“ຄວາມຝັນຂອງເດຊິເດເຣຍ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ຄວາມຝັນຂອງເດຊິເດເຣຍ,” ເລື່ອງຄຳສອນ ແລະ ພັນທະສັນຍາ
1880–1886
ຄວາມຝັນຂອງເດຊິເດເຣຍ
ຖືກນຳທາງໂດຍພຣະຜູ້ເປັນເຈົ້າໃນປະເທດແມັກຊິໂກ
ເດຊິເດເຣຍ ຢາເຍສ ໄດ້ອາໄສຢູ່ເມືອງໂນປາລາ, ປະເທດແມັກຊິໂກ. ຄືນໜຶ່ງ, ເດຊິເດເຣຍໄດ້ຝັນເຫັນປຶ້ມເຫລັ້ມໜຶ່ງທີ່ຖືກຈັດພິມໃນເມືອງແມັກຊິໂກ ຊີທີ. ຊື່ປຶ້ມແມ່ນ Voz de amonestación, ຫລື ສຽງເຕືອນ. ເມື່ອເດຊິເດເຣຍຕື່ນຂຶ້ນ, ນາງຮູ້ວ່າ ນາງຕ້ອງຊອກຫາປຶ້ມເຫລັ້ມນັ້ນ.
Saints, 2:477
ແຕ່ເມືອງແມັກຊິໂກ ຊີທີ ຢູ່ໄກ, ແລະ ເດຊິເດເຣຍເຖົ້າແກ່ຫລາຍທີ່ຈະເດີນທາງໄກເຊັ່ນນັ້ນ. ລາວຮູ້ສຶກວ່າພຣະຜູ້ເປັນເຈົ້າຢາກໃຫ້ລາວພົບເຫັນປຶ້ມເຫລັ້ມນັ້ນ. ສະນັ້ນ ລາວຈຶ່ງໄດ້ບອກໂຮເຊ ລູກຊາຍຂອງລາວກ່ຽວກັບຄວາມຝັນ. ລາວເຊື່ອວ່າ ປຶ້ມນັ້ນຄົງສຳຄັນເຊັ່ນກັນ. ລາວໄດ້ບອກແມ່ຂອງລາວວ່າ ລາວຈະຊອກຫາມັນໃຫ້ລາວ.
Saints, 2:478
ເມື່ອໂຮເຊໄດ້ມາເຖິງເມືອງແມັກຊິໂກ ຊີທີ, ຖະໜົນກໍຫຍຸ້ງ, ທັງສຽງດັງ, ແລະ ເຕັມໄປດ້ວຍຜູ້ຄົນ. ລາວຈະຊອກຫາປຶ້ມນັ້ນໃນບ່ອນທີ່ອັ່ງອໍແບບນັ້ນໄດ້ແນວໃດ?
Saints, 2:478
ຫລັງຈາກສອງສາມມື້, ໂຮເຊໄດ້ພົບກັບຜູ້ສອນສາດສະໜາຄົນໜຶ່ງຊື່ ເຈມສ໌ ສະຕວດ. ເຈມສ໌ໄດ້ເວົ້າວ່າ ລາວກຳລັງພິມປຶ້ມຊື່ Voz de amonestación.
Saints, 2:478
ໂຮເຊມີຄວາມຕື່ນເຕັ້ນຫລາຍ! ລາວໄດ້ບອກເຈມສ໌ກ່ຽວກັບຄວາມຝັນຂອງແມ່ລາວ. ເຈມສ໌ໄດ້ອະທິບາຍວ່າ ຜູ້ສອນສາດສະໜາຈະໃຊ້ປຶ້ມ Voz de amonestación ເພື່ອສິດສອນຜູ້ຄົນກ່ຽວກັບພຣະເຢຊູຄຣິດ ແລະ ພຣະຄຳພີເຫລັ້ມໃໝ່, ພຣະຄຳພີມໍມອນ.
Saints, 2:478
Voz de amonestación ຍັງບໍ່ສຳເລັດເທື່ອ, ແລະ ພຣະຄຳພີມໍມອນຍັງບໍ່ຖືກແປເປັນພາສາສະເປນເທື່ອ. ແຕ່ເຈມສ໌ໄດ້ມອບປຶ້ມ ແລະ ເອກະສານອື່ນໆໃຫ້ກັບໂຮເຊ ເພື່ອຊ່ວຍລາວ ແລະ ແມ່ຂອງລາວໃຫ້ຮຽນຮູ້ກ່ຽວກັບພຣະເຢຊູຄຣິດ, ພຣະຄຳພີມໍມອນ, ແລະ ສາດສະໜາຈັກທີ່ຖືກຟື້ນຟູ.
ຄຳສອນ ແລະ ພັນທະສັນຍາ 90:11; Saints, 2:478–79
ໂຮເຊໄດ້ຟ້າວກັບບ້ານໄປຫາແມ່ຂອງລາວ. ເຂົາເຈົ້າໄດ້ສຶກສາພຣະກິດຕິຄຸນນຳກັນ, ແລະ ເຂົາເຈົ້າຮູ້ວ່າມັນເປັນຄວາມຈິງ. ເດຊິເດເຣຍໄດ້ຂໍໃຫ້ຜູ້ສອນສາດສະໜາມາບັບຕິສະມາໃຫ້ແກ່ລາວ.
Saints, 2:479
ເດຊິເດເຣຍໄດ້ເປັນໜຶ່ງໃນຜູ້ຍິງຄົນທຳອິດທີ່ໄດ້ຮັບບັບຕິສະມາໃນປະເທດແມັກຊິໂກ. ໂຮເຊ ແລະ ລູກສາວຂອງລາວກໍໄດ້ຮັບບັບຕິສະມາເຊັ່ນກັນ.
Saints, 2:479
ເມື່ອ Voz de amonestación ຖືກພິມສຳເລັດແລ້ວ, ໂຮເຊໄດ້ຮັບ 10 ເຫລັ້ມ ໃຫ້ແມ່ຂອງລາວ ແລະ ເພື່ອແບ່ງປັນກັບຄົນອື່ນໆໃນເມືອງໂນປາລາ. ຫລາຍປີຕໍ່ມາ, ເມື່ອພຣະຄຳພີມໍມອນໄດ້ຖືກພິມສຳເລັດເປັນພາສາສະເປນ, ເດຊິເດເຣຍກໍໄດ້ເປັນຄົນທຳອິດໃນປະເທດແມັກຊິໂກທີ່ໄດ້ຮັບພຣະຄຳພີມໍມອນ. ລາວຮູ້ວ່າພຣະຜູ້ເປັນເຈົ້າໄດ້ນຳພາລາວມາສູ່ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ.
ຄຳສອນ ແລະ ພັນທະສັນຍາ 88:81; Saints, 2:479