“ການເປີດເຜີຍສຳລັບເອມມາ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ການເປີດເຜີຍສຳລັບເອມມາ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນກໍລະກົດ 1830
ການເປີດເຜີຍສຳລັບເອມມາ
ຖືກເລືອກໂດຍພຣະຜູ້ເປັນເຈົ້າເພື່ອເຮັດວຽກງານຂອງພຣະອົງ
ຊີວິດກຳລັງມີການປ່ຽນແປງຢ່າງໄວວາສຳລັບເອມມາ ແລະ ໂຈເຊັບ. ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບວ່າເພິ່ນຄວນຢຸດເຊົາກັບການສຸມໃສ່ເລື່ອງເຮັດສວນ. ແຕ່, ໂຈເຊັບຄວນໃຊ້ເວລາຂອງເພິ່ນໃນການສິດສອນຜູ້ຄົນກ່ຽວກັບພຣະເຢຊູຄຣິດ ແລະ ຊ່ວຍໃຫ້ສາດສະໜາຈັກຂອງພຣະຜູ້ເປັນເຈົ້າເຕີບໂຕຂຶ້ນ.
ຄຳສອນ ແລະ ພັນທະສັນຍາ 24:7–9; Saints, 1:96
ເອມມາໄດ້ມີຄຳຖາມຫລາຍຢ່າງກ່ຽວກັບການປ່ຽນແປງນີ້. ນາງບໍ່ຮູ້ວ່ານາງຄວນຈະເຮັດແນວໃດໃນຂະນະທີ່ໂຈເຊັບກຳລັງຮັບໃຊ້ພຣະຜູ້ເປັນເຈົ້າ. ນາງຈະໄດ້ຊ່ວຍພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກຂອງພຣະອົງເໝືອນກັນບໍ?
Saints, 1:96
ພຣະຜູ້ເປັນເຈົ້າໄດ້ກ່າວກັບເອມມາຜ່ານທາງການເປີດເຜີຍກັບໂຈເຊັບ. ພຣະອົງໄດ້ເອີ້ນນາງວ່າ “ເອມມາ ສະມິດ, ທິດາຂອງເຮົາ.” ພຣະອົງໄດ້ບອກເອມມາວ່າພຣະອົງໄດ້ເລືອກນາງ ແລະ ເອີ້ນໃຫ້ນາງເຮັດວຽກງານຂອງພຣະອົງ. ນາງເປັນສະຕີທີ່ພິເສດ, ແລະ ພຣະອົງໄດ້ມີສິ່ງທີ່ຍິ່ງໃຫຍ່ໃຫ້ນາງເຮັດ.
ຄຳສອນ ແລະ ພັນທະສັນຍາ 25:1–3
ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເອມມາເດີນທາງໄປກັບໂຈເຊັບ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າເອມມາຈະໄດ້ອະທິບາຍພຣະຄຳພີ ແລະ ສິດສອນສະມາຊິກຂອງສາດສະໜາຈັກ. ພຣະອົງໄດ້ບອກເອມມາໃຫ້ພຣະອົງມາກ່ອນໃນຊີວິດຂອງນາງ ແລະ ຮັກສາພັນທະສັນຍາຂອງນາງ. ພຣະອົງໄດ້ສັນຍາກັບເອມມາວ່ານາງຈະໄດ້ຮັບພຣະວິນຍານຂອງພຣະອົງ. ພຣະອົງຕ້ອງການໃຫ້ນາງຮຽນຮູ້, ເຕີບໂຕ, ແລະ ໄດ້ຮັບພອນຂອງພຣະອົງ.
ຄຳສອນ ແລະ ພັນທະສັນຍາ 25:2, 6–10, 15
ພຣະຜູ້ເປັນເຈົ້າໄດ້ບອກເອມມາວ່າພຣະອົງຢາກຈະໄດ້ຍິນລູກໆຂອງພຣະອົງຮ້ອງເພງ. ພຣະອົງໄດ້ກ່າວວ່າການຮ້ອງເພງຂອງໄພ່ພົນຂອງພຣະອົງກໍເໝືອນກັນກັບການອະທິຖານຫາພຣະອົງ. ພຣະອົງໄດ້ຂໍໃຫ້ເອມມາເຮັດປຶ້ມເພງສວດທີ່ໄພ່ພົນສາມາດຮ້ອງນຳກັນ. ເອມມາໄດ້ພົບເຫັນຫລາຍເພງທີ່ມ່ວນອອນຊອນກ່ຽວກັບພຣະຜູ້ເປັນເຈົ້າ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ຮວບຮວມເຂົ້າໃສ່ກັນມາເປັນປຶ້ມເພງສວດ.
ຄຳສອນ ແລະ ພັນທະສັນຍາ 25:11–12; