ເລື່ອງ​ພຣະ​ຄຳ​ພີ
ຊ່ວງ “ຢຸດ​ສະ​ງັກ” ໃນ​ປະ​ເທດ​ກາ​ນາ


“ຊ່ວງ ‘ຢຸດ​ສະ​ງັກ’ ໃນ​ປະ​ເທດ​ກາ​ນາ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ຊ່ວງ ‘ຢຸດ​ສະ​ງັກ’ ໃນ​ປະ​ເທດ​ກາ​ນາ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ມິ​ຖຸ​ນາ 1989–ເດືອນ​ພະ​ຈິກ 1990

ຊ່ວງ “ຢຸດ​ສະ​ງັກ” ໃນ​ປະ​ເທດ​ກາ​ນາ

ການ​ຍຶດ​ໝັ້ນ​ໃນ​ຄວາມ​ຊື່​ສັດ​ຂະ​ນະ​ທີ່​ໄພ່​ພົນ​ບໍ່​ສາ​ມາດ​ເຕົ້າ​ໂຮມ

ອາ​ລິສ ຈອນ​ສັນ ​ແລະ ເຮດ​ຕີ ບຣິ​ມາ ກຳ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃນ​ເມືອງ​ໂຄ​ຟໍ​ຣິ​ດູ​ອາ, ປະ​ເທດ​ກາ​ນາ.

ອາ​ລິສ ຈອນ​ສັນ ເປັນ​ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ຮັບ​ໃຊ້​ຢູ່​ໃນ​ບ້ານ​ເກີດ​ຂອງ​ນາງ, ປະ​ເທດ​ກາ​ນາ. ນາງ​ມັກ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ນາງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ສາດ​ສະ​ໜາ​ຈັກ​ໃຫ້​ເຕີບ​ໂຕ.

Saints, 4:416–17

ອາ​ລິສ ແລະ ເຮດ​ຕີ​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ອີກ​ຕໍ່​ໄປ.

ມື້​ໜຶ່ງ, ອາ​ລິສ​ໄດ້​ຮັບ​ຂ່າວ​ຮ້າຍ. ລັດ​ຖະ​ບານ​ໃນ​ປະ​ເທດ​ກາ​ນາ​ໄດ້​ກ່າວ​ວ່າ ຈະ​ບໍ່​ມີ​ການ​ປະ​ຊຸມ​ສາດສະໜາຈັກອີກ​ຕໍ່​ໄປ. ຜູ້​ສອນ​ສາດ​ສະ​ໜາ​ບໍ່​ສາ​ມາດ​ສິດ​ສອນ​ອີກ​ຕໍ່​ໄປ.

Saints, 4:417

ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຢູ່​ຂ້າງ​ນອກ​ອາ​ຄານ​ສາດສະໜາຈັກ​ທີ່​ລ໊ອກ​ໄວ້.

ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້​ບັງ​ຄັບ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ອອກ​ຈາກ​ອາ​ພາດ​ເມັນ​ຂອງ​ເຂົາ​ເຈົ້າ ແລະ ຍຶດ​ເອົາ​ລົດ​ຖີບ​ຂອງ​ເຂົາ​ເຈົ້າ​ໄປ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ໄດ້​ຖືກ​ຈັບ​ເຂົ້າ​ຄຸກ. ທະ​ຫານ​ໄດ້​ລ໊ອກ​ອາ​ຄານ​ສາດສະໜາຈັກ ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ໃຜ​ເຂົ້າ​ໄປ. ຜູ້​ຄົນ​ເອີ້ນ​ສິ່ງ​ນີ້​ວ່າ “ການ​ຢຸດ​ສະ​ງັກ.”

Saints, 4:417–18

ອາ​ລິສ​ກຳ​ລັງ​ອອກ​ໄປ​ຢູ່​ກັບ​ເພື່ອນ.

ຜູ້​ສອນ​ສາດ​ສະ​ໜາ​ຕ້ອງ​ກັບ​ບ້ານ. ອາ​ລິສ​ໄດ້​ໄປ​ຢູ່​ກັບ​ເພື່ອນ​ຄົນ​ໜຶ່ງ​ໃນ​ເມືອງ​ອື່ນ. ນາງ​ເປັນ​ຫ່ວງ​ວ່າ​ນາງ​ຈະ​ບໍ່​ສາ​ມາດ​ສຳ​ເລັດ​ການ​ເຜີຍ​ແຜ່​ຂອງ​ນາງ.

Saints, 4:418

ໄພ່​ພົນ​ໃນ​ປະ​ເທດ​ກາ​ນາ.

ໄພ່​ພົນ​ໃນ​ປະ​ເທດ​ກາ​ນາ​ເກີດ​ຄວາມ​ສັບ​ສົນ, ໂສກ​ເສົ້າ, ແລະ ຢ້ານ. ເຂົາ​ເຈົ້າ​ສົງ​ໄສ​ວ່າ​ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ. ເຂົາ​ເຈົ້າ​ຈະ​ໄດ້​ໄປ​ໂບດ​ອີກ​ຫລື​ບໍ່?

Saints, 4:418

ໄພ່​ພົນ​ກຳ​ລັງ​ມີ​ການ​ປະ​ຊຸມ​ສິນ​ລະ​ລຶກ​ຢູ່​ທີ່​ບ້ານ.

ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຕົ້າ​ໂຮມ​ກັບ​ຫວອດ​ຂອງ​ເຂົາ​ເຈົ້າ, ແຕ່​ໄພ່​ພົນ​ຍັງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຢາກ​ນະ​ມັດ​ສະ​ການ​ພຣະ​ອົງ. ເຂົາ​ເຈົ້າ​ໄດ້​ມີ​ການ​ປະ​ຊຸມ​ສິນ​ລະ​ລຶກ​ຢູ່​ໃ​ນ​ບ້ານ​ຂອງ​ຕົນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ທີ່​ມີ​ຖາ​ນະ​ປະ​ໂລ​ຫິດ​ໄດ້​​ອວຍ​ພອນ​ເຂົ້າ​ຈີ່ ແລະ ນ້ຳ ແລ້ວ​ຢາຍ​ໃຫ້​ຄົນ​ອື່ນໆ​ໃນ​ຄອບ​ຄົວ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:32; Saints, 4:419

ໄພ່​ພົນ​ກຳ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ.

ເດືອນ​ແລ້ວ​ເດືອນ​ເລົ່າ, ການ​ຢຸດ​ສະ​ງັກ​ນັ້ນ​ຍັງ​ຄົງ​ດຳ​ເນີນ​ຕໍ່​ໄປ. ໄພ່​ພົນ​ໄດ້​ຮ້ອງ​ເພງ​ສວດ ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັນ​ຢູ່​ໃນ​ບ້ານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ກັນ ເພື່ອ​ຊ່ວຍ​ຮັກ​ສາ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂັ້ມ​ແຂງ. ເຂົາ​ເຈົ້າ​ໄດ້​ເກັບ​ເງິນ​ສ່ວນ​ສິບ​ໄວ້​ຈ່າຍ​ເມື່ອ​ເຂົາ​ເຈົ້າ​ສາ​ມາດ​ກັບ​ຄືນ​ໄປ​ໂບດ​ອີກ. ເຂົາ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ ເພື່ອ​ໃຫ້​ການ​ຢຸດ​ສະ​ງັກ​ນັ້ນ​ສິ້ນ​ສຸດ​ລົງ.

Saints, 4:436–37

ອາ​ລິສ​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ໃຊ້​ເຜີຍ​ແຜ່​ອີກ​ຄັ້ງ.

ໃນ​ທີ່​ສຸດ, ຫລັງ​ຈາກ 18 ເດືອນ, ລັດ​ຖະ​ບານ​ໄດ້​ຕັດ​ສິນ​ໃຈ​ວ່າ ສາດ​ສະ​ໜາ​ຈັກ​ສາ​ມາດ​ຈັດ​ການ​ປະ​ຊຸມ​ໄດ້​ອີກ. ປະ​ທານ​ເຜີຍ​ແຜ່​ຄົນ​ໃໝ່​ໄດ້​ຂໍ​ລົມ​ກັບ​ອາ​ລິສ, ​ຊຶ່ງ​ຕອນ​ນັ້ນ​ລາວເປັນ​ນັກ​ສຶກ​ສາ​ໃນ​ວິ​ທະ​ຍາ​ໄລ. “ເຈົ້າ​ຢາກ​ກັບ​ມາ ແລະ ຮັບ​ໃຊ້​ເຜີຍ​ແຜ່​ຫລັງ​ຈາກ​ຈົບ​ຮຽນ​ບໍ?” ເພິ່ນ​ໄດ້​ຖາມ. “ບໍ່,” ນາງ​ໄດ້​ຕອບ. “ຂ້າ​ນ້ອຍ​ຢາກ​ຮັບ​ໃຊ້​ດຽວ​ນີ້!”

Saints, 4:437–39

ໄພ່​ພົນ​ໃນ​ປະ​ເທດ​ກາ​ນາ​ກຳ​ລັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ.

ອາ​ລິສ ແລະ ໄພ່​ພົນ​ຄົນ​ອື່ນໆ​ດີ​ໃຈ​ຫລາຍ​ທີ່​ເຂົາ​ເຈົ້າ​ສາ​ມາດ​ກັບ​ໄປ​ໂບດ​ອີກ! ໃນ​ວັນ​ອາ​ທິດ​ທຳ​ອິດ​ຫລັງ​ຈາກ​ການ​ຢຸດ​ສະ​ງັກ, ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຍາວ​ເຖິງ​ສອງ​ຊົ່ວ​ໂມງ ເພາະ​ຫລາຍ​ຄົນ​ຢາກ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຕົນ. ເຂົາ​ເຈົ້າ​ໄດ້​ບອກ​ກັນ​ແລະ​ກັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ເຂົາ​ເຈົ້າ ແລະ ໄດ້​ຊ່ວຍ​ເຂົາ​ເຈົ້າ​ຮັກ​ສາ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃຫ້​ເຂັ້ມ​ແຂງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:75; Saints, 4:438