸ​ປະ​ມາ, ພຣະ​ເຢ​ຊູ​ປຽບ​ທຽບ​ສິ່ງ​ຂອງ​ທຳ​ມະ​ດາ, ທົ່ວ​ໄປ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ໃສ່​ກັບ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເພື່ອ​ທີ່​ຈະ​ເຂົ້າ​ໃຈ​ຄຳ​ອຸ​ປະ​ມາ, ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ໄດ້​ຮັບ​ຟັງ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ມັນ. ຄຳ​ອຸ​ປະ​ມາ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ມັດ​ທາຍ 13:3, 10–15

ພຣະ​ເຢ​ຊູ​ເລີ່ມ​ເລົ່າ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ຜູ້​ທີ່​ໄດ້​ຫວ່ານ​ເມັດ​ພືດ.

ໃນ​ຄຳ​ອຸ​ປະ​ມາ​ໜຶ່ງ, ຊາຍ​ຄົນ​ໜຶ່ງ​ໄດ້​ເຂົ້າ​ໄປ​ໃນ​ທົ່ງ​ເພື່ອ​ປູກ​ເມັດ​ພືດ. ລາວ​ໄດ້​ຫວ່ານ​ເມັດ​ພືດ​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ທົ່ງ. ເມັດ​ພືດ​ໄດ້​ຕົກ​ໃສ່​ພື້ນ​ດິນ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ.

ມັດ​ທາຍ 13:3

ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ທີ່​ເປັນ​ດິນ​ແຂງ​ຕາມ​ທາງ.

ບາງ​ເມັດ​ກໍ​ໄດ້​ຕົກ​ໃສ່​ດິນ​ແຂງ​ຕາມ​ທາງ, ບ່ອນ​ທີ່​ມັນ​ຈະ​ບໍ່​ມີ​ວັນ​ເກີດ​ໄດ້. ນົກ​ໄດ້​ມາ ແລະ ສັບ​ກິນ​ເມັດ​ພືດ​ທີ່​ຕົກ​ໃສ່​ທີ່​ນັ້ນ.

ມັດ​ທາຍ 13:4

ບາງ​ເມັດ​ກໍ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ.

ບາງ​ເມັດ​ກໍ​ໄດ້​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ. ເມັດ​ເຫລົ່າ​ນີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ, ແຕ່​ຮາກ​ມັນ​ກໍ​ໃຫຍ່​ບໍ່​ໄດ້​ຍ້ອນ​ຫີນ. ເມື່ອ​ມັນ​ຮ້ອນ, ຕົ້ນ​ພືດ​ນັ້ນ​ກໍ​ຕາຍ.

ມັດ​ທາຍ 13:5–6

ບາງ​ເມັດ​ກໍ​ຕົກ​ໃສ່​ດິນ​ທີ່​ເຕັມ​ໄປ​ດ້ວຍ​ວັດ​ຊະ​ພືດ​ຫຍ້າ.

ບາງ​ເມັດ​ກໍ​ໄດ້​ຕົກ​ໃສ່​ກາງ​ຟຸ່ມ​ໜາມ. ເປັນ​ເພາະ​ຟຸ່ມ​ໜາມ, ເມັດ​ກໍ​ໃຫຍ່​ບໍ່​ໄດ້.

ມັດ​ທາຍ 13:7

ບາງ​ເມັດ​ກໍ​ໃຫຍ່​ຂຶ້ນ​ເປັນ​ຕົ້ນ​ໄມ້​ທີ່​ແຂງ​ແກ່ນ.

ບາງ​ເມັດ​ກໍ​ໄດ້​ຕົກ​ໃສ່​ດິນ​ດີ. ມັນ​ກໍ​ກາຍ​ເປັນ​ຕົ້ນ​ໄມ້​ທີ່​ແຂງ​ແກ່ນ ແລະ ສົມ​ບູນ​ດີ. ມັນ​ໄດ້​ເກີດ​ໝາກ​ຜົນ​ຫລາຍ.

