ເລື່ອງ​ພຣະ​ຄຳ​ພີ
ໂປ​ໂລ​ປຽບ​ທຽບ​ສາດ​ສະ​ໜາ​ຈັກ​ໃສ່​ກັບ​ພຣະ​ກາຍ​ຂອງ​ພຣະ​ຄຣິດ—ການ​ສິດ​ສອນ​ກ່ຽວ​ກັບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ, ຄວາມ​ສາ​ມັກ​ຄີ, ແລະ ຄວາມ​ໃຈ​ບຸນ


1 ໂກ​ຣິນ​ໂທ 12–13

ໂປ​ໂລ​ປຽບ​ທຽບ​ສາດ​ສະ​ໜາ​ຈັກ​ໃສ່​ກັບ​ພຣະ​ກາຍ​ຂອງ​ພຣະ​ຄຣິດ

ການ​ສິດ​ສອນ​ກ່ຽວ​ກັບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ, ຄວາມ​ສາ​ມັກ​ຄິ, ແລະ ຄວາມ​ໃຈ​ບຸນ

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ, ໂດຍ​ມີ​ຊາວ​ໂກ​ຣິນ​ໂທ​ເປັນ​ສາກ​ຫລັງ.

ໂກ​ຣິນ​ໂທ​ເປັນ​ເມືອງ​ໃຫຍ່, ສັບ​ສົນ​ວຸ້ນ​ວາຍ. ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈຳ​ນວນ​ຫລາຍ​ອາ​ໄສ​ຢູ່​ທີ່​ນັ້ນ. ແຕ່​ວ່າ​ເຂົາ​ເຈົ້າ​ທັງ​ໝົດ​ແມ່ນ​ມາ​ຈາກ​ສະ​ຖານ​ທີ່​ທີ່​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ. ໂປ​ໂລ​ຢາກຊ່ວຍ​ເຂົາ​ເຈົ້າ​ໃຫ້​ສາ​ມັກ​ຄິ​ກັນ ແລະ ເຫັນ​ຄວາມ​ດີ​ເຊິ່ງ​ກັນ​ແລະ​ກັນ. ສະ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ພວກ​ເຂົາ.

1 ໂກ​ຣິນ​ໂທ 1:11–13

ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ໂກ​ຣິນ​ໂທ​ມີ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ​ທີ່​ແຕກ​ຕ່າງ​ກັນ.

ໃນ​ຈົດ​ໝາຍ​ຂອງ​ເພິ່ນ, ໂປ​ໂລ​ໄດ້​ບອກ​ໄພ່​ພົນ​ວ່າ​ເຂົາ​ເຈົ້າ​ທັງ​ໝົດ​ລ້ວນ​ແລ້ວ​ແຕ່​ມີ​ຂອງ​ປະ​ທານ​ພິ​ເສດ​ຈາກ​ພຣະ​ເຈົ້າ. ບາງ​ຄົນ​ກໍ​ມີ​ຂອງ​ປະ​ທານ​ແຫ່ງ​ສັດ​ທາ. ສ່ວນ​ຄົນ​ອື່ນໆ​ກໍ​ມີ​ຂອງ​ປະ​ທານ​ແຫ່ງ​ການ​ກະ​ທຳ​ສິ່ງ​ມະ​ຫັດ​ສະ​ຈັນ. ບາງ​ຄົນ​ເປັນ​ຄົນ​ສະ​ຫລາດ, ແລະ ບາງ​ຄົນ​ກໍ​ສາ​ມາດ​ປີ່ນ​ປົວ​ຄົນ​ອື່ນ​ໄດ້. ບາງ​ຄົນ​ກໍ​ສາ​ມາດ​ເວົ້າ​ພາ​ສາ​ອື່ນໆ​ໄດ້. ໄພ່​ພົນ​ທັງ​ໝົດ​ລ້ວນ​ແລ້ວ​ແຕ່​ມີ​ຂອງ​ປະ​ທານ​ທີ່​ແຕກ​ຕ່າງ​ກັນ, ແຕ່​ຂອງປະທານທັງໝົດ​​ແມ່ນ​ມາ​ຈາກ​ພຣະ​ເຈົ້າ.

1 ໂກ​ຣິນ​ໂທ 12:3–11, 29–30

ຜູ້​ຄົນ​ໃນ​ເມືອງ​ໂກ​ຣິນ​ໂທ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ.

ໂປ​ໂລ​ໄດ້​ສິດ​ສອນ​ວ່າ​ເຖິງ​ແມ່ນ​ວ່າ​ໄພ່​ພົນ​ຈະ​ແຕກ​ຕ່າງ​ກັນ, ແຕ່​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ໄດ້​ນຳ​ເຂົາ​ເຈົ້າ​ໃຫ້​ມາ​ຢູ່​ຮ່ວມ​ກັນ. ເມື່ອ​ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ, ຮັບ​ບັບ​ຕິ​ສະ​ມາ, ແລະ ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແລ້ວ, ເຂົາ​ເຈົ້າ​ກໍ​ກາຍ​ເປັນ​ກຸ່ມ​ໜຶ່ງ​ກຸ່ມ​ດຽວ, ທີ່​ສາ​ມັກ​ຄີ​ກັນ​ໃນ​ພຣະ​ເຢຊູຄຣິດ.

1 ໂກ​ຣິນ​ໂທ 12:27

ສອງ​ຄົນ​ກຳ​ລັງ​ແບ່ງ​ປັນ​ເຂົ້າ​ຈີ່; ສອງ​ຄົນ​ກຳ​ລັງ​ຍ່າງ​ໄປ​ນຳ​ກັນ; ແມ່​ຄົນ​ໜຶ່ງ ແລະ ລູກໆ​ຂອງ​ລາວ.

ໂປ​ໂລ​ໄດ້​ກ່າວ​ວ່າ​ສາດ​ສະ​ໜາ​ຈັກ​ກໍ່​ປຽບ​ເໝືອນ​ດັ່ງ​ຮ່າງ​ກາຍ​ອັນ​ໜຶ່ງ, ທີ່​ມີ​ຫົວ, ແຂນ, ຂາ, ແລະ ຕີນ. ທຸກ​ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເຮັດ​ສິ່ງ​ທີ່​ແຕກ​ຕ່າງ​ກັນ. ຫູ​​ບໍ່ຄວນ​ຮູ້​ສຶກ​ບໍ່​ດີ​ຍ້ອນ​ວ່າ​ມັນ​ແຕກ​ຕ່າງ​ໄປ​ຈາກ​ຕາ. ແລະ ຫົວ​ກໍ​ບໍ່​ສາ​ມາດ​ເວົ້າ​ໃຫ້​ກັບ​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງ​ການ​ເຈົ້າ.” ແຕ່​ລະ​ພາກ​ສ່ວນ​ແມ່ນ​ມີ​ຄວາມ​ສຳ​ຄັນ, ແລະ ພວກ​ມັນ​ເຮັດ​ວຽກ​ຮ່ວມ​ກັນ.

1 ໂກ​ຣິນ​ໂທ 12:12–14

ຜູ້​ຄົນ​ໃນ​ເມືອງ​ໂກ​ຣິນ​ໂທ​ໄດ້​ມາ​ເຕົ້າ​ໂຮມ​ກັນ.

ໂປ​ໂລ​ເອີ້ນ​ໄພ່​ພົນ​ໃນ​ເມືອງ​ໂກ​ຣິນ​ໂທ​ວ່າ​ “ພຣະ​ກາຍ​ຂອງ​ພຣະ​ຄຣິດ.” ເພິ່ນ​ຢາກໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ​ຮ່ວມ​ກັນ​ຄື​ກັບ​ອະ​ໄວ​ຍະ​ວະ​ຕ່າງໆ​ຂອງ​ຮ່າງ​ກາຍ, ໂດຍ​ການ​ນຳ​ໃຊ້​ຂອງ​ປະ​ທານ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ຊ່ວຍ​ເຫລືອ ແລະ ເປັນ​ພອນ​ໃຫ້​ກັນ​ແລະ​ກັນ.

1 ໂກ​ຣິນ​ໂທ 12:15–27

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ; ພຣະ​ເຢ​ຊູ​ກຳ​ລັງ​ເອົາ​ເຂົ້າ​ຈີ່​ໃຫ້​ຊາຍ​ຄົນ​ໜຶ່ງ.

ເພື່ອ​ເຮັດ​ສິ່ງ​ນີ້, ຜູ້​ຄົນ​ຕ້ອງ​ການ​ຄວາມ​ຮັກ​ໃນ​ແບບ​ທີ່​ພິ​ເສດ​ຫລາຍ, ທີ່​ເອີ້ນ​ວ່າ ຄວາມ​ໃຈ​ບຸນ. ມັນ​ຄື​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ມີ​ໃຫ້​ກັບ​ທຸກ​ຄົນ. ໂປ​ໂລ​ໄດ້​ກ່າວ​ວ່າ​ການ​ມີ​ຄວາມ​ໃຈ​ບຸນ​ນັ້ນ​ໝາຍ​ເຖິງ​ການ​ມີ​ຄວາມ​ອົດ​ທົນ​ກັບ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ບໍ່​ດີ​ກັບ​ເຮົາ​ກໍ​ຕາມ. ມັນ​ໝາຍ​ຄວາມ​ວ່າ​ບໍ່​ເປັນ​ຄົນ​ຫຍາບ​ຄາຍ, ເຫັນ​ແກ່​ຕົວ, ຫລື ບໍ່​ອິດ​ສາ. ມັນ​ໝາຍ​ຄວາມ​ວ່າ​ຮັກ​ໃນ​ຄວາມ​ຈິງ ແລະ ມີ​ຄວາມ​ຫວັງ.

1 ໂກ​ຣິນ​ໂທ 13:1–7; ໂມ​ໂຣ​ໄນ 7:47

ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ເອົາ​ເຂົ້າ​ຈີ່​ໃຫ້​ກັບ​ຜູ້​ຍິງ​ຄົນ​ໜຶ່ງ.

ໂປ​ໂລ​ໄດ້​ບອກ​ກັບ​ໄພ່​ພົນ​ໃນ​ເມືອງ​ໂກ​ຣິນ​ໂທ​ວ່າ​ຄວາມ​ໃຈ​ບຸນ​ນັ້ນ​ຈະ​ຍືນ​ຍົງ​ຕະ​ຫລອດ​ໄປ. ບໍ່​ວ່າ​ເຮົາ​ຈະ​ມີ​ຂອງ​ປະ​ທານ​ຢ່າງ​ອື່ນ​ໃດ​ກໍ​ຕາມ, ເຮົາ​ທຸກ​ຄົນ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ໃຈ​ບຸນ. ເຮົາ​ທຸກ​ຄົນ​ສາ​ມາດ​ມີ​ຄວາມ​ໃຈ​ບຸນ​ໄດ້​ຖ້າ​ວ່າ​ເຮົາ​ຂໍ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ເຮົາ ແລະ ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

1 ໂກ​ຣິນ​ໂທ 13:1–3, 8; ໂມ​ໂຣ​ໄນ 7:48