ໂຢຮັນ 10:1–18.
ພຣະເຢຊູຄືຜູ້ລ້ຽງແກະທີ່ດີ
“ແກະຂອງເຮົາກໍຟັງສຽງຂອງເຮົາ, ເຮົາຮູ້ຈັກພວກເຂົາ”
ພຣະເຢຊູບອກຜູ້ຄົນໃນເຢຣູຊາເລັມວ່າພຣະອົງເປັນຄືກັບຜູ້ລ້ຽງແກະທີ່ດີ. ສານຸສິດຂອງພຣະອົງ, ຫລື ຜູ້ຕິດຕາມ, ກໍຄືກັບແກະຂອງພຣະອົງ. ຜູ້ລ້ຽງແກະທີ່ດີຮັກແກະຂອງລາວ. ລາວຮູ້ຊື່ຂອງແຕ່ລະໂຕ.
ໂຢຮັນ 10:3, 14; ເບິ່ງ ຮີລາມັນ 15:13 ນຳອີກ
ແກະຮູ້ຈັກສຽງຂອງຜູ້ລ້ຽງແກະທີ່ດີ. ເມື່ອລາວເອີ້ນພວກເຂົາ, ພວກເຂົາຟັງ ແລະ ເຊື່ອຟັງ.
ໂຢຮັນ 10:4, 27
ຜູ້ລ້ຽງແກະທີ່ດີເບິ່ງແຍງແກະຂອງລາວ. ລາວນຳພາພວກເຂົາໄປສູ່ທົ່ງຫຍ້າຂຽວສົດ, ຄືກັນກັບທີ່ພຣະເຢຊູຄຣິດນຳພາເຮົາໄປສູ່ຊີວິດນິລັນດອນ.
ໂຢຮັນ 10:9–10, 28
ເມື່ອຄົນອື່ນຖືກຈ້າງໃຫ້ເບິ່ງແຍງຝູງແກະ, ພວກເຂົາບໍ່ໄດ້ຕິດຕາມລາວ, ເພາະວ່າພວກເຂົາບໍ່ຮູ້ຈັກສຽງຂອງລາວ. ເມື່ອມີອັນຕະລາຍເກີດຂຶ້ນ, ຜູ້ທີ່ຖືກຈ້າງກໍແລ່ນໜີໄປ. ລາວບໍ່ສົນໃຈແກະຄືກັບຜູ້ລ້ຽງແກະທີ່ດີ.
ໂຢຮັນ 10:5, 12–13
ຜູ້ລ້ຽງແກະທີ່ດີບໍ່ແລ່ນໜີໄປເມື່ອມີອັນຕະລາຍ. ລາວຢູ່ເພື່ອປົກປ້ອງແກະຂອງລາວ. ລາວຍັງເຕັມໃຈທີ່ຈະມອບຊີວິດຂອງລາວເພື່ອພວກມັນ, ເຊັ່ນດຽວກັບທີ່ພຣະເຢຊູຄຣິດໄດ້ມອບພຣະຊົນຊີບຂອງພຣະອົງເພື່ອເຮົາ ເພື່ອວ່າເຮົາຈະສາມາດມີຊີວິດນິລັນດອນ.
ໂຢຮັນ 10:11, 17–18
ພຣະເຢຊູໄດ້ບອກຜູ້ຄົນໃນເຢຣູຊາເລັມວ່າ ພຣະອົງຍັງມີແກະອື່ນອີກທີ່ອາໄສຢູ່ບ່ອນອື່ນ. ພຣະເຢຊູໄດ້ກ່າວວ່າພຣະອົງຈະໄປຢ້ຽມຢາມພວກເຂົາເຊັ່ນກັນ, ແລະ ພວກເຂົາຈະໄດ້ຍິນຄໍາສອນຂອງພຣະອົງ. ພຣະຄໍາພີມໍມອນບອກກ່ຽວກັບພຣະເຢຊູທີ່ໄປຢ້ຽມຢາມແກະອື່ນຂອງພຣະອົງໃນອາເມຣິກາ.
ໂຢຮັນ 10:16; 3 ນີໄຟ 15:11–24