ເລື່ອງ​ພຣະ​ຄຳ​ພີ
ພະ​ຍານ​ເຫັນ​ແຜ່ນ​ຈາ​ລຶກ​ພຣະ​ຄຳ​ພີ​ມໍ​ມອນ


“ພະ​ຍານ​ເຫັນ​ແຜ່ນ​ຈາ​ລຶກ​ພຣະ​ຄຳ​ພີ​ມໍ​ມອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ພະ​ຍານ​ເຫັນ​ແຜ່ນ​ຈາ​ລຶກ​ພຣະ​ຄຳ​ພີ​ມໍ​ມອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ມີ​ນາ–ເດືອນ​ກັນ​ຍາ 1829

ພະ​ຍານ​ເຫັນ​ແຜ່ນ​ຈາ​ລຶກ​ພຣະ​ຄຳ​ພີ​ມໍ​ມອນ

ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ຕໍ່​ໂລກ

ຜູ້​ຄົນ​ໃນ​ເມືອງ​ຈຳ​ນວນ​ໜຶ່ງ​ບໍ່​ພໍ​ໃຈ​ກັບ​ໂຈ​ເຊັບ ສະ​ມິດ.

ໂຈ​ເຊັບ, ເອມ​ມາ, ແລະ ອໍ​ລີ​ເວີ​ໄດ້​ສືບ​ຕໍ່​ແປ​ແຜ່ນ​ຈາ​ລຶກ​ຄຳ​ຢູ່​ທີ່​ເຮືອນ​ສະ​ມິດ ໃນ​ລັດ​ເພັນ​ໂຊ​ເວ​ເນຍ. ແຕ່​ຜູ້​ຄົນ​ໃນ​ເມືອງ​ຂອງ​ພວກ​ເພິ່ນ​ຕ້ອງ​ການ​ທີ່​ຈະ​ຢຸດ​ພວກ​ເພິ່ນ. ອໍ​ລີ​ເວີ​ມີ​ເພື່ອນ​ຄົນ​ໜຶ່ງ​ຊື່​ເດ​ວິດ ວິດ​ເມີ ທີ່​ອາ​ໄສ​ຢູ່​ລັດ​ນິວ​ຢອກ. ອໍ​ລີ​ເວີ​ໄດ້​ຖາມ​ເດ​ວິດ​ວ່າ​ພວກ​ເພິ່ນ​ຂໍ​ຍ້າຍ​ເຂົ້າ​ໄປ​ຢູ່​ກັບ​ຄອບ​ຄົວ​ວິດ​ເມີ​ເພື່ອ​ສຳ​ເລັດ​ການ​ແປ​ນີ້​ໄດ້​ຫລື​ບໍ່.

Saints, 1:68

ເດ​ວິດ ວິດ​ເມີ ໄດ້​ຕ້ອນ​ຮັບ​ໂຈ​ເຊັບ, ເອມ​ມາ, ແລະ ອໍ​ລີ​ເວີ​ສູ່​ເຮືອນ​ຂອງ​ເພິ່ນ.

ເດ​ວິດ ແລະ ຄອບ​ຄົວ​ຂອງ​ເພິ່ນ​ເຫັນ​ດີ. ພວກ​ເພິ່ນ​ຍິນ​ດີ​ຕ້ອນ​ຮັບ​ໂຈ​ເຊັບ, ເອມ​ມາ, ແລະ ອໍ​ລີ​ເວີ​ເຂົ້າ​ສູ່​ບ້ານ​ຂອງ​ພວກ​ເພິ່ນ. ບັດ​ນີ້ ພວກ​ເພິ່ນ​ສາ​ມາດ​ເຮັດ​ວຽກ​ການ​ແປ​ໄດ້​ຢ່າງ​ສະ​ຫງົບ. ມີ​ຫລາຍ​ຄົນ​ທີ່​ອາ​ໄສ​ຢູ່​ທີ່​ບ້ານ​ຂອງ​ວິດ​ເມີ. ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ມີ​ວຽກ​ງານ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ, ໂດຍ​ສະ​ເພາະ​ແມ່ນ​ແມ​ຣີ, ແມ່​ຂອງ​ເດ​ວິດ.

Saints, 1:68-70.

ທູດ​ໂມ​ໂຣ​ໄນ​ປະ​ກົດ​ຕົວ​ຕໍ່​ແມ​ຣີ ວິດ​ເມີ.

ມື້​ໜຶ່ງ, ໃນ​ຂະ​ນະ​ທີ່​ແມ​ຣີ​ກຳ​ລັງ​ເຮັດ​ວຽກ​ຢູ່, ທູດ​ໂມ​ໂຣ​ໄນ​ໄດ້​ມາ​ຢ້ຽມ​ຢາມ​ລາວ. ເພິ່ນ​ໄດ້​ກ່າວ​ວ່າ ເພິ່ນ​ຮູ້​ດີ​ວ່າ​ການ​ມີ​ວຽກ​ເພີ່ມ​ທັງ​ໝົດ​ນັ້ນ​ເຮັດ​ໃຫ້​ລາວ​ເມື່ອຍ. ເພິ່ນ​ຕ້ອງ​ການ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ສັດ​ທາ​ຂອງ​ລາວ. ເພິ່ນ​ໄດ້​ເປີດ​ຖົງ​ອອກ ແລະ ດຶງ​ເອົາ​ແຜ່ນ​ຈາ​ລຶກ​ຄຳ​ອອກ​ມາ. ເພິ່ນ​ໄດ້​ເປີດ​ໄປ​ໜ້າ​ຕ່າງໆ ແລະ ໄດ້​ສະ​ແດງ​ໃຫ້​ແມ​ຣີ​ເຫັນ​ການ​ຂຽນ​ນັ້ນ. ເພິ່ນ​ໄດ້​ສັນ​ຍາ​ກັບ​ແມ​ຣີ​ວ່າ​ລາວ​ຈະ​ໄດ້​ຮັບ​ພອນ.

Saints, 1:70–71.

ເດ​ວິດ ວິດ​ເມີ, ມາ​ຕິນ ແຮ​ຣິສ, ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ຖາມ​ໂຈ​ເຊັບ​ວ່າ​ພວກ​ເພິ່ນ​ສາ​ມາດ​ເປັນ​ພະ​ຍານ​ໄດ້​ບໍ.

ບາງ​ຄົນ​ຍັງ​ບໍ່​ເຊື່ອ​ວ່າ​ແຜ່ນ​ຈາ​ລຶກ​ນັ້ນ​ເປັນ​ຄວາມ​ຈິງ. ໂຈ​ເຊັບ​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຫ້າມ​ບໍ່​ໃຫ້​ສະ​ແດງ​ແຜ່ນ​ຈາ​ລຶກ​ນັ້ນ​ໃຫ້​ໃຜ​ເຫັນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ໃຫ້​ພະ​ຍານ​ເພີ່ມ​ອີກ​ສາມ​ຄົນ​ເຫັນ​ແຜ່ນ​ຈາ​ລຶກ​ນັ້ນ. ເດ​ວິດ ວິດ​ເມີ, ມາ​ຕິນ ແຮ​ຣິສ, ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ຂໍ​ໃຫ້​ພວກ​ເພິ່ນ​ເປັນ​ພະ​ຍານ​ໄດ້​ບໍ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ພວກ​ເພິ່ນ​ເປັນ​ໄດ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:11–12; 17; Saints, 1:73

ໂຈ​ເຊັບ, ມາ​ຕິນ, ອໍ​ລີ​ເວີ, ແລະ ເດ​ວິດ​ກຳ​ລັງ​ອະ​ທິ​ຖານ​ເພື່ອ​ໃຫ້​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ.

ໂຈ​ເຊັບ, ມາ​ຕິນ, ອໍ​ລີ​ເວີ, ແລະ ເດ​ວິດ​ໄດ້​ເຂົ້າ​ໄປ​ໃນ​ປ່າ. ພວກ​ເພິ່ນ​ໄດ້​ຄຸ​ເຂົ່າ ແລະ ປ່ຽນ​ກັນ​ທູນ​ຖາມ​ພຣະ​ເຈົ້າ​ວ່າ​ພວກ​ເພິ່ນ​ສາ​ມາດ​ເຫັນ​ແຜ່ນ​ຈາ​ລຶກ​ນັ້ນ​ໄດ້​ຫລື​ບໍ່, ແຕ່​ກໍ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ.

Saints, 1:73

ມາ​ຕິນ ແຮ​ຣິສ ໄດ້​ອອກ​ຈາກ​ກຸ່ມ​ໄປ.

