ເລື່ອງ​ພຣະ​ຄຳ​ພີ
ຈົດ​ໝາຍ​ຈາກ​ຢາ​ໂກ​ໂບ—ການ​ເຊື້ອ​ເຊີນ​ໃຫ້​ເຊື່ອ​ຟັງ, ບໍ່​ແມ່ນ​ພຽງ​ແຕ່​ໄດ້​ຍິນ, ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ


ຢາ​ໂກ​ໂບ 1–3

ຈົດ​ໝາຍ​ຈາກ​ຢາ​ໂກ​ໂບ

ການ​ເຊື້ອ​ເຊີນ​ໃຫ້​ເຊື່ອ​ຟັງ, ບໍ່​ແມ່ນ​ພຽງ​ແຕ່​ໄດ້​ຍິນ, ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ

ຢາ​ໂກ​ໂບ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ.

ຢາ​ໂກ​ໂບ​ຄື​ລູກ​ຊາຍ​ຂອງ​ນາງ​ມາ​ຣີ ແລະ ເປັນ​ໜຶ່ງ​ໃນ​ບັນ​ດາ​ນ້ອງ​ຊາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຢາ​ໂກ​ໂບ​ກໍ​ຍັງ​ເປັນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໜຶ່ງ​ໃນ​ເຢ​ຣູ​ຊາ​ເລັມ. ເພິ່ນ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໃນ​ທົ່ວ​ໂລກ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຢາ​ໂກ​ໂບ 1:1

ໂຈ​ເຊັບ ສະ​ມິດ ກຳ​ລັງ​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ຢາ​ໂກ​ໂບ​ໄດ້​ຂຽນ​ໄວ້​ວ່າ, “ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຂາດ​ສະ​ຕິ​ປັນ​ຍາ, ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ.” ຫລາຍ​ປີ​ຕໍ່​ມາ, ເດັກ​ຊາຍ​ຄົນ​ໜຶ່ງ​ຊື່​ໂຈ​ເຊັບ​ສະ​ມິດ​ໄດ້​ອ່ານ​ພຣະ​ຄຳ​ເຫລົ່າ​ນີ້ ແລະ ໄດ້​ຕັດ​ສິນ​ໃຈ​ອະ​ທິ​ຖານ​ກ່ຽວ​ກັບ​ຄຳ​ຖາມ​ຂອງ​ເພິ່ນ. ຕໍ່​ມາ​ໂຈ​ເຊັບ​ສະ​ມິດ​ໄດ້​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ພົບ​ເຫັນ​ວ່າ ປະ​ຈັກ​ພະ​ຍານ​ຂອງ​ຢາ​ໂກ​ໂບ​ເປັນ​ຄວາມ​ຈິງ.” ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ໂຈ​ເຊັບ, ແລະ ພຣະ​ອົງ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ເຊັ່ນ​ກັນ.

ຢາ​ໂກ​ໂບ 1:5; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:11–17, 26

ຢາ​ໂກ​ໂບ​ກຳ​ລັງ​ສິດ​ສອນ​ກຸ່ມ​ຜູ້​ຄົນ.

ຢາ​ໂກ​ໂບ​ຍັງ​ໄດ້​ຂຽນ​ໄວ້​ວ່າ​ເຮົາ​ຄວນ​ຟັງ​ຢ່າງ​ລະ​ມັດ​ລະ​ວັງ​ຕໍ່​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ ແລະ ພະ​ຍາ​ຍາມ​ຢ່າ​ໃຈ​ຮ້າຍ​ໃສ່​ເຂົາ​ເຈົ້າ. ເມື່ອ​ເຮົາ​ໃຈ​ຮ້າຍ, ເຮົາ​ບໍ່​ສາ​ມາດ​ຮັບ​ໃຊ້​ພຣະ​ເຈົ້າ.

ຢາ​ໂກ​ໂບ 1:19–20

ເດັກ​ຊາຍ ແລະ ເດັກ​ຍິງ​​ລົມ​ກັບ​ຜູ້​ຍິງ​ທີ່​ມີ​ລູກ​ນ້ອຍ​ກຳ​ລັງ​ຮ້ອງ​ໄຫ້.

ຢາ​ໂກ​ໂບ​ໄດ້​ກ່າວ​ວ່າ ມັນ​ບໍ່​ພຽງ​ພໍ​ທີ່​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ; ເຮົາ​ຍັງ​ຈຳ​ເປັນ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ຄຳ​ນັ້ນ​ນຳ​ອີກ. “ຢ່າ​ພຽງ​ແຕ່​ຟັງ​ພຣະ​ທຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ,” ເພິ່ນ​ໄດ້​ຂຽນ​ໄວ້, “ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ​ພຣະ​ທຳ​ນັ້ນ​ຢ່າງ​ແທ້​ຈິງ.”

ຢາ​ໂກ​ໂບ 1:22

ເດັກ​ຊາຍ ແລະ ເດັກ​ຍິງ​ຄົນ​ນັ້ນ​ໄດ້​ເຊື້ອ​ເຊີນ​ຜູ້​ຍິງ ແລະ ລູກ​ນ້ອຍ​ຂອງ​ນາງ​ເຂົ້າ​ມາ​ໃນ​ເຕັ້ນ​ທີ່​ອົບ​ອຸ່ນ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ການ​ເປັນ​ຜູ້​ຕິດ​ຕາມ​​ພຣະ​ເຢ​ຊູ​ຄຣິດ ເປັນ​ຫລາຍ​ກວ່າ​ການ​ເຊື່ອ​ໃນ​ພຣະ​ເຈົ້າເທົ່ານັ້ນ, ຢາ​ໂກ​ໂບ​ໄດ້​ອະ​ທິ​ບາຍ. ແມ່ນ​ແຕ່​ມານ​ກໍ​ຍັງ​ຮູ້​ຈັກ​ວ່າ ພຣະ​ເຈົ້າ​ມີ​ຈິງ. ເມື່ອ​ເຮົາ​ເຫັນ​ຜູ້​ຄົນ​ທີ່​ໜາວ​ສັ່ນ ຫລື ຫິວ​ໂຫຍ, ເຮົາ​ຄວນ​ຈະ​ນຳ​ເອົາ​ເສື້ອ​ຜ້າ ແລະ ອາ​ຫານ​ມາ​ໃຫ້​ເຂົາ​ເຈົ້າ. ເຮົາ​ຄວນ​ໄປ​ຢ້ຽມ​ຢາມ​ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ. “ຄວາມ​ເຊື່ອ ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ,” ຢາ​ໂກ​ໂບ​ໄດ້​ຂຽນ​ໄວ້.

ຢາ​ໂກ​ໂບ 1:27; 2:14–20

ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ຈູງ​ມ້າ​ອອກ​ຈາກ​ອັນ​ຕະ​ລາຍ.

ຢາ​ໂກ​ໂບ​ຍັງ​ຢາກ​ຈະ​ສິດ​ສອນ​ໃຫ້​ໄພ່​ພົນ​ເວົ້າ​ຈາ​ດ້ວຍ​ຄວາມ​ອ່ອນ​ໂຍນ​ກັບ​ຄົນ​ອື່ນ. ເພິ່ນ​ໄດ້​ເວົ້າ​ວ່າ​ການ​ລະ​ມັດ​ລະ​ວັງ​ກັບ​ຄຳ​ເວົ້າ​ຂອງ​ເຮົາ​ນັ້ນ​ກໍ​ຄື​ກັນ​ກັບ​ການ​ຈູງ​ມ້າ. ເຮົາ​ສາ​ມາດ​ນຳ​ພາ​ມ້າ​ໂຕ​ໃຫຍ່​ດ້ວຍ​ບັງ​ຫຽນ, ຊຶ່ງ​ຕິດ​ກັບ​ເຫລັກ​ນ້ອຍໆ​ຢູ່​ໃນ​ປາກ​ຂອງ​ມ້າ. ຄຳ​ເວົ້າ​ຂອງ​ເຮົາ​ອາດ​ຈະ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ, ແຕ່​ມັນ​ມີ​ພະ​ລັງ.

ຢາ​ໂກ​ໂບ 3:2–3

ເຮືອ​ທີ່​ຢູ່​ໃນ​ລົມ​ພະ​ຍຸ, ກຳ​ລັງ​ໃຊ້​ຫາງ​ເສືອ​ນ້ອຍໆ​ໃນ​ການ​ບັງ​ຄັບ​ທິດ​ທາງ.

ຢາ​ໂກ​ໂບ​ໄດ້​ເວົ້າ​ວ່າ​ການ​ຄວບ​ຄຸມ​ຄຳ​ເວົ້າ​ຂອງ​ເຮົາ​ກໍ​ເໝືອນ​ກັນ​ກັບ​ການ​ບັງ​ຄັບ​ທິດ​ທາງ​ເຮືອ. ເຖິງ​ແມ່ນ​ວ່າ​ເຮືອ​ນັ້ນ​ຈະ​ໃຫຍ່ ແລະ ​ມີ​ລົມ​ພັດ​ແຮງ, ເຮົາ​ກໍ​ສາ​ມາດ​ນຳ​ພາ​ເຮືອ​ໂດຍ​ການ​ຄວບ​ຄຸມ​ຫາງ​ເສືອ ຫລື ພວງ​ມະ​ໄລ​ນ້ອຍໆ​ນັ້ນ​ກໍ​ໄດ້. ຫາງ​ເສືອ​ກໍ​ຄື​ກັນ​ກັບ​ຄຳ​ເວົ້າ​ຂອງ​ເຮົາ. ຖ້າ​ວ່າ​ເຮົາ​ສາ​ມາດ​ຄວບ​ຄຸມ​ສິ່ງ​ທີ່​ເຮົາ​ເວົ້າ​ອອກ​ໄປ, ເຮົາ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້​ຫລາຍ!

