1 ໂກຣິນໂທ 6:16–20
ໂປໂລປຽບທຽບຮ່າງກາຍຂອງເຮົາໃສ່ກັບພຣະວິຫານ
ຂອງປະທານສັກສິດຈາກພຣະເຈົ້າ
ໂກຣິນໂທເປັນເມືອງໃຫຍ່ເມືອງໜຶ່ງທີ່ຢູ່ແຄມທະເລ. ໃນເມືອງນັ້ນມີຜູ້ຄົນຈຳນວນຫລາຍທີ່ບໍ່ນະມັດສະການພຣະເຈົ້າ. ໂປໂລໄດ້ສິດສອນຜູ້ຄົນໃນເມືອງໂກຣິນໂທກ່ຽວກັບພຣະເຢຊູ. ຫລາຍຄົນໄດ້ເຊື່ອ ແລະ ໄດ້ຮັບບັບຕິສະມາ.
ກິດຈະການ 18:8–11
ຫລັງຈາກທີ່ໂປໂລໄດ້ຈາກໄປ, ເພິ່ນໄດ້ຍິນວ່າສະມາຊິກຂອງສາດສະໜາຈັກກຳລັງມີບັນຫາບາງຢ່າງ. ຜູ້ຄົນຈຳນວນຫລາຍໃນເມືອງໂກຣິນໂທບໍ່ໄດ້ເຮັດຕາມພຣະບັນຍັດຂອງພຣະເຈົ້າກ່ຽວກັບວິທີການປະຕິບັດ ຫລືນຳໃຊ້ຮ່າງກາຍຂອງເຮົາ.
1 ໂກຣິນໂທ 6:13–18
ໂປໂລໄດ້ຂຽນຈົດໝາຍຫາພວກເຂົາ. ເພິ່ນໄດ້ເວົ້າວ່າ ຮ່າງກາຍຂອງເຮົາກໍຄືກັນກັບພຣະວິຫານຂອງພຣະເຈົ້າ. ເຮົາປະຕິບັດຕໍ່ພຣະວິຫານດ້ວຍຄວາມເຄົາລົບຍ້ອນວ່າເປັນບ້ານຂອງພຣະເຈົ້າ. ເຮົາກໍ່ຄວນປະຕິບັດຕໍ່ຮ່າງກາຍຂອງເຮົາດ້ວຍຄວາມເຄົາລົບ ນຳອີກເພາະວ່າຮ່າງກາຍນັ້ນເປັນຂອງປະທານຈາກພຣະເຈົ້າ.
1 ໂກຣິນໂທ 6:19–20
ພຣະບິດາເທິງສະຫວັນຢາກໃຫ້ເຮົາເລືອກທີ່ຈະເຮັດສິ່ງທີ່ດີກັບຮ່າງກາຍຂອງເຮົາ. ເມື່ອເຮົາເຮັດສິ່ງດີ, ເຮົາສາມາດມີພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາ.
1 ໂກຣິນໂທ 6:19
ໂປໂລໄດ້ກ່າວວ່າ ພຣະເຢຊູຄຣິດໄດ້ຈ່າຍຄ່າເພື່ອເຮົາໂດຍຜ່ານການທົນທຸກທໍລະມານຂອງພຣະອົງ. ເຮົາສະແດງຄວາມຮັກຂອງເຮົາຕໍ່ພຣະເຢຊູໂດຍການເລືອກທີ່ດີກ່ຽວກັບຮ່າງກາຍຂອງເຮົາ ແລະ ການຮັກສາພຣະບັນຍັດຂອງພຣະອົງ. ເຮົາສະແດງໃຫ້ພຣະເຈົ້າເຫັນວ່າເຮົາກະຕັນຍູສຳລັບຂອງປະທານອັນປະເສີດຂອງຮ່າງກາຍຂອງເຮົາໂດຍການປະຕິບັດກັບຮ່າງກາຍນັ້ນຄືກັນກັບພຣະວິຫານ.
1 ໂກຣິນໂທ 6:20