ໂຢຮັນ 11:1–46
ພຣະເຢຊູໂຜດລາຊະໂຣໃຫ້ເປັນຄືນມາຈາກຕາຍ
“ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ”
ນາງມາຣີ, ນາງມາທາ, ແລະ ລາຊະໂຣ ໄດ້ອາໄສຢູ່ໃນເມືອງໜຶ່ງເອີ້ນວ່າ ເບັດທານີ. ພວກເຂົາເຊື່ອໃນພຣະເຢຊູ, ແລະ ພຣະອົງຮັກພວກເຂົາ. ນາງມາຣີ ແລະ ນາງມາທາເປັນເອື້ອຍນ້ອງຂອງລາຊະໂຣ.
ໂຢຮັນ 11:1, 5
ລາຊະໂຣໄດ້ລົ້ມປ່ວຍໜັກ. ພຣະເຢຊູຢູ່ໃນເມືອງອື່ນ. ນາງມາຣີ ແລະ ນາງມາທາໄດ້ສົ່ງຂ່າວສານໄປຫາພຣະອົງ ເພື່ອໃຫ້ພຣະອົງຮູ້ວ່າ ເພື່ອນຂອງພຣະອົງປ່ວຍ.
ໂຢຮັນ 11:1–3
ພຣະເຢຊູໄດ້ລໍຖ້າເປັນເວລາສອງມື້. ແລ້ວພຣະອົງກໍໄດ້ບອກສານຸສິດຂອງພຣະອົງວ່າ ພວກເຂົາຈະໄປເບັດທານີ. ເຫລົ່າສານຸສິດກໍກັງວົນໃຈ ເພາະບາງຄົນໃກ້ເບັດທານີຢາກທີ່ຈະທຳຮ້າຍພຣະເຢຊູ. ແຕ່ພຣະເຢຊູຢາກຈະຊ່ວຍລາຊະໂຣ. ພຣະເຢຊູໄດ້ກ່າວວ່າ ລາຊະໂຣຕາຍແລ້ວ, ແລະ ພຣະອົງກຳລັງຈະໂຜດໃຫ້ລາວເປັນຄືນມາຈາກຕາຍ.
ໂຢຮັນ 11:6–16
ນາງມາທາໄດ້ພົບກັບພຣະເຢຊູຢູ່ນອກເມືອງ. ນາງໄດ້ເວົ້າວ່າ ຖ້າຫາກພຣະເຢຊູມາຮອດໄວກວ່ານີ້, ລາຊະໂຣກໍຄົງຈະບໍ່ຕາຍ. ພຣະເຢຊູໄດ້ສັນຍາວ່າ ລາຊະໂຣຈະກັບມາມີຊີວິດອີກຄັ້ງ.
ໂຢຮັນ 11:17–24
ພຣະເຢຊູໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ.” ພຣະອົງໄດ້ຖາມນາງມາທາວ່າ ນາງເຊື່ອພຣະອົງບໍ. ນາງໄດ້ກ່າວວ່າ, “ຂ້ານ້ອຍເຊື່ອແລ້ວວ່າ ທ່ານເປັນພຣະຄຣິດ ຄືພຣະບຸດຂອງພຣະເຈົ້າ.”
ໂຢຮັນ 11:25–27
ນາງມາທາໄດ້ກັບຄືນໄປທີ່ເຮືອນ ແລະ ໄດ້ບອກນາງມາຣີວ່າ ພຣະເຢຊູມາຮອດແລ້ວ. ນາງມາຣີໄດ້ມາກົ້ມກາບລົງທີ່ພຣະບາດຂອງພຣະເຢຊູ ແລະ ຮ້ອງໄຫ້ຫາອ້າຍຂອງນາງ. ພຣະເຢຊູກໍຮ້ອງໄຫ້ເຊັ່ນກັນ. ພຣະເຢຊູຮັກລາຊະໂຣ, ນາງມາຣີ ແລະ ນາງມາທາ.
ໂຢຮັນ 11:28–36
ພຣະເຢຊູ, ນາງມາທາ, ນາງມາຣີ, ແລະ ຄົນອື່ນໆໄດ້ໄປທີ່ອຸບມຸງບ່ອນທີ່ລາຊະໂຣໄດ້ຖືກຝັງ. ມີຫີນກ້ອນໃຫຍ່ປິດປາກຖ້ຳໄວ້. ພຣະເຢຊູໄດ້ບອກໃຫ້ຍູ້ກ້ອນຫີນນັ້ນອອກ.
ໂຢຮັນ 11:38–39
ແຕ່ນາງມາທາໄດ້ບອກພຣະເຢຊູວ່າ ລາຊະໂຣໄດ້ຕາຍໄປແລ້ວສີ່ມື້. ພຣະເຢຊູໄດ້ຢໍ້າເຕືອນນາງມາທາກ່ຽວກັບຄຳສັນຍາຂອງພຣະອົງ. ພຣະອົງໄດ້ຂໍໃຫ້ນາງເຊື່ອ.
ໂຢຮັນ 11:39–40
ແລ້ວພຣະເຢຊູກໍໄດ້ອະທິຖານຫາພຣະບິດາຂອງພຣະອົງ. ພຣະອົງໄດ້ຂອບພຣະຄຸນພຣະເຈົ້າທີ່ຟັງພຣະອົງສະເໝີ. ພຣະເຢຊູຢາກໃຫ້ຜູ້ຄົນເຊື່ອວ່າ ພຣະເຈົ້າໄດ້ສົ່ງພຣະອົງມາເພື່ອເປັນພຣະຜູ້ຊ່ວຍໃຫ້ລອດ. ແລ້ວພຣະເຢຊູກໍໄດ້ເອີ້ນໃສ່ວ່າ, “ລາຊະໂຣເອີຍ ຈົ່ງອອກມາ.”
ໂຢຮັນ 11:41–43
ລາຊະໂຣໄດ້ຍ່າງອອກມາຈາກອຸບມຸງ. ລາວຍັງຖືກພັນດ້ວຍເສື້ອຜ້າ ແລະ ຜ້າທີ່ລາວຖືກຝັງນຳຢູ່. ພຣະເຢຊູໄດ້ບອກຜູ້ຄົນໃຫ້ແກ້ຜ້າອອກໃຫ້ລາວ. ຫລາຍຄົນທີ່ກຳລັງເບິ່ງໃນມື້ນັ້ນ ບັດນີ້ ໄດ້ເຊື່ອແລ້ວວ່າ ພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດທີ່ແທ້ຈິງ, ຄືພຣະບຸດຂອງພຣະເຈົ້າ.
ໂຢຮັນ 11:44–45