ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ—“ເທິງ​ດານ​ຫີນ​ນີ້ ເຮົາ​ຈະ​ສ້າງ [ສາດ​ສະ​ໜາ​ຈັກ] ຂອງ​ເຮົາ​ຂຶ້ນ”


ມັດ​ທາຍ 16–17

ພຣະ​ເຢ​ຊູ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ

“ເທິງ​ດານ​ຫີນ​ນີ້ ເຮົາ​ຈະ​ສ້າງ [ສາດ​ສະ​ໜາ​ຈັກ] ຂອງ​ເຮົາ​ຂຶ້ນ”

ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ລົມ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ

ມື້​ໜຶ່ງ, ພຣະ​ເຢ​ຊູ​ໄດ້​ຖາມ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ຜູ້​ຄົນ​ຄິດ​ວ່າ​ພຣະ​ອົງ​ແມ່ນ​ໃຜ. ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ຕອບ​ວ່າ ບາງ​ຄົນ​ເວົ້າ​ວ່າ ພຣະ​ອົງ​ແມ່ນ ໂຢ​ຮັນ​ບັບ​ຕິ​ສະ​ໂຕ. ຄົນ​ອື່ນ​ຄິດ​ວ່າ ພຣະ​ອົງ​ເປັນ​ສາດ​ສະ​ດາ​ຈາກ​ພຣະ​ຄຳ​ພີ​ເດີມ ຜູ້​ທີ່​ໄດ້​ກັບ​ຄືນ​ມາ.

ມັດ​ທາຍ 16:13–14

ເປ​ໂຕ​ກຳ​ລັງ​ຕອບ​ພຣະ​ເຢ​ຊູ.

ແລ້ວ​ພຣະ​ເຢ​ຊູ​ກໍ​ໄດ້​ຖາມ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ພວກ​ເພິ່ນ​ຄິດ​ວ່າ​ພຣະ​ອົງ​ແມ່ນ​ໃຜ. ເປ​ໂຕ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ເປັນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່.”

ມັດ​ທາຍ 16:15–16

ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ລົມ​ກັບ​ເປ​ໂຕ.

ພຣະ​ເຢ​ຊູ​ດີ​ໃຈ​ທີ່​ໄດ້​ຍິນ​ເປ​ໂຕ​ກ່າວ​ເຊັ່ນ​ນີ້. ພຣະ​ອົງ​ໄດ້​ບອກ​ເປ​ໂຕ​ວ່າ ເພິ່ນ​ບໍ່​ໄດ້​ຮຽນ​ຮູ້​ວ່າ​ພຣະ​ອົງ​ແມ່ນ​ໃຜ​ຈາກ​ຄົນ​ອື່ນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເປີດ​ເຜີຍ​ມັນ​ໃຫ້​ກັບ​ເພິ່ນ.

ມັດ​ທາຍ 16:17

ພຣະ​ເຢ​ຊູ​ສັນ​ຍາ​ວ່າ​ຈະ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ເປ​ໂຕ.

ພຣະ​ເຢ​ຊູ​ໄດ້​ບອກ​ເປ​ໂຕ​ວ່າ, “ເທິງ​ດານ​ຫີນ​ນີ້ ເຮົາ​ຈະ​ສ້າງ [ສາດ​ສະ​ໜາ​ຈັກ] ຂອງ​ເຮົາ​ຂຶ້ນ.” ແລ້ວ​ພຣະ​ອົງ​ກໍ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂຫ​ລິດ​ໃຫ້​ກັບ​ເປ​ໂຕ, ຫລື ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ, ເພື່ອ​ວ່າ​ເພິ່ນ ແລະ ເຫລົ່າ​ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ​ຈະ​ສາ​ມາດ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລກ.

ມັດ​ທາຍ 16:18–19

ພຣະ​ເຢ​ຊູ​ພາ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ຂຶ້ນ​ໄປ​ເທິງ​ພູ.

