1 ແລະ 2 ຕີໂມທຽວ
ຈົດໝາຍເຖິງຕີໂມທຽວ
ໂປໂລໃຫ້ຄຳແນະນຳແກ່ເພື່ອນໜຸ່ມຂອງເພິ່ນ
ຕີໂມທຽວເປັນຊາຍໜຸ່ມທີ່ມີສັດທາອັນແຮງກ້າໃນພຣະເຢຊູຄຣິດ. ແມ່ຂອງລາວ, ນາງຢູນິເກ, ແລະ ແມ່ເຖົ້າຂອງລາວ, ນາງໂລອີ, ກໍຍັງເປັນແມ່ຍິງທີ່ມີສັດທາອັນຍິ່ງໃຫຍ່ນຳອີກ. ພວກນາງໄດ້ສິດສອນຕີໂມທຽວຈາກພຣະຄຳພີ, ແມ່ນແຕ່ໃນຕອນທີ່ລາວຍັງເປັນເດັກນ້ອຍ.
2 ຕີໂມທຽວ 1:5; 3:15
ຕີໂມທຽວ ແລະ ໂປໂລໄດ້ເປັນເພື່ອນທີ່ດີ. ພວກເພິ່ນໄດ້ເຮັດວຽກ ແລະ ເດີນທາງໄປດ້ວຍກັນ, ຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ແບ່ງປັນພຣະກິດຕິຄຸນຂອງພຣະອົງ. ໂປໂລຮັກຕີໂມທຽວຄືກັນກັບລູກຊາຍຄົນໜຶ່ງ.
ຟີລິບປອຍ 2:19–22; 1 ຕີໂມທຽວ 1:2
ໂປໂລໄດ້ຂໍໃຫ້ຕີໂມທຽວນຳພາສາດສະໜາຈັກໃນເມືອງເອເຟໂຊ. ໂປໂລຈຳຕ້ອງເດີນທາງໄປອີກເມືອງໜຶ່ງ. ໃນຂະນະທີ່ເພິ່ນບໍ່ຢູ່, ເພິ່ນໄດ້ຂຽນຈົດໝາຍສະບັບໜຶ່ງຫາຕີໂມທຽວເພື່ອຊ່ວຍເຫລືອລາວ.
1 ຕີໂມທຽວ 1:1–3
ຕໍ່ມາ, ເມື່ອໂປໂລໄດ້ຕິດຄຸກຢູ່ໃນນະຄອນໂຣມ, ເພິ່ນໄດ້ຂຽນຈົດໝາຍຫາຕີໂມທຽວອີກສະບັບໜຶ່ງ. ເພິ່ນໄດ້ເຕືອນຕີໂມທຽວວ່າເວລາທີ່ຫຍຸ້ງຍາກຈະມາເຖິງ. ຜູ້ຄົນບາງຈຳນວນຈະຫັນໜີໄປຈາກຄວາມຈິງ ແລະ ຮັກໃນສິ່ງທາງໂລກຫລາຍກວ່າພຣະເຈົ້າ. ພວກເຂົາຈະສິດສອນສິ່ງທີ່ບໍ່ແມ່ນຄວາມຈິງ.
2 ຕີໂມທຽວ 3:1–7; 4:3–4
ໂປໂລໄດ້ບອກຕີໂມທຽວວ່າ ຢ່າສູ່ຢ້ານ. ເພິ່ນໄດ້ເວົ້າວ່າ, “ເພາະວ່າພຣະເຈົ້າບໍ່ໄດ້ປະທານໃຈອັນຢ້ານກົວໃຫ້ແກ່ເຮົາ; ແຕ່ໄດ້ປະທານໃຈອັນປະກອບດ້ວຍອຳນາດ, ແລະ ຄວາມຮັກ.” ໂປໂລໄດ້ບອກຕີໂມທຽວໃຫ້ເຮັດສິ່ງທີ່ລາວໄດ້ຮຽນຮູ້ນັ້ນຕໍ່ໄປ. ພຣະຄຳພີຈະນຳພາລາວໃຫ້ໄປຫາພຣະເຢຊູຄຣິດ.
2 ຕີໂມທຽວ 1:7–9; 3:14–17
ໂປໂລໄດ້ຮູ້ຈັກແລ້ວວ່າຊີວິດຂອງເພິ່ນຈະຈົບລົງໃນອີກບໍ່ດົນ. ແຕ່ເພິ່ນບໍ່ໄດ້ຢ້ານກົວວ່າຈະຕາຍ. ໂປໂລໄດ້ບອກກັບຕີໂມທຽວວ່າເຖິງແມ່ນວ່າເພິ່ນໄດ້ຜ່ານຜ່າຄວາມທ້າທາຍຫລາຍຢ່າງໃນຊີວິດຂອງເພິ່ນ, ເພິ່ນກໍຍັງຮັກສາສັດທາຂອງເພິ່ນໃຫ້ເຂັ້ມແຂງ. ເພິ່ນໄດ້ໄວ້ວາງໃຈວ່າ ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ຈະປະທານຊີວິດນິລັນໃຫ້ກັບເພິ່ນ.
2 ຕີໂມທຽວ 4:6–8