ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ອວຍ​ພອນ​ເດັກ​ນ້ອຍ—“ເພາະ​ອາ​ນາ​ຈັກ​ພຣະ​ເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກ​ນ້ອຍ​ເຫລົ່າ​ນີ້​ແຫລະ”


ມາ​ຣະ​ໂກ 10:13–16

ພຣະ​ເຢ​ຊູ​ອວຍ​ພອນ​ເດັກ​ນ້ອຍ

“ເພາະ​ອາ​ນາ​ຈັກ​ພຣະ​ເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກ​ນ້ອຍ​ເຫລົ່າ​ນີ້​ແຫລະ”

ຜູ້​ຄົນ​ຂໍ​ໃຫ້​ພຣະ​ເຢ​ຊູ​ອວຍ​ພອນ​ລູກໆ​ຂອງ​ພວກ​ເຂົາ.

ຂະ​ນະ​ທີ່​ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ, ບາງ​ຄົນ​ໄດ້​ນຳ​ລູກ​ນ້ອຍໆ​ຂອງ​ຕົນ​ມາ​ຫາ​ພຣະ​ອົງ. ພວກ​ເຂົາ​ຢາກ​ໃຫ້​ພຣະ​ເຢ​ຊູ​ອວຍ​ພອນ​ລູກໆ​ຂອງ​ຕົນ. ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ພວກ​ເຂົາ.

ມັດ​ທາຍ 19:13; ມາ​ຣະ​ໂກ 10:13

ພຣະ​ເຢ​ຊູ​ສິດ​ສອນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ.

ພຣະ​ເຢ​ຊູ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ໃຫ້​ເດັກ​ນ້ອຍ​ເຂົ້າ​ມາ​ຫາ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ ເດັກ​ນ້ອຍ​ສົມ​ຄວນ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ ຖ້າ​ໃຜ​ຢາກ​ຢູ່​ກັບ​ພຣະ​ເຈົ້າ​ອີກ​ຄັ້ງ, ພວກ​ເຂົາ​ຕ້ອງ​ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ.

ມັດ​ທາຍ 19:14; ມາ​ຣະ​ໂກ 10:14–15

ພຣະ​ເຢ​ຊູ​ອວຍ​ພອນ​ເດັກ​ນ້ອຍ.

ແລ້ວ​ພຣະ​ເຢ​ຊູ​ກໍ​ອູ້ມ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ພຣະ​ອົງ ແລະ ອວຍ​ພອນ​ພວກ​ເຂົາ.

ມັດ​ທາຍ 19:15; ມາ​ຣະ​ໂກ 10:16