ເລື່ອງ​ພຣະ​ຄຳ​ພີ
ຄອບ​ຄົວ​ມາ​ຕິນສ໌


“ຄອບ​ຄົວ​ມາ​ຕິນສ໌,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ຄອບ​ຄົວ​ມາ​ຕິນສ໌,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ເມ​ສາ 1972–ເດືອນ​ພະ​ຈິກ 1978

ຄອບ​ຄົວ​ມາ​ຕິນສ໌

ລໍ​ຖ້າ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ

ເຮ​ເວ​ຊິ​ໂອ ມາ​ຕິນສ໌ ກຳ​ລັງ​ຂັບ​ລົດ​ກັບ​ບ້ານ.

ເຮ​ເວ​ຊິ​ໂອ ມາ​ຕິນສ໌ ກຳ​ລັງ​ຂັບ​ລົດ​ກັບ​ບ້ານ​ໃນ​ເມືອງ​ຣຽວ​ເດ ຈານ​ເນ​ໂຣ, ປະ​ເທດ​ບຣາ​ຊິນ. ຖະ​ໜົນ​ເຕັມ​ໄປ​ດ້ວຍ​ລົດ ຈົນ​ບໍ່​ມີ​ໃຜ​ສາ​ມາດ​ເຄື່ອນ​ຍ້າຍ​ໄດ້. ເຮ​ເວ​ຊິ​ໂອ​ໄດ້​ຄິດ​ກ່ຽວ​ກັບ​ຊີ​ວິດ​ຂອງ​ລາວ. ລາວ​ມີ​ວຽກ​ທີ່​ດີ. ລາວ​ຮັກ​ພັນ​ລະ​ຍາ​ຂອງ​ລາວ, ຣູ​ດາ, ແລະ ລູກ​ສອງ​ຄົນ​ຂອງ​ລາວ, ມາ​ກັສ ແລະ ມາ​ຣິ​ສາ. ແຕ່​ລາວ​ຮູ້​ສຶກວ່າ​ມີ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ຂາດ​ຫາຍ​ໄປ.

Saints, 4:229–30

ເຮ​ເວ​ຊິ​ໂອ​ກຳ​ລັງ​ຄຸ​ເຂົ່າ​ອະ​ທິ​ຖານ.

ເຮ​ເວ​ຊິ​ໂອ​ໄດ້​ລົງ​ຈາກ​ລົດ ແລະ ເລີ່ມ​ອະ​ທິ​ຖານ. “ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ,” ລາວ​ເວົ້າ, “ຂ້າ​ນ້ອຍ​ຮູ້​ວ່າ​ພຣະ​ອົງ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ, ແຕ່​ບໍ່​ຮູ້​ວ່າ​ຢູ່​ໃສ.” ລາວ​ໄດ້​ບອກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ ຄອບ​ຄົວ​ຂອງ​ລາວ​ກຳ​ລັງ​ສະ​ແຫວງ​ຫາ​ບາງ​ສິ່ງ, ແລະ ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ. ແລ້ວ​ເຮ​ເວ​ຊິ​ໂອ​ໄດ້​ກັບ​ຄືນ​ເຂົ້າ​ລົດ ແລະ ຂັບ​ລົດ​ກັບ​ບ້ານ.

Saints, 4:230

ຄອບ​ຄົວ​ມາ​ຕິນສ໌​ກຳ​ລັງ​ທັກ​ທາຍ​ຜູ້​ສອນ​ສາດ​ສະ​ໜາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຕໍ່​ມາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຜູ້​ສອນ​ສາດ​ສະ​ໜາ​ຈາກ​ສະ​ຫະ​ລັດ​ໄປ​ທີ່​ນັ້ນ. ເຂົາ​ເຈົ້າ​ໄດ້​ຢ້ຽມ​ຢາມ​ຄອບ​ຄົວ​ມາ​ຕິນສ໌. ເຮ​ເວ​ຊິ​ໂອ​ໄດ້​ສັງ​ເກດ​ເຫັນ​ວ່າ ເຂົາ​ເຈົ້າ​ໄດ້​ນຳ​ວິນ​ຍານ​ແຫ່ງ​ສັນ​ຕິ​ສຸກ​ມາ​ສູ່​ບ້ານ​ຂອງ​ເຂົາ​ເຈົ້າ. ລາວ​ຮູ້​ວ່າ, ໃນ​ເວ​ລາ​ນັ້ນ, ຜູ້​ຄົນ​ທີ່​ມີ​ຜິວ​ດຳ​ມັກ​ຈະ​ຖືກ​ປະ​ຕິ​ບັດ​ຕໍ່​ແບບ​ບໍ່​ດີ​ຢູ່​ໃນ​ສະ​ຫະ​ລັດ. ລາວ​ໄດ້​ຖາມ​ວ່າ, “ສາດ​ສະ​ໜາ​ຂອງ​ພວກ​ເຈົ້າ​ປະ​ຕິ​ບັດ​ຕໍ່​ຄົນ​ຜິວ​ດຳ​ແນວ​ໃດ?”

Saints, 4:230–31

ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ອະ​ທິ​ບາຍ​ຂໍ້​ຈຳ​ກັດ​ຂອງ​ພຣະ​ວິ​ຫານ ແລະ ຖາ​ນະ​ປະ​ໂລ​ຫິດ​ໃຫ້​ກັບ​ຄອບ​ຄົວ​ມາ​ຕິນສ໌.

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ອະ​ທິ​ບາຍ​ວ່າ ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ. ແຕ່​ໃນ​ເວ​ລາ​ນັ້ນ, ຄົນ​ດຳ​ທີ່​ມີ​ບັນ​ພະ​ບຸ​ລຸດ​ຈາກ​ອາ​ຟຣິ​ກາ​ບໍ່​ສາ​ມາດ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຫລື ຮັບ​ພອນ​ພຣະ​ວິ​ຫານ​ສ່ວນ​ໃຫຍ່​ໄດ້. ເຮ​ເວ​ຊິ​ໂອ ແລະ ຣູ​ດາ​ມີ​ຄຳ​ຖາມ​ອີກ​ຢ່າງ​ຫລວງ​ຫລາຍ. ຜູ້​ສອນ​ສາດ​ສະ​ໜາ​ໄດ້​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່​ເພື່ອ​ຕອບ​ຄຳ​ຖາມ​ເຫລົ່າ​ນັ້ນ.

Saints, 4:231

ເດ​ວິດ ໂອ ມິກ​ເຄ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ກຳ​ລັງ​ຄຸ​ເຂົ່າ​ອະ​ທິ​ຖານ.

ເປັນ​ເວ​ລາ​ຫລາຍ​ປີ, ສາດ​ສະ​ດາ​ໄດ້​ອະ​ທິ​ຖານ​ເພື່ອ​ຈະ​ຮູ້​ວ່າ ເມື່ອ​ໃດ​ທີ່​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ພຣະ​ວິ​ຫານ​ສາ​ມາດ​ຖືກມອບ​ໃຫ້​ກັບ​ທຸກ​ຄົນ​ໄດ້.

Saints, 4:71

ຄອບ​ຄົວ​ມາ​ຕິນສ໌​ກຳ​ລັງ​ທັກ​ທາຍ​ຜູ້​ຄົນ​ຢູ່​ໃນ​ກອງ​ປະ​ຊຸມ​ໂບດສາດສະໜາຈັກ.

ເຮ​ເວ​ຊິ​ໂອ ແລະ ຣູ​ດາ​ໄດ້​ຕັດ​ສິນ​ໃຈ​ລອງ​ໄປ​ໂບດ. ໄພ່​ພົນ​ຢູ່​ທີ່​ນັ້ນ​ມີ​ຄວາມ​ຮັກ ແລະ ມີ​ເມດ​ຕາ​ຫລາຍ. ຄອບ​ຄົວ​ມາ​ຕິນສ໌​ມັກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຢູ່​ໂບດ.

Saints, 4:231–32

ຄອບ​ຄົວ​ມາ​ຕິນ​ສ໌ກຳລັງ​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ.

ມື້​ໜຶ່ງ, ຂະ​ນະ​ທີ່​ເດີນ​ທາງ​ກັບ​ບ້ານ​ຈາກ​ໂບດ, ມາ​ກັສ​ໄດ້​ບອກ​ຄອບ​ຄົວ​ຂອງ​ລາວ​ວ່າ ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ​ເຂົາ​ເຈົ້າ​ເບິ່ງ​ຄື​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ. “ເຮົາ​ຮູ້​ວ່າ​ແມ່ນ​ຫຍັງ​ເປັນ​ສາ​ເຫດ,” ມາ​ກັສ​ໄດ້​ເວົ້າ. “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.” ຄົນ​ອື່ນໆ​ໃນ​ຄອບ​ຄົວ​ຮູ້​ວ່າ ມາ​ກັສ​ໄດ້​ເວົ້າ​ຖືກ. ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ.

Saints, 4:232

ເຮ​ເວ​ຊິ​ໂອ ແລະ ຣູ​ດາ​ກຳ​ລັງ​ຢ້ຽມ​ຢາມ​ສະ​ຖານ​ທີ່​ຂອງ​ພຣະ​ວິ​ຫານ​ຊ້າວ​ປາ​ໂລ ບຣາ​ຊິນ.

ຫລາຍ​ປີ​ຕໍ່​ມາ, ໄພ່​ພົນ​ໃນ​ປະ​ເທດ​ບຣາ​ຊິນ​ໄດ້​ຫຍຸ້ງ​ຢູ່​ກັບ​ການ​ສ້າງ​ພຣະ​ວິ​ຫານ. ຄອບ​ຄົວ​ມາ​ຕິນສ໌​ຮູ້​ສຶກ​ຕື່ນ​ເຕັ້ນ, ແຕ່​ເຂົາ​ເຈົ້າ​ກໍ​ໂສກ​ເສົ້າ​ເຊັ່ນ​ກັນ. ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ ຫລັງ​ຈາກ​ການ​ອຸ​ທິດ. “ບໍ່​ຕ້ອງ​ເປັນ​ຫ່ວງ,” ເຮ​ເວ​ຊິ​ໂອ​ໄດ້​ບອກ​ຣູ​ດາ. “ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ.”

Saints, 4:293–94

ຄອບ​ຄົວ​ມາ​ຕິນສ໌​ກຳ​ລັງ​ເວົ້າ​ລົມ​ກັບ​ເພື່ອນ.

ມັນ​ບໍ່​ງ່າຍ​ທີ່​ຈະ​ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຊື່​ສັດ. ຜູ້​ຄົນ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ຄອບ​ຄົວ​ມາ​ຕິນສ໌. ແມ່ນ​ແຕ່​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຢູ່​ກັບ​ສາດ​ສະ​ໜາ​ຈັກ. ແຕ່​ເຮ​ເວ​ຊິ​ໂອ ແລະ ຄອບ​ຄົວ​ຂອງ​ລາວ​ຮູ້​ວ່າ ມັນ​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

Saints, 4:251–52

ຣູ​ດາ​ກຳ​ລັງ​ເວົ້າ​ລົມ​ກັບ​ເຮ​ເວ​ຊິ​ໂອ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ຂໍ້​ຈຳ​ກັດ​ຂອງ​ພຣະ​ວິ​ຫານ ແລະ ຖາ​ນະ​ປະ​ໂລ​ຫິດ.

ມື້​ໜຶ່ງ, ເມື່ອ​ເຮ​ເວ​ຊິ​ໂອ​ໄດ້​ກັບ​ມາ​ບ້ານ​ຈາກ​ບ່ອນ​ທຳ​ງານ, ຣູ​ດາ​ໄດ້​ເວົ້າ​ວ່າ, “ຂ້ອຍ​ມີ​ຂ່າວ​ດີ, ຂ່າວ​ທີ່​ໜ້າ​ອັດ​ສະ​ຈັນ!” ຫລັງ​ຈາກ​ທີ່​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢ່າງ​ຫລວງ​ຫລາຍ, ສາດ​ສະ​ດາ, ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ກໍ​ໄດ້​ຮັບ​ການ​ເປີດ​ເຜີຍ. ພຣະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ທຸກ​ຄົນ, ບໍ່​ຈຳ​ແນກ​ຜິວ​ສີ, ສາ​ມາດ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ຈາກ​ຖາ​ນະ​ປະ​ໂລ​ຫິດ ແລະ ພຣະ​ວິ​ຫານ​ໄດ້.

ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2; Saints, 4:318–19

ຄອບ​ຄົວ​ມາ​ຕິນ​ສ໌ກຳ​ລັງ​ນະ​ມັດ​ສະ​ການ​ທີ່​ພຣະ​ວິ​ຫານ.

ຄອບ​ຄົວ​ມາ​ຕິນສ໌ ແລະ ຄົນ​ອື່ນໆ​ໄດ້​ລໍ​ຄອຍ​ເປັນ​ເວ​ລາ​ດົນ​ນານ. ​ການ​ລໍ​ຄອຍ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ! ເຮ​ເວ​ຊິ​ໂອ ແລະ ມາ​ກັສ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ. ເຮ​ເວ​ຊິ​ໂອ, ຣູ​ດາ, ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ຜະ​ນຶກ​ເປັນ​ຄອບ​ຄົວ​ໃນ​ພຣະ​ວິ​ຫານ. ບັດ​ນີ້​ເຂົາ​ເຈົ້າ​ສາ​ມາດ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ.

Saints, 4:319–21