ມາຣະໂກ 5:21–43
ພຣະເຢຊູປິ່ນປົວຍິງຄົນໜຶ່ງ ແລະ ນຳລູກສາວຂອງຢາອີໂຣຄືນມາມີຊີວິດ
“ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ.”
ມີຊາຍຄົນໜຶ່ງຊື່ວ່າ ຢາອີໂຣ ໄດ້ອາໄສຢູ່ກັບພັນລະຍາ ແລະ ລູກສາວຂອງລາວໃນເມືອງທີ່ຕັ້ງຢູ່ໃກ້ທະເລຄາລີເລ. ຢາອີໂຣເປັນຜູ້ນຳທີ່ທຳມະສາລາ, ບ່ອນທີ່ຊາວຢິວໄດ້ໄປນະມັດສະການພຣະເຈົ້າ.
ມາຣະໂກ 5:22
ລູກສາວຂອງຢາອີໂຣ, ທີ່ມີອາຍຸພຽງແຕ່ 12 ປີ, ກໍປ່ວຍໜັກ. ນາງໃກ້ຈະຕາຍແລ້ວ. ຢາອີໂຣຮູ້ວ່ານາງຕ້ອງການຄວາມຊ່ວຍເຫລືອ. ຢາອີໂຣກໍຍັງໄດ້ຮູ້ນຳອີກວ່າ ພຣະເຢຊູຢູ່ໃນເມືອງຂອງເຂົາເຈົ້າ.
ມາຣະໂກ 5:22–23
ຢາອີໂຣໄດ້ອອກຈາກບ້ານຂອງຕົນໄປ ແລະ ໄດ້ພົບເຫັນພຣະເຢຊູ. ລາວໄດ້ນັ່ງຄຸເຂົ່າທີ່ພຣະບາດຂອງພຣະເຢຊູ ແລະ ໄດ້ທູນຂໍໃຫ້ພຣະອົງມາປິ່ນປົວລູກສາວຂອງລາວ. ຢາອີໂຣຮູ້ວ່າ ຖ້າພຣະເຢຊູໄດ້ອວຍພອນລູກສາວຂອງລາວ, ນາງກໍຈະມີຊີວິດຢູ່. ພຣະເຢຊູໄດ້ຕິດຕາມຢາອີໂຣໄປທີ່ບ້ານຂອງລາວ. ຝູງຊົນກໍໄດ້ຕິດຕາມພຣະອົງໄປ.
ມາຣະໂກ 5:23–24
ຜູ້ຍິງຄົນໜຶ່ງຢູ່ໃນເມືອງດຽວກັນນັ້ນ ກໍຕ້ອງການຄວາມຊ່ວຍເຫລືອຈາກພຣະເຢຊູເຊັ່ນກັນ. ນາງໄດ້ລົ້ມປ່ວຍໜັກເປັນເວລາ 12 ປີ. ນາງໄດ້ໃຊ້ເງິນທັງໝົດຂອງນາງເພື່ອໄປຫາໝໍ, ແຕ່ບໍ່ມີໃຜສາມາດປິ່ນປົວນາງໄດ້—ນາງໄດ້ເຈັບປ່ວຍຮ້າຍແຮງຂຶ້ນ. ນາງຮູ້ວ່າ ພຣະເຢຊູສາມາດປິ່ນປົວນາງໄດ້. ແຕ່ນາງຈະໄປເຖິງພຣະອົງຜ່ານຝູງຊົນໄດ້ແນວໃດ?
ມາຣະໂກ 5:25–27
ຜູ້ຍິງຄົນນັ້ນເຊື່ອວ່າ ຖ້ານາງພຽງແຕ່ໄດ້ບາຍເຄື່ອງນຸ່ງຂອງພຣະເຢຊູ, ນາງກໍຈະຫາຍດີ. ນາງໄດ້ຍື່ນມືອອກໄປຫາພຣະເຢຊູ ຂະນະທີ່ພຣະອົງໄດ້ຍ່າງຜ່ານໄປ. ທັນທີທີ່ນາງໄດ້ບາຍແຂບເສື້ອຄຸມຂອງພຣະອົງ, ພະຍາດຂອງນາງກໍໄດ້ຫາຍດີ.
ມັດທາຍ 9:20; ມາຣະໂກ 5:27–29; ລູກາ 8:44
ໃນທັນທີ, ພຣະເຢຊູກໍໄດ້ຢຸດຍ່າງ. ພຣະເຢຊູໄດ້ຮູ້ສຶກວ່າ ລິດອຳນາດໄດ້ອອກຈາກພຣະອົງ. “ແມ່ນຜູ້ໃດບາຍເຮົາ?” ພຣະອົງໄດ້ຖາມ. ສານຸສິດຂອງພຣະອົງກໍສັບສົນ. ຫລາຍຄົນໄດ້ບາຍພຣະອົງ—ພວກເພິ່ນຖືກອ້ອມຮອບດ້ວຍຜູ້ຄົນ. ພຣະເຢຊູໄດ້ຫລຽວໄປອ້ອມໆ ເພື່ອຊອກເບິ່ງວ່າຜູ້ໃດໄດ້ບາຍພຣະອົງ.
ມາຣະໂກ 5:30–32; ລູກາ 8:45
ພຣະເຢຊູໄດ້ເຫັນຜູ້ຍິງທີ່ໄດ້ບາຍເຄື່ອງນຸ່ງຂອງພຣະອົງ. ນາງໄດ້ບອກພຣະເຢຊູກ່ຽວກັບພະຍາດຂອງນາງ, ແລະ ວ່າພຣະເຢຊູໄດ້ປິ່ນປົວນາງ. ພຣະເຢຊູໄດ້ບອກໃຫ້ນາງສະບາຍໃຈສາ. ນາງໄດ້ຫາຍດີຍ້ອນສັດທາຂອງນາງໃນພຣະອົງ. “ຈົ່ງໄປເປັນສຸກ,” ພຣະອົງໄດ້ບອກນາງ.
ມາຣະໂກ 5:33–34; ລູກາ 8:47–48
ແລ້ວກໍມີຊາຍຄົນໜຶ່ງໄດ້ມາຈາກເຮືອນຂອງຢາອີໂຣ. ລາວໄດ້ເວົ້າວ່າມັນສາຍເກີນໄປແລ້ວ: ລູກສາວຂອງຢາອີໂຣໄດ້ເສຍຊີວິດແລ້ວ. ຢາອີໂຣບໍ່ຄວນລົບກວນພຣະເຢຊູອີກຕໍ່ໄປ.
ມາຣະໂກ 5:35
ທັນທີທີ່ພຣະເຢຊູໄດ້ຍິນເລື່ອງນີ້, ພຣະອົງກໍໄດ້ບອກຢາອີໂຣວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ.” ແລ້ວພວກເພິ່ນກໍໄດ້ໄປເຮືອນຂອງຢາອີໂຣ.
ມາຣະໂກ 5:36–38
ຢາອີໂຣ ແລະ ພັນລະຍາຂອງລາວໄດ້ນຳພຣະເຢຊູໄປບ່ອນທີ່ລູກສາວຂອງເຂົາເຈົ້ານອນຢູ່. ພຣະເຢຊູໄດ້ຈັບມືຂອງນາງນ້ອຍນັ້ນ ແລະ ໄດ້ກ່າວແກ່ນາງວ່າ, “ຈົ່ງລຸກຂຶ້ນ.”
ມາຣະໂກ 5:41
ໂດຍທັນທີ, ລູກສາວຂອງຢາອີໂຣກໍໄດ້ລຸກຂຶ້ນຈາກຕຽງຂອງນາງ. ນາງບໍ່ໄດ້ຕາຍອີກແລ້ວ! ພຣະເຢຊູໄດ້ບອກໃຫ້ຢາອີໂຣ ແລະ ພັນລະຍາຂອງລາວ ເອົາອາຫານມາໃຫ້ນາງກິນ. ເຂົາເຈົ້າຕ່າງກໍປະຫລາດໃຈກັບສິ່ງທີ່ພຣະເຢຊູໄດ້ກະທຳເພື່ອລູກສາວຂອງເຂົາເຈົ້າ. ພຣະອົງໄດ້ສັ່ງເຂົາເຈົ້າບໍ່ໃຫ້ບອກຄົນອື່ນກ່ຽວກັບການມະຫັດສະຈັນນີ້.
ມາຣະໂກ 5:42–43