ເລື່ອງ​ພຣະ​ຄຳ​ພີ
ພຣະ​ອົງ​ຊົງ​ຟື້ນ—ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ​ເພື່ອ​ທຸກ​ຄົນ


ລູ​ກາ 24:1–12, 36–49; ໂຢ​ຮັນ 20

ພຣະ​ອົງ​ຊົງ​ຟື້ນ

​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ​ເພື່ອ​ທຸກ​ຄົນ

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ອອກ​ຈາກ​ອຸບ​ມຸງ​ຂອງ​ພຣະ​ອົງ.

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໄດ້​ເອົາ​ພຣະ​ສົບ​ຂອງ​ພຣະ​ອົງ​ໄປ​ໄວ້​ໃນ​ອຸບ​ມຸງ. ພວກ​ເຂົາ​ຢາກ​ເຮັດ​ຫລາຍ​ກວ່າ​ນີ້​ເພື່ອ​ດູ​ແລ​ພຣະ​ສົບ​ຂອງ​ພຣະ​ອົງ, ແຕ່​ມັນ​ເກືອບ​ຈະ​ເປັນ​ວັນ​ຊະ​ບາ​ໂຕ​ແລ້ວ. ພວກ​ເຂົາ​ໄດ້​ວາງ​ແຜນ​ທີ່​ຈະ​ກັບ​ມາ​ຫລັງ​ຈາກ​ວັນ​ຊະ​ບາ​ໂຕ​ເພື່ອ​ເຮັດ​ໃຫ້​ສຳ​ເລັດ.

ລູ​ກາ 23:52–56

ນາງ​ມາ​ຣີ​ໄທ​ມັກ​ດາ​ລາ ແລະ ຄົນ​ອື່ນໆ​ໄດ້​ກັບ​ຄືນ​ໄປ​ທີ່​ອຸບ​ມຸງ.

ໃນ​ຕອນ​ເຊົ້າ​ມືດ​ຂອງ​ມື້​ທີ​ສາມ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ, ນາງ​ມາ​ຣີ​​ໄທ​ມັກ​ດາ​ລາ ແລະ ຄົນ​ອື່ນໆ​ໄດ້​ໄປ​ທີ່​ອຸບ​ມຸງ.

ລູ​ກາ 24:1; ໂຢ​ຮັນ 20:1

ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ບໍ່​ໄດ້​ຢູ່​ໃນ​ອຸບ​ມຸງ.

ເມື່ອ​ພວກ​ເຂົາ​ມາ​ຮອດ, ພວກ​ເຂົາ​ເຫັນ​ວ່າ​ກ້ອນ​ຫີນ​ທີ່​ປົກ​ປາກ​ອຸບ​ມຸງ​ໄດ້​ຖືກ​ກິ້ງ​ອອກ​ໄປ​ແລ້ວ. ພວກ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ອຸບ​ມຸງ, ແລະ ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ບໍ່​ໄດ້​ຢູ່​ທີ່​ນັ້ນ.

ລູ​ກາ 24:2–3; ໂຢ​ຮັນ 20:1

ນາງ​ມາ​ຣີ​ບອກ​ເປ​ໂຕ ແລະ ໂຢ​ຮັນ​ວ່າ ມີ​ຄົນ​ເອົາ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ໄປ​ແລ້ວ.

ນາງ​ມາ​ຣີ​ໄດ້​ແລ່ນ​ໄປ​ບອກ​ເປ​ໂຕ ແລະ ໂຢ​ຮັນ​ວ່າ​ມີ​ຄົນ​ເອົາ​ສົບ​ຂອງ​ພຣະ​ເຢ​ຊູ​ໄປ​ແລ້ວ. ເປ​ໂຕ ແລະ ໂຢ​ຮັນ​ໄດ້​ແລ່ນ​ໄປ​ທີ່​ອຸບ​ມຸງ.

ໂຢ​ຮັນ 20:2–4

ເປ​ໂຕ ແລະ ໂຢ​ຮັນ​ເຫັນ​ວ່າ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ບໍ່​ໄດ້​ຢູ່​ໃນ​ອຸບ​ມຸງ.

ເມື່ອ​ພວກ​ເພິ່ນ​ໄປ​ຮອດ​ອຸບ​ມຸງ, ເປ​ໂຕ ແລະ ໂຢ​ຮັນ​ໄດ້​ເຂົ້າ​ໄປ​ຂ້າງ​ໃນ. ພວກ​ເພິ່ນ​ເຫັນ​ວ່າ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ຫາຍ​ໄປ​ແລ້ວ. ຜ້າ​ທີ່​ຫໍ່​ພຣະ​ອົງ​ໄວ້​ຍັງ​ຢູ່​ທີ່​ນັ້ນ.

