ລູກາ 2:39–52
ພຣະກຸມມານເຢຊູ
ການຮຽນຮູ້ ແລະ ການຈະເລີນເຕີບໂຕ
ພຣະເຢຊູໄດ້ຈະເລີນເຕີບໂຕໃນເມືອງນາຊາເຣັດກັບນາງມາຣີ ແລະ ໂຢເຊັບ. ເມື່ອເວລາຜ່ານໄປ, ພຣະອົງໄດ້ຮຽນຮູ້ຫລາຍຂຶ້ນ ແລະ ຫລາຍຂຶ້ນເລື້ອຍໆກ່ຽວກັບພຣະບິດາເທິງສະຫວັນ. ພຣະອົງໄດ້ກະກຽມຕົວສຳລັບວຽກງານທີ່ພຣະບິດາເທິງສະຫວັນໄດ້ປະສົງໃຫ້ພຣະອົງກະທຳ.
ລູກາ 2:39–40; ຄຳສອນ ແລະ ພັນທະສັນຍາ 93:12–14
ຕອນພຣະເຢຊູອາຍຸໄດ້ 12 ປີ, ພຣະອົງໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບຄອບຄົວ ແລະ ໝູ່ເພື່ອນເພື່ອສະຫລອງເທດສະການປັດສະຄາ. ພວກເພິ່ນໄດ້ຢູ່ທີ່ນັ້ນເປັນເວລາຫລາຍມື້.
ລູກາ 2:41–43
ຕອນລະຫວ່າງທາງກັບບ້ານ, ໂຢເຊັບ ແລະ ນາງມາຣີໄດ້ສັງເກດເຫັນວ່າ ພຣະເຢຊູບໍ່ໄດ້ຢູ່ກັບພວກເພິ່ນ. ພວກເພິ່ນໄດ້ກັບຄືນໄປນະຄອນເຢຣູຊາເລັມເພື່ອຊອກຫາພຣະອົງ. ພວກເພິ່ນກັງວົນໃຈຫລາຍ.
ລູກາ 2:44–46
ຫລັງຈາກທີ່ໄດ້ຊອກຫາເປັນເວລາສາມວັນ, ນາງມາຣີ ແລະ ໂຢເຊັບກໍໄດ້ພົບພຣະອົງໃນທີ່ສຸດ. ພຣະອົງໄດ້ຢູ່ໃນພຣະວິຫານ, ກຳລັງເວົ້າລົມກັບພວກອາຈານກ່ຽວກັບພຣະຄຳພີ. ພວກອາຈານກຳລັງຖາມພຣະອົງ. ພວກເພິ່ນຕ່າງກໍປະຫລາດໃຈທີ່ພຣະເຢຊູຮູ້ ແລະ ເຂົ້າໃຈຫລາຍຂະໜາດໃດ!
ລູກາ 2:46–47; ເບິ່ງ ການແປຂອງໂຈເຊັບ ສະມິດ ໃນໝາຍເຫດຢູ່ທາງລຸ່ມໜ້າປຶ້ມ 46ຄ ນຳອີກ
ນາງມາຣີໄດ້ບອກພຣະເຢຊູວ່າພວກເພິ່ນກັງວົນໃຈຫລາຍຂະໜາດໃດເມື່ອພວກເພິ່ນຊອກຫາພຣະອົງບໍ່ເຫັນ. ພຣະເຢຊູໄດ້ກ່າວວ່າ ພຣະອົງກຳລັງກະທຳວຽກງານຂອງພຣະບິດາເທິງສະຫວັນຂອງພຣະອົງ. ພຣະເຢຊູໄດ້ກັບລົງເມືອສູ່ເມືອງນາຊາເຣັດກັບຄອບຄົວຂອງພຣະອົງ. ພຣະອົງໄດ້ເຊື່ອຟັງ ນາງມາຣີ ແລະ ໂຢເຊັບ.
ລູກາ 2:48–52
ພຣະເຢຊູໄດ້ຮຽນຮູ້ຕໍ່ໄປ. ພຣະອົງໄດ້ຈະເລີນເຕີບໃຫຍ່ ແລະ ແຂງແຮງຫລາຍຂຶ້ນ. ພຣະບິດາເທິງສະຫວັນຮັກພຣະອົງ ແລະ ໄດ້ຊ່ວຍພຣະອົງກະກຽມພ້ອມສຳລັບພາລະກິດຂອງພຣະອົງ. ພຣະເຢຊູຮັກຜູ້ຄົນທີ່ຢູ່ອ້ອມຂ້າງພຣະອົງ, ແລະ ເຂົາເຈົ້າກໍຮັກພຣະອົງ.
ລູກາ 2:52