ມັດ​ທາຍ 13:8

ພຣະ​ເຢ​ຊູ​ອະ​ທິ​ບາຍ​ວ່າ ເມັດ​ພືດ​ກໍ​ປຽບ​ເໝືອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ເພື່ອ​ຊ່ວຍ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເຂົ້າ​ໃຈ, ພຣະ​ເຢ​ຊູ​ຈຶ່ງ​ໄດ້​ອະ​ທິ​ບາຍ​ວ່າ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ອົງ​ນັ້ນ​ມີ​ຄວາມ​ໝາຍ​ແນວ​ໃດ. ເມັດ​ພືດ​ກໍ​ປຽບ​ເໝືອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ດິນ​ປະ​ເພດ​ຕ່າງໆ​ນັ້ນ​ກໍ​ຄື​ກັນ​ກັບ​ຫົວ​ໃຈ​ຂອງ​ຜູ້​ຄົນ ແລະ ວິ​ທີ​ທີ່​ແຕກ​ຕ່າງ​ທີ່​ເຂົາ​ເຈົ້າ​ຕອບ​ສະ​ໜອງ​ຕໍ່​ການ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ດິນ​ດີ​ກໍ​ປຽບ​ເໝືອນ​ຜູ້​ຄົນ​ທີ່​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຂົ້າ​ໃຈ​ມັນ, ແລະ ເຊື່ອ​ຟັງ​ພຣະ​ອົງ.

ມັດ​ທາຍ 13:18–23

ພຣະ​ເຢ​ຊູ​ສິດ​ສອນ​ກ່ຽວ​ກັບ​ເມັດ​ຜັກ​ກາດ.

ເພື່ອ​ສິດ​ສອນ​ກ່ຽວ​ກັບ​ວ່າ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ເຕີບ​ໃຫຍ່​ແນວ​ໃດ, ພຣະ​ເຢ​ຊູ​ໄດ້​ເລົ່າ​ກ່ຽວ​ກັບ​ເມັດ​ຜັກ​ກາດ. ມັນ​ເປັນ​ເມັດ​ນ້ອຍໆ, ແຕ່​ມັນ​ເຕີບ​ໃຫຍ່​ຂຶ້ນ​ສູງ ບ່ອນ​ທີ່​ຝູງ​ນົກ​ສາ​ມາດ​ອາ​ໄສ​ຢູ່​ໄດ້.

ມັດ​ທາຍ 13:31–32

ພຣະ​ເຢ​ຊູ​ສິດ​ສອນ​ກ່ຽວ​ກັບ​ເຂົ້າ​ຈີ່ ແລະ ເຊື້ອ​ແປ້ງ.

ພຣະ​ເຢ​ຊູ​ຍັງ​ໄດ້​ກ່າວ​ນຳ​ອີກ​ວ່າ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ປຽບ​ເໝືອນ​ເຊື້ອ​ແປ້ງ​ທີ່​ຍິງ​ຜູ້​ໜຶ່ງ​ໄດ້​ໃຊ້​ເພື່ອ​ເຮັດ​ເຂົ້າ​ຈີ່. ຕ້ອງ​ໃຊ້​ເຊື້ອ​ແປ້ງ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ ເພື່ອ​ເຮັດ​ໃຫ້​ແປ້ງ​ເຂົ້າ​ຈີ່​ນັ້ນ​ຟູ​ຂຶ້ນ.

ມັດ​ທາຍ 13:33

ພຣະ​ເຢ​ຊູ​ເລົ່າ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ໄຂ່​ມຸກ.

ພຣະ​ເຢ​ຊູ​ໄດ້​ເລົ່າ​ອີກ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ຊື້​ໄຂ່​ມຸກ. ລາວ​ໄດ້​ພົບ​ເມັດ​ໜຶ່ງ​ທີ່​ສວຍ​ງາມ ແລະ ມີ​ຄ່າ​ແພງ​ຫລາຍ. ລາວ​ໄດ້​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ​ເພື່ອ​ວ່າ​ລາວ​ຈະ​ຊື້​ໄຂ່​ມຸກ​ເມັດ​ນັ້ນ​ໄດ້. ພຣະ​ເຢ​ຊູ​ໄດ້​ເລົ່າ​ເລື່ອງ​ນີ້​ເພື່ອ​ສິດ​ສອນ​ວ່າ ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ມີ​ຄ່າ​ແພງ​ຫລາຍ​ຈົນ​ວ່າ​ເຮົາ​ຄວນ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຈະ​ໄດ້​ຮັບ​ມັນ.

ມັດ​ທາຍ 13:45–46