ຢາ​ໂກ​ໂບ 3:4–5

ຜູ້​ຄົນ​ກຳ​ລັງ​ໂຕ້​ຖຽງ​ກັນ​ກັບ​ທະ​ຫານ​ໂຣ​ມັນ​ຄົນ​ໜຶ່ງ, ຜູ້​ທີ່​ເຮັດ​ໃຫ້​ໝາກ​ໄມ້​ຕົກ.

ຢາ​ໂກ​ໂບ​ໄດ້​ອະ​ທິ​ບາຍ​ວ່າ, ຄຳ​ເວົ້າ​ທີ່​ບໍ່​ດີ, ກໍ​ເປັນ​ຄື​ກັນ​ກັບ​ແປວ​ໄຟ​ນ້ອຍໆ​ທີ່​ສາ​ມາດ​ກໍ່​ໃຫ້​ເກີດ​ເປັນ​ໄຟ​ໄໝ້​ໃຫຍ່ໄດ້. ມັນ​ສາ​ມາດ​ແຜ່​ລາມ​ໄດ້​ຢ່າງ​ໄວ​ວາ ແລະ ກໍ່​ໃຫ້​ເກີດ​ຄວາມ​ເຈັບ​ປວດ​ຫລາຍ. ນີ້​ແມ່ນ​ເຫດ​ຜົນ​ທີ່​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຕ້ອງ​ລະ​ມັດ​ລະ​ວັງ​ກັບ​ຄຳ​ເວົ້າ​ຂອງ​ເຮົາ.

ຢາ​ໂກ​ໂບ 3:5–6

ເດັກ​ນ້ອຍ​ກຳ​ລັງ​ເອົາ​ໝາກ​ໄມ້​ໃຫ້​ທະ​ຫານ.

ຢາ​ໂກ​ໂບ​ໄດ້​ຂຽນ​ໄວ້​ວ່າ​ເຮົາ​ໃຊ້​ປາກ​ຂອງ​ເຮົາ​ເພື່ອ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ແຕ່​ບາງ​ຄັ້ງ​ເຮົາ​ກໍ​ໃຊ້​ປາກ​ຂອງ​ເຮົາ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ, ຜູ້​ທີ່​ເປັນ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຊັ່ນ​ກັນ. ຢາ​ໂກ​ໂບ​ໄວ້​ເວົ້າ​ວ່າ​ມັນ​ບໍ່​ຄວນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ.

ຢາ​ໂກ​ໂບ 3:9–10

ທິວ​ທັດ​ທີ່​ງຽບ​ສະ​ຫງົບ​ໃກ້​ນ້ຳ​ພຸ, ໂດຍ​ທີ່​ຢາ​ໂກ​ໂບ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

ເພື່ອ​ສິດ​ສອນ​ໄພ່​ພົນ​ໃຫ້​ເວົ້າ​ຄຳ​ທີ່​ອ່ອນ​ໂຍນ, ຢາ​ໂກ​ໂບ​ໄດ້​ສິດ​ສອນ​ວ່າ​ນ້ຳ​ພຸ​ບໍ່​ສາ​ມາດ​ໃຫ້​ທັງ​ນ້ຳ​ທີ່​ສົດ​ຊື່ນ ແລະ ນ້ຳ​ທີ່​ຂົມ​ຂື່ນ​ໄດ້​ພ້ອມ​ກັນ. ຕົ້ນ​ໝາກ​ເດື່ອ​ບໍ່​ສາ​ມາດ​ປູກ​ໝາກ​ກອກ​ເທດ​ໄດ້, ແລະ ເຄືອ​ອະ​ງຸ່ນ​ກໍ່​ບໍ່​ສາ​ມາດ​ປູກ​ໝາກ​ເດື່ອ​ໄດ້. ໃນ​ທຳ​ນອງ​ດຽວ​ກັນ, ຖ້າ​ຫາກ​ວ່າ​ເຮົາ​ມີ​ຄວາມ​ດີ ແລະ ຄວາມ​ຮັກ​ໃນ​ຫົວ​ໃຈ​ຂອງ​ເຮົາ, ຄຳ​ເວົ້າ​ຂອງ​ເຮົາ​ກໍ່​ຈະ​ດີ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ເຊັ່ນ​ກັນ!

ຢາ​ໂກ​ໂບ 3:11–18