ໂຢ​ຮັນ 20:5–7

ນາງ​ມາ​ຣີ​ເຫັນ​ທູດ​ສະ​ຫວັນ​ສອງ​ອົງ​ຢູ່​ໃນ​ອຸບ​ມຸງ.

ເປ​ໂຕ ແລະ ໂຢ​ຮັນ​ໄດ້​ກັບ​ບ້ານ, ແຕ່​ນາງ​ມາ​ຣີ​ຍັງ​ຢືນ​ຢູ່​ຂ້າງ​ອຸບ​ມຸງ, ຮ້ອງ​ໄຫ້. ນາງ​ໄດ້​ຫລຽວ​ເບິ່ງ​ໃນ​ອຸບ​ມຸງ ແລະ ເຫັນ​ທູດ​ສະ​ຫວັນ​ສອງ​ອົງ. ພວກ​ເພິ່ນ​ໄດ້​ຖາມ​ນາງ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ຮ້ອງ​ໄຫ້. ນາງ​ເວົ້າ​ວ່າ​ມີ​ຄົນ​ເອົາ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ໄປ, ແລະ ນາງ​ບໍ່​ຮູ້​ວ່າ​ມັນ​ຢູ່​ໃສ.

ໂຢ​ຮັນ 20:11–13

ພຣະ​ເຢ​ຊູ​ຖາມ​ນາງ​ມາ​ຣີ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ຮ້ອງ​ໄຫ້.

ແລ້ວ​ພຣະ​ເຢ​ຊູ​ກໍ​ມາ, ແຕ່​ນາງ​ມາ​ຣີ​ບໍ່​ຮູ້​ວ່າ​ແມ່ນ​ພຣະ​ອົງ. ພຣະ​ເຢ​ຊູ​ຖາມ​ນາງ​ວ່າ, “ນາງ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້?” ນາງ​ມາ​ຣີ​ຄິດ​ວ່າ​ພຣະ​ອົງ​ເປັນ​ຄົນ​ເຮັດ​ສວນ. ນາງ​ໄດ້​ຖາມ​ພຣະ​ອົງ​ວ່າ​ພຣະ​ອົງ​ຮູ້​ບໍ່​ວ່າ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ຢູ່​ໃສ.

ໂຢ​ຮັນ 20:14–15

ນາງ​ມາ​ຣີ​ຫັນ​ຫລັງ​ກັບ​ໄປ ແລະ ເຫັນ​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ມາ​ຣີ.” ນາງ​ຫັນ​ຫລັງ​ກັບ​ໄປ. ບັດ​ນີ້​ນາງ​ຮູ້​ແລ້ວ​ວ່າ​ແມ່ນ​ພຣະ​ເຢ​ຊູ! ນາງ​ໄດ້​ເວົ້າ​ກັບ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ.” ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ນາງ​ບອກ​ສາ​ນຸ​ສິດ​ຄົນ​ອື່ນໆ​ວ່າ ພຣະ​ອົງ​ຕ້ອງ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ. ນາງ​ມາ​ຣີ​ໄດ້​ພົບ​ກັບ​ສາ​ນຸ​ສິດ​ຄົນ​ອື່ນໆ ແລະ ບອກ​ພວກ​ເຂົາ​ວ່າ​ນາງ​ໄດ້​ເຫັນ​ພຣະ​ເຢ​ຊູ ແລະ ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ອີກ​ຄັ້ງ!

ໂຢ​ຮັນ 20:16–18

ພຣະ​ເຢ​ຊູ​ປະ​ກົດ​ຕົວ ແລະ ເວົ້າ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.

ຄ່ຳ​ຄືນ​ນັ້ນ, ອັກ​ຄະ​ສາ​ວົກ​ຫລາຍ​ຄົນ​ໄດ້​ຢູ່​ຮ່ວມ​ກັນ. ພວກ​ເພິ່ນ​ໄດ້​ປິດ​ປະ​ຕູ, ຢ້ານ​ວ່າ​ຜູ້​ນຳ​ຂອງ​ຊາວ​ຢິວ​ອາດ​ຈະ​ພະ​ຍາ​ຍາມ​ຊອກ​ຫາ​ພວກ​ເພິ່ນ. ທັນ​ໃດ​ນັ້ນ, ພວກ​ເພິ່ນ​ກໍ​ໄດ້​ເຫັນ​ພຣະ​ເຢ​ຊູ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ. ໃນ​ຕອນ​ທຳ​ອິດ​ພວກ​ເພິ່ນ​ກໍ​ຢ້ານ. ພວກ​ເພິ່ນ​ຄິດ​ວ່າ​ພຣະ​ອົງ​ເປັນ​ວິນ​ຍານ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, "ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ."

