ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ປະ​ກົດ​ຕົວ​ຕໍ່​ໂຊ​ໂລ—ຄຳ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ ແລະ ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ


ກິດ​ຈະ​ການ 9:1–31

ພຣະ​ເຢ​ຊູ​ປະ​ກົດ​ຕົວ​ຕໍ່​ໂຊ​ໂລ

ຄຳ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ ແລະ ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ

ໂຊ​ໂລ ແລະ ຜູ້​ນຳ​ຄົນ​ອື່ນໆ​ເດີນ​ທາງ​ໄປ​ຍັງ​ເມືອງ​ດາ​ມັສ​ກັດ.

ໂຊ​ໂລ​ເປັນ​ຟາ​ຣີ​ຊາຍ—ຜູ້​ນຳ​ຂອງ​ຊາວ​ຢິວ​ທີ່​ຮູ້​ພຣະ​ຄຳ​ພີ​ເປັນ​ຢ່າງ​ດີ. ແຕ່​ໂຊ​ໂລ​ບໍ່​ໄດ້​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ມັກ​ຈັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ເຂົ້າ​ຄຸກ. ມື້​ໜຶ່ງ​ໂຊ​ໂລ​ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງ​ໜຶ່ງ​ຊື່​ວ່າ ດາ​ມັສ​ກັດ ເພື່ອ​ຈັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ບາງ​ຄົນ ແລະ ນຳ​ເອົາ​ເຂົາ​ເຈົ້າ​ໄປ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເພື່ອ​ລົງ​ໂທດ.

ກິດ​ຈະ​ການ 9:1–2; 22:4–5; 26:5

ໂຊ​ໂລ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ.

ຂະ​ນະ​ທີ່​ໂຊ​ໂລເດີນ​ທາງ​ໄປ, ໃນ​ທັນ​ໃດ​ນັ້ນ ກໍ​ມີ​ແສງ​ສະ​ຫວ່າງ​ສ່ອງ​ແສງ​ລົງ​ມາ​ໃສ່​ເພິ່ນ. ມັນ​ເຈີດ​ຈ້າ​ຍິ່ງ​ກວ່າ​ຕາ​ເວັນ. ໂຊ​ໂລ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ເພິ່ນ​ໄດ້​ຍິນ​ສຽງ​ທີ່​ກ່າວ​ວ່າ, “ໂຊ​ໂລ, ໂຊ​ໂລ​ເອີຍ.” ແລ້ວ​ສຽງ​ນັ້ນ​ກໍ​ໄດ້​ຖາມ​ໂຊ​ໂລ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຕໍ່​ຕ້ານ​ພຣະ​ເຢ​ຊູ ແລະ ທຳ​ຮ້າຍ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ກິດ​ຈະ​ການ 9:3–4; 26:13–14

ໂຊ​ໂລ​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ​ເພິ່ນ​ຄວນ​ເຮັດ​ຢ່າງ​ໃດ.

ໂຊ​ໂລ​ໄດ້​ທູນ​ຖາມ​ວ່າ​ແມ່ນ​ໃຜ​ກຳ​ລັງ​ກ່າວ​ຢູ່. ສຸ​ລະ​ສຽງ​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແມ່ນ​ເຢ​ຊູ.” ໂຊ​ໂລ​ກໍ​ຢ້ານ​ກົວ ແລະ ຕົກ​ໃຈ. ເພິ່ນ​ໄດ້​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ​ເພິ່ນ​ຄວນ​ເຮັດ​ຢ່າງ​ໃດ. ພຣະ​ເຢ​ຊູ​ໄດ້​ບອກ​ໂຊ​ໂລ​ວ່າ, “ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ.” ຢູ່​ທີ່​ນັ້ນ​ເພິ່ນ​ຈະ​ໄດ້​ຮຽນ​ຮູ້​ວ່າ​ເພິ່ນ​ຄວນ​ເຮັດ​ຢ່າງ​ໃດ​ຕໍ່​ໄປ.

ກິດ​ຈະ​ການ 9:5–6

ໂຊ​ໂລ​ຖືກ​ນຳ​ພາ​ເຂົ້າ​ໄປ​ຍັງ​ເມືອງ​ດາ​ມັສ​ກັດ.

ໂຊ​ໂລ​ໄດ້​ເຊື່ອ​ຟັງ ແລະ ໄດ້​ລຸກ​ຂຶ້ນ. ແຕ່​ເພິ່ນ​ຕາ​ບອດ​ແລ້ວ​ບັດ​ນີ້. ເພິ່ນ​ເບິ່ງ​ບໍ່​ເຫັນ​ຫຍັງ​ເລີຍ. ຜູ້​ຄົນ​ທີ່​ໄດ້​ເດີນ​ທາງ​ໄປ​ກັບ​ເພິ່ນ​ກໍ​ໄດ້​ຈູງ​ເພິ່ນ​ເຂົ້າ​ໄປ​ຍັງ​ເມືອງ​ດາ​ມັສ​ກັດ. ເປັນ​ເວ​ລາ​ສາມ​ວັນ, ໂຊ​ໂລ​ບໍ່​ໄດ້​ກິນ ຫລື ດື່ມ​ຫຍັງ​ເລີຍ.

ກິດ​ຈະ​ການ 9:8–9

ພຣະ​ເຢ​ຊູ​ຢ້ຽມ​ຢາມ​ອາ​ນາ​ເນຍ.

ສາ​ນຸ​ສິດ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ທີ່​ໄດ້​ອາ​ໄສ​ຢູ່​ທີ່​ເມືອງ​ດາ​ມັສ​ກັດ​ແມ່ນ​ອາ​ນາ​ເນຍ. ພຣະ​ເຢ​ຊູ​ໄດ້​ຢ້ຽມ​ຢາມ​ອາ​ນາ​ເນຍ​ໃນ​ພາບ​ນິ​ມິດ ແລະ ໄດ້​ບອກ​ລາວ​ວ່າ​ໃຫ້​ອອກ​ໄປ ແລະ ຊ່ວຍ​ໂຊ​ໂລ.

ກິດ​ຈະ​ການ 9:10–12

ອາ​ນາ​ເນຍ​ຕອບ​ພຣະ​ເຢ​ຊູ.

ແຕ່​ອາ​ນາ​ເນຍ​ກໍ​ສັບ​ສົນ. ລາວ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ໂຊ​ໂລ​ແລ້ວ. ລາວ​ຮູ້​ວ່າ​ໂຊ​ໂລ​ໄດ້​ຕໍ່​ຕ້ານ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ໜັກ​ຂະ​ໜາດ​ໃດ.

ກິດ​ຈະ​ການ 9:13–14

ພຣະ​ເຢ​ຊູ​ຂໍ​ໃຫ້​ອາ​ນາ​ເນຍ​ຊ່ວຍ​ໂຊ​ໂລ.

ຈັ່ງ​ໃດ​ພຣະ​ເຢ​ຊູ​ກໍ​ໄດ້​ຂໍ​ໃຫ້​ອາ​ນາ​ເນຍ​ຊ່ວຍ​ໂຊ​ໂລ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ​ພຣະ​ອົງ​ໄດ້​ເລືອກ​ເອົາ​ໂຊ​ໂລ​ໃຫ້​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄປ​ສູ່​ຜູ້​ຄົນ​ທັງ​ຫລາຍ ຜູ້​ທີ່​ບໍ່​ໄດ້​ເປັນ​ຊາວ​ຢິວ ແລະ ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ພຣະ​ອົງ.

ກິດ​ຈະ​ການ 9:15–16

ອາ​ນາ​ເນຍ​ໃຫ້​ພອນ​ແກ່​ໂຊ​ໂລ.

ອາ​ນາ​ເນຍ​ໄດ້​ເຊື່ອ​ຟັງ​ພຣະ​ເຢ​ຊູ. ລາວ​ໄດ້​ພົບ​ເຫັນ​ໂຊ​ໂລ ແລະ ໄດ້​ໃຫ້​ພອນ​ແກ່​ເພິ່ນ. ອາ​ນາ​ເນຍ​ໄດ້​ເອີ້ນ​ເພິ່ນ​ວ່າ “ອ້າຍ​ໂຊ​ໂລ.”

ກິດ​ຈະ​ການ 9:17

ໂຊ​ໂລ​ກໍ​ໄດ້​ເຫັນ​ຮຸ່ງ​ຄືນ​ອີກ.

ອາ​ນາ​ເນຍ​ໄດ້​ກ່າວ​ວ່າ​ພຣະ​ເຢ​ຊູ​ໄດ້​ສົ່ງ​ລາວ​ມາ ເພື່ອ​ວ່າ​ໂຊ​ໂລ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃນ​ທັນໃດ​ນັ້ນ, ໂຊ​ໂລ​ກໍ​ເຫັນ​ຮຸ່ງ​ໄດ້​ອີກ​ຄັ້ງ.

ກິດ​ຈະ​ການ 9:17–18

ໂຊ​ໂລ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

ໂຊ​ໂລ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ແລ້ວ​ເພິ່ນ​ໄດ້​ສິດ​ສອນ​ທຸກ​ຄົນ​ຢູ່​ໃນ​ເມືອງ​ນັ້ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຜູ້​ຄົນ​ກໍ​ປະ​ຫລາດ​ໃຈ​ທີ່​ໂຊ​ໂລ​ໄດ້​ປ່ຽນ​ໄປ​ຫລາຍ. ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ, ໂຊ​ໂລ​ຖືກ​ເອີ້ນ​ວ່າ ໂປ​ໂລ. ເພິ່ນ​ໄດ້​ສິດ​ສອນ​ທຸກ​ຄົນ, ຊາວ​ຢິວ ແລະ ຜູ້​ຄົນ​ອື່ນ​ອີກ​ຢ່າງ​ຫລວງ​ຫລາຍ, ໃຫ້​ເຊື່ອ​ໃນ​ພຣະ​ເຢ​ຊູ. ໂປ​ໂລ​ໄດ້​ກາຍ​ມາ​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກິດ​ຈະ​ການ 9:18–22, 29–31; 13:9