ລູກາ 24:13–25
ພຣະເຢຊູປອບໂຍນສານຸສິດສອງຄົນ
ການຍ່າງໄປນຳກັນໃນເສັ້ນທາງໄປເອມາອູດ
ໃນມື້ທີ່ພຣະເຢຊູຟື້ນຄືນພຣະຊົນ ສານຸສິດສອງຄົນກຳລັງຍ່າງຈາກເມືອງເຢຣູຊາເລັມໄປຫາເມືອງໜຶ່ງຊື່ວ່າ ເອມາອູດ. ພວກເຂົາເປັນຜູ້ຕິດຕາມຂອງພຣະເຢຊູ, ແລະ ພວກເຂົາເສົ້າໃຈ. ພວກເຂົາກຳລັງລົມກັນກ່ຽວກັບການສິ້ນພຣະຊົນຂອງພຣະເຢຊູ ແລະ ສິ່ງອື່ນໆທີ່ເກີດຂຶ້ນໃນສອງສາມມື້ຜ່ານມາ.
ລູກາ 24:13–14
ໃນຂະນະທີ່ພວກເຂົາຍ່າງໄປ, ພຣະເຢຊູໄດ້ມາ ແລະ ຍ່າງໄປກັບພວກເຂົາ, ແຕ່ພວກເຂົາບໍ່ຮູ້ວ່າແມ່ນພຣະເຢຊູ. ພຣະອົງໄດ້ຖາມວ່າພວກເຂົາກຳລັງເວົ້າເຖິງຫຍັງ ແລະ ເປັນຫຍັງພວກເຂົາຈຶ່ງໂສກເສົ້າ.
ລູກາ 24:15–17
ພວກເຂົາຮູ້ສຶກແປກໃຈທີ່ພຣະອົງບໍ່ຮູ້ວ່າມີຫຍັງເກີດຂຶ້ນ. ພວກເຂົາໄດ້ບອກພຣະອົງກ່ຽວກັບພຣະເຢຊູ. ພວກເຂົາຄິດວ່າພຣະອົງຈະເປັນພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ, ແຕ່ພຣະອົງໄດ້ສິ້ນພຣະຊົນແລ້ວ.
ລູກາ 24:18–21
ພວກເຂົາຍັງເວົ້າອີກວ່າ ຜູ້ຍິງບາງຄົນໄດ້ໄປທີ່ອຸບມຸງຂອງພຣະອົງ, ແຕ່ພຣະສົບຂອງພຣະເຢຊູໄດ້ຫາຍໄປ. ທູດສະຫວັນໄດ້ບອກຜູ້ຍິງວ່າພຣະເຢຊູຍັງຊົງພຣະຊົນຢູ່.
ລູກາ 24:21–24
ແລ້ວພຣະເຢຊູໄດ້ສິດສອນພວກເຂົາໃນສິ່ງທີ່ພຣະຄຳພີກ່າວກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ. ພຣະອົງໄດ້ກ່າວວ່າບັນດາສາດສະດາໄດ້ສິດສອນວ່າ ພຣະຜູ້ຊ່ວຍໃຫ້ລອດຈະສິ້ນພຣະຊົນ ແລະ ຟື້ນຄືນພຣະຊົນອີກຄັ້ງ.
ລູກາ 24:25–27
ເມື່ອພວກເຂົາໄປຮອດເມືອງເອມາອູດ, ມັນກໍຄ່ຳແລ້ວ. ສານຸສິດສອງຄົນໄດ້ເຊີນພຣະເຢຊູໃຫ້ພັກຢູ່ກັບພວກເຂົາ. ພຣະເຢຊູໄດ້ນັ່ງລົງເພື່ອຮັບປະທານອາຫານກັບພວກເຂົາ. ພຣະອົງໄດ້ເອົາເຂົ້າຈີ່ມາອວຍພອນ ແລະ ມອບໃຫ້ສານຸສິດ. ໃນເວລານັ້ນເອງ, ພວກເຂົາຈຶ່ງຮູ້ວ່າແມ່ນພຣະເຢຊູ. ທັນໃດນັ້ນພຣະອົງກໍຫາຍຕົວໄປ.
(ລູກາ 24:29–31).
ສານຸສິດສອງຄົນໄດ້ເລົ່າເຖິງຄວາມຮູ້ສຶກອົບອຸ່ນໃນໃຈຂອງພວກເຂົາໃນຂະນະທີ່ພຣະເຢຊູກຳລັງສິດສອນພວກເຂົາຈາກພຣະຄຳພີ. ພວກເຂົາໄດ້ຟ້າວກັບຄືນໄປເຢຣູຊາເລັມເພື່ອບອກສານຸສິດຄົນອື່ນໆວ່າພວກເຂົາໄດ້ເຫັນພຣະເຢຊູ.
ລູກາ 24:32–35