ລູ​ກາ 24:33–38; ໂຢ​ຮັນ 20:19

ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ແຕະ​ຕ້ອງ​ພຣະ​ຫັດ​ຂອງ​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ໄດ້​ເຊີນ​ອັກ​ຄະ​ສາ​ວົກ​ໃຫ້​ແຕະ​ຕ້ອງ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ. ພຣະ​ອົງ​ຢາກ​ໃຫ້​ພວກ​ເພິ່ນ​ຮູ້​ວ່າ​ພຣະ​ອົງ​ມີ​ຮ່າງ​ກາຍ, ບໍ່​ແມ່ນ​ພຽງ​ແຕ່​ວິນ​ຍານ. ພຣະ​ອົງ​ຍັງ​ໄດ້​ກິນ​ປາ ແລະ ຮັງ​ເຜິ້ງ​ກັບ​ພວກ​ເພິ່ນ​ນຳ​ອີກ. ສາ​ນຸ​ສິດ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ພຣະ​ອົງ!

ລູ​ກາ 24:39–44; ໂຢ​ຮັນ 20:20

ພຣະ​ເຢ​ຊູ​ສິດ​ສອນ​ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊ່ວຍ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃຫ້​ເຂົ້າ​ໃຈ​ພຣະ​ຄຳ​ພີ​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ພຣະ​ອົງ​ຢາກ​ໃຫ້​ພວກ​ເພິ່ນ​ສິດ​ສອນ​ທຸກ​ຄົນ​ວ່າ​ຍ້ອນ​ພຣະ​ອົງ, ພວກ​ເຂົາ​ຈຶ່ງ​ສາ​ມາດ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ. ອັກ​ຄະ​ສາ​ວົກ​ຈະ​ເປັນ​ພະ​ຍານ​ຂອງ​ພຣະ​ອົງ.

ລູ​ກາ 24:44–48

ໂທ​ມາ​ເວົ້າ​ກັບ​ອັກ​ຄະ​ສາ​ວົກ​ອີກ​ສອງ​ຄົນ.

ອັກ​ຄະ​ສາ​ວົກ​ໂທ​ມາ​ບໍ່​ໄດ້​ຢູ່​ທີ່​ນັ້ນ​ເມື່ອ​ພຣະ​ເຢ​ຊູ​ມາ. ເພິ່ນ​ເວົ້າ​ວ່າ​ເພິ່ນ​ຈະ​ບໍ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຍັງ​ຊົງ​ພຣະ​ຊົນ​ຢູ່ ເວັ້ນ​ເສຍ​ແຕ່​ວ່າ​ເພິ່ນ​ໄດ້​ເຫັນ​ຮອຍ​ຕະ​ປູ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ.

ໂຢ​ຮັນ 20:24–25

ພຣະ​ເຢ​ຊູ​ປະ​ກົດ​ຕົວ​ອີກ​ຄັ້ງ.

ແປດ​ມື້​ຕໍ່​ມາ, ສາ​ນຸ​ສິດ​ໄດ້​ມາ​ເຕົ້າ​ໂຮມ​ກັນ. ພຣະ​ເຢ​ຊູ​ໄດ້​ປະ​ກົດ​ຕົວ​ອີກ​ຄັ້ງ. ເທື່ອ​ນີ້​ໂທ​ມາ​ຢູ່​ທີ່​ນັ້ນ.

ໂຢ​ຮັນ 20:26

ໂທ​ມາ​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ໄດ້​ເຊີນ​ໂທ​ມາ​ໃຫ້​ແຕະ​ບາດ​ແຜ​ຢູ່​ພຣະ​ຫັດ ແລະ ຂ້າງ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ບອກ​ໂທ​ມາ​ວ່າ, “ຢ່າ​ຂາດ​ຄວາມ​ເຊື່ອ, ແຕ່​ຈົ່ງ​ເຊື່ອ.” ໂທ​ມາ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ເຈົ້າ​ຂອງ​ຂ້າ​ນ້ອຍ ແລະ ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ.” ບັດ​ນີ້​ໂທ​ມາ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ​ຜູ້​ຄົນ​ຈະ​ໄດ້​ຮັບ​ພອນ​ເມື່ອ​ພວກ​ເຂົາ​ເຊື່ອ, ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຄີຍ​ເຫັນ​ພຣະ​ອົງ​ກໍ​ຕາມ.

ໂຢ​ຮັນ 20:27–29