ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຍ່າງ​ບໍ່​ໄດ້—ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ


ມາ​ຣະ​ໂກ 2:1–12

ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຍ່າງ​ບໍ່​ໄດ້

ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ

ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຢູ່​ໃນ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ.

ຫລາຍ​ຄົນ​ຢາກ​ຟັງ​ພຣະ​ເຢ​ຊູ​ສິດ​ສອນ. ມື້​ໜຶ່ງ ພຣະ​ອົງ​ກຳ​ລັງ​ສິດ​ສອນ​ຢູ່​ໃນ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ.

ມາ​ຣະ​ໂກ 2:1–2

ຜູ້​ຄົນ​ກຳ​ລັງ​ຫາມ​ຊາຍ​ຄົນ​ໜຶ່ງ​ໄປ​ໃຫ້​ພຣະ​ເຢ​ຊູ​ປິ່ນ​ປົວ.

ສີ່​ຄົນ​ໄດ້​ມາ​ທີ່​ເຮືອນ​ກັບ​ໝູ່​ຄົນ​ໜຶ່ງ​ຜູ້​ທີ່​ຍ່າງ​ບໍ່​ໄດ້. ເຂົາ​ເຈົ້າ​ຕ້ອງ​ໄດ້​ຫາມ​ລາວ​ມາ​ໃນ​ຕຽງ. ເຂົາ​ເຈົ້າ​ຢາກ​ພາ​ໝູ່​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ພຣະ​ເຢ​ຊູ, ແຕ່​ເຮືອນ​ຫລັງ​ນັ້ນ​ແອ​ອັດ​ຫລາຍ, ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ທາງ​ໃນ​ບໍ່​ໄດ້.

ມາ​ຣະ​ໂກ 2:3–4

ຜູ້​ຄົນ​ກຳ​ລັງ​ຢ່ອນ​ຜູ້​ຊາຍ​ຄົນ​ນັ້ນ​ລົງ​ໄປ​ໃນ​ເຮືອນ.

ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ຫາມ​ໝູ່​ຂອງ​ເຂົາ​ເຈົ້າ​ຂຶ້ນ​ໄປ​ເທິງ​ຫລັງ​ຄາ​ເຮືອນ. ເຂົາ​ເຈົ້າ​ໄດ້​ຮື້​ສ່ວນ​ໜຶ່ງ​ຂອງ​ຫລັງ​ຄາ​ອອກ ແລະ ຢ່ອນ​ໝູ່​ຂອງ​ເຂົາ​ເຈົ້າ ແລະ ຕຽງ​ຂອງ​ລາວ​ລົງ​ໄປ​ໃນ​ເຮືອນ, ໃນ​ທ່າມ​ກາງ​ກຸ່ມ​ຜູ້​ຄົນ, ຢູ່ຂ້າງ​ໜ້າ​ພຣະ​ເຢ​ຊູ.

ມາ​ຣະ​ໂກ 2:4

ພຣະ​ເຢ​ຊູ​ກຳ​ລັງ​ອະ​ໄພ​ໃຫ້​ຊາຍ​ຄົນ​ນັ້ນ.

ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ສັດ​ທາ​ຂອງ​ເຂົາ​ເຈົ້າ, ພຣະ​ອົງ​ໄດ້​ກ່າວ​ແກ່​ຜູ້​ຊາຍ​ທີ່​ຍ່າງ​ບໍ່​ໄດ້​ວ່າ, “ລູກ​ເອີຍ​ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ແລ້ວ.”

ມາ​ຣະ​ໂກ 2:5

ຜູ້​ນຳ​ຂອງ​ຊາວ​ຢິວ​ບາງ​ຄົນ​ກໍບໍ່​ພໍ​ໃຈ.

ຜູ້​ນຳ​ຂອງ​ຊາວ​ຢິວ​ບາງ​ຄົນ, ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ສິ່ງ​ນີ້, ກໍ​ເລີ່ມ​ບໍ່​ພໍ​ໃຈ. ເຂົາ​ເຈົ້າ​ໄດ້​ຄິດ​ວ່າ ມີ​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ໃຫ້​ອະ​ໄພ​ບາບ​ໄດ້.

ມາ​ຣະ​ໂກ 2:6–7

ຊາຍ​ຄົນ​ນັ້ນ​ໄດ້​ຫາຍ​ດີ ແລະ ຢືນ​ຂຶ້ນ.

ພຣະ​ເຢ​ຊູ​ຮູ້​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຄິດ​ຢູ່. ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ໃຫ້​ອະ​ໄພ​ບາບ, ພຣະ​ອົງ​ຈຶ່ງ​ໄດ້​ກະ​ທຳ​ການ​ມະ​ຫັດ​ສະ​ຈັນ. ພຣະ​ອົງ​ໄດ້​ບອກ​ຊາຍ​ທີ່​ຍ່າງ​ບໍ່​ໄດ້​ວ່າ, “ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ ແລະ ເມືອ​ເຮືອນ​ສາ.” ຊາຍ​ຄົນ​ນັ້ນ​ກໍ​ໄດ້​ຢືນ​ຂຶ້ນ ແລະ ຍ່າງ​ໄປ! ທຸກ​ຄົນ​ກໍ​ງຶດ​ງໍ້ປະ​ຫລາດ​ໃຈ ແລະ ໄດ້​ຖວາຍ​ຄວາມ​ຂອບ​ຄຸນ​ແດ່​ພຣະ​ເຈົ້າ.

ມາ​ຣະ​ໂກ 2:8–12