ສອງ​ສາມ​ມື້​ຕໍ່​ມາ, ພຣະ​ເຢ​ຊູ​ໄດ້​ພາ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ໜ່ວຍ​ໜຶ່ງເພື່ອ​ອະ​ທິ​ຖານ.

ມັດ​ທາຍ 17:1; ລູ​ກາ 9:28

ພຣະ​ເຢ​ຊູ​ກຳ​ລັງ​ອະ​ທິ​ຖານ.

ຂະ​ນະ​ທີ່​ພຣະ​ເຢ​ຊູ​ອະ​ທິ​ຖານ, ພຣະ​ພັກ​ຂອງ​ພຣະ​ອົງ​ກໍ​ສ່ອງ​ສະ​ຫວ່າງ​ຂຶ້ນ​ດັ່ງ​ດວງ​ອາ​ທິດ. ແມ່ນ​ແຕ່​ເຄື່ອງ​ນຸ່ງ​ຂອງ​ພຣະ​ອົງ​ກໍ​ເບິ່ງ​ແຈ້ງ​ຂຶ້ນ.

ມັດ​ທາຍ 17:2; ລູ​ກາ 9:29

ໂມ​ເຊ ແລະ ເອ​ລີ​ຢາ​ມາ​ປະ​ກົດ.

ສາດ​ສະ​ດາ​ສອງ​ທ່ານ​ຈາກ​ພຣະ​ຄຳ​ພີ​ເດີມ, ໂມ​ເຊ ແລະ ເອ​ລີ​ຢາ, ໄດ້​ມາ​ປະ​ກົດ. ພວກ​ເພິ່ນ​ໄດ້​ເວົ້າ​ກັບ​ພຣະ​ເຢ​ຊູ​ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ເປ​ໂຕ​ໄດ້​ກ່າວ​ກັບ​ພຣະ​ເຢ​ຊູ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ ທີ່​ພວກ​ຂ້າ​ນ້ອຍ​ຢູ່​ບ່ອນ​ນີ້.”

ມັດ​ທາຍ 17:3–4; ລູ​ກາ 9:30–33 (ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ 31)

ພຣະ​ເຢ​ຊູ ແລະ ຄົນ​ອື່ນໆ​ໄດ້​ຍິນ​ສຽງ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ເປ​ໂຕ​ກຳ​ລັງ​ກ່າວ​ຢູ່​ນັ້ນ, ກ້ອນ​ເມກ​ອັນ​ແຈ່ມ​ໃສ​ກໍ​ໄດ້​ລອຍ​ມາ​ອ້ອມ​ຮອບ​ພວກ​ເພິ່ນ​ໄວ້. ພວກ​ເພິ່ນ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ກ່າວ​ວ່າ “ທ່ານ​ຜູ້​ນີ້​ແຫລະ ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ຊຶ່ງ​ເຮົາ​ພໍ​ໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.” ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ກໍ​ຢ້ານ​ກົວ ແລະ ໄດ້​ລົ້ມ​ລົງ​ພື້ນ.

ມັດ​ທາຍ 17:5–6

ພຣະ​ເຢ​ຊູ​ໄດ້​ບອກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ບໍ່​ໃຫ້​ຢ້ານ.

ພຣະ​ເຢ​ຊູ​ໄດ້​ຈັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຢ່າ​ສູ່​ຢ້ານ.” ພວກ​ເພິ່ນ​ໄດ້​ເງີຍ​ໜ້າ​ຂຶ້ນ. ໂມ​ເຊ ແລະ ເອ​ລີ​ຢາ​ໄດ້​ຈາກ​ໄປ​ແລ້ວ. ຢູ່​ເທິງ​ພູ​ໜ່ວຍ​ນີ້, ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ໃຫ້​ກັບ​ພວກ​ເພິ່ນ.

ມັດ​ທາຍ 17:7–9; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:12–13 ນຳອີກ