ມາ​ຕິນ ແຮ​ຣິສ ໄດ້​ຮູ້​ສຶກ​ວ່າ​ເພິ່ນ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເພິ່ນ​ບໍ່​ໄດ້​ຮັບ​ຄຳ​ຕອບ. ມາ​ຕິນ​ໄດ້​ອອກ​ໄປ, ແລະ ຄົນ​ອື່ນໆ​ຍັງ​ສືບ​ຕໍ່​ອະ​ທິ​ຖານ.

Saints, 1:73

ທູດ​ອົງ​ໜຶ່ງ​ປະ​ກົດ​ຕົວ​ຕໍ່​ອໍ​ລີ​ເວີ, ເດ​ວິດ, ແລະ ໂຈ​ເຊັບ.

ແລ້ວ​ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ປະ​ກົດ​ຕົວ​ໃນ​ແສງ​ອັນ​ເຈີດ​ຈ້າ. ເພິ່ນ​ໄດ້​ສະ​ແດງ​ແຜ່ນ​ຈາ​ລຶກ​ຄຳ ແລະ ຂໍ້​ຄວາມ​ທີ່​ຂຽນ​ໃນ​ນັ້ນ​ໃຫ້​ກັບ​ອໍ​ລີ​ເວີ ແລະ ເດ​ວິດ​ໄດ້​ເຫັນ. ພວກ​ເພິ່ນ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ກ່າວ​ວ່າ ໂຈ​ເຊັບ​ໄດ້​ແປ​ແຜ່ນ​ຈາ​ລຶກ​ນີ້​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ການ​ແປ​ນັ້ນ​ແມ່ນ​ຖືກ​ຕ້ອງ. ພຣະ​ເຈົ້າ​ຍັງ​ໄດ້​ກ່າວ​ຕໍ່​ພວກ​ເພິ່ນ​ອີກ​ວ່າ ພວກ​ເພິ່ນ​ຄວນ​ບອກ​ກັບ​ທຸກ​ຄົນ ເຖິງ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ.

ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ”; Saints, 1:73–74

ທູດ​ອົງ​ໜຶ່ງ​ໄດ້​ປະ​ກົດ​ຕົວ​ຕໍ່​ມາ​ຕິນ ແລະ ໂຈ​ເຊັບ.

ໂຈ​ເຊັບ​ໄດ້​ອອກ​ໄປ​ຊອກ​ຫາ​ມາ​ຕິນ. ເພິ່ນ​ຍັງ​ອະ​ທິ​ຖານ​ຢູ່. ໂຈ​ເຊັບ​ໄດ້​ອະ​ທິ​ຖານ​ກັບ​ເພິ່ນ. ແລ້ວ​ທູດ​ໄດ້​ປະ​ກົດ​ຕົວ ແລະ ສະ​ແດງ​ແຜ່ນ​ຈາ​ລຶກ​ໃຫ້​ກັບ​ມາ​ຕິນ​ໄດ້​ເຫັນ, ຄື​ກັນ​ກັບ​ທີ່​ເພິ່ນ​ໄດ້​ເຮັດ​ກັບ​ອໍ​ລີ​ເວີ ແລະ ເດ​ວິດ.

Saints, 1:74

ໂຈ​ເຊັບ​ບອກ​ພໍ່​ແມ່​ຂອງ​ເພິ່ນ​ວ່າ​ຄົນ​ອື່ນ​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ.

ຕໍ່​ມາ, ໂຈ​ເຊັບ​ໄດ້​ໄປ​ຫາ​ພໍ່​ແມ່​ຂອງ​ເພິ່ນ, ທີ່​ກຳ​ລັງ​ຢ້ຽມ​ຢາມ​ແມ​ຣີ ວິດ​ເມີ ຢູ່. ເພິ່ນ​ໄດ້​ບອກ​ພໍ່​ແມ່​ຂອງ​ເພິ່ນ​ວ່າ​ເພິ່ນ​ດີ​ໃຈ​ຫລາຍ​ທີ່​ຄົນ​ອື່ນ​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ​ແລ້ວ. ບັດ​ນີ້​ພະ​ຍານ​ກໍ​ສາ​ມາດ​ບອກ​ກັບ​ຜູ້​ຄົນ​ວ່າ​ໂຈ​ເຊັບ​ເວົ້າ​ຄວາມ​ຈິງ. ມາ​ຕິນ​ບອກ​ກັບ​ທຸກ​ຄົນ​ວ່າ​ເພິ່ນ​ດີ​ໃຈ​ຫລາຍ​ທີ່​ພຣະ​ເຈົ້າ​ໄດ້​ອະ​ນຸ​ຍາດ​ໃຫ້​ເພິ່ນ​ເປັນ​ໜຶ່ງ​ໃນ​ພະ​ຍານ.

Saints, 1:74–75

ມີ​ເພີ່ມ​ອີກ​ແປດ​ຄົນ​ທີ່​ໄດ້​ຮັບ​ເປັນ​ພະ​ຍານ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ.

ສອງ​ສາມ​ມື້​ຕໍ່​ມາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ​ໃຫ້​ສະ​ແດງ​ແຜ່ນ​ຈາ​ລຶກ​ຄຳ​ໃຫ້​ອີກ​ແປດ​ຄົນ​ໄດ້​ເຫັນ—ພໍ່​ຂອງ​ເພິ່ນ, ອ້າຍ​ຂອງ​ເພິ່ນ​ອີກ​ສອງ​ຄົນ, ອ້າຍ​ນ້ອງ​ຂອງ​ເດ​ວິດ​ອີກ​ສີ່​ຄົນ, ແລະ ນ້ອງ​ເຂີຍ​ຂອງ​ເດ​ວິດ. ເຂົາ​ເຈົ້າ​ໄດ້​ຖື​ແຜ່ນ​ຈາ​ລຶກ ແລະ ເປີດ​ໄປ​ໜ້າ​ຕ່າງໆ. ເຂົາ​ເຈົ້າ​ຮູ້​ຈັກ​ວ່າ​ແຜ່ນ​ຈາ​ລຶກ​ນັ້ນ​ມີ​ຈິງ.

ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ”; Saints, 1:75

ໂຈ​ເຊັບ ແລະ ມາ​ຕິນ​ກຳ​ລັງ​ເບິ່ງ​ຕົ້ນ​ສະ​ບັບ​ທີ່​ຖືກ​ຈັດ​ພິມ.

ບັດ​ນີ້​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ສຳ​ເລັດ​ແລ້ວ. ໂຈ​ເຊັບ​ໄດ້​ສົ່ງ​ແຜ່ນ​ຈາ​ລຶກ​ຄຳ​ຄືນ​ໃຫ້​ທູດ​ໂມ​ໂຣ​ໄນ. ບັດ​ນີ້​ເຖິງ​ເວ​ລາ​ທີ່​ຈະ​ພິມ​ສຳ​ເນົາ​ໜັງ​ສື​ນີ້​ເພື່ອ​ທຸກໆ​ຄົນ​ຈະ​ໄດ້​ອ່ານ ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

Saints, 1:75–76

ໂຈ​ເຊັບ ແລະ ມາ​ຕິນ​ກຳ​ລັງ​ສະ​ເຫລີມ​ສະ​ຫລອງ​ການ​ຈັດ​ພິມ​ພຣະ​ຄຳ​ພີ​ມໍ​ມອນ.

ມັນ​ໃຊ້​ເງິນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ການ​ພິມ​ພຣະ​ຄຳ​ພີ​ມໍ​ມອນ. ມາ​ຕິນ ແຮ​ຣິສ ໄດ້​ຂາຍ​ທີ່​ດິນ​ສ່ວນ​ໜຶ່ງ​ຂອງ​ຟາມ​ເພິ່ນ​ເພື່ອ​ຈ່າຍ​ຄ່າ​ພິມ. ເພິ່ນ​ໄດ້​ກະ​ທຳ​ໄປ​ຍ້ອນ​ເພິ່ນ​ຮູ້​ຈັກ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ໜັງ​ສື​ທຸກ​ເຫລັ້ມ​ມີ​ປະ​ຈັກ​ພະ​ຍານ​ຂອງ​ມາ​ຕິນ ແລະ ພະ​ຍານ​ຄົນ​ອື່ນໆ​ໃຫ້​ທຸກ​ຄົນ​ໄດ້​ອ່ານ. ພະ​ຍານ​ເຫລົ່າ​ນັ້ນ​ບໍ່​ເຄີຍ​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:26–27, 34–35; Saints, 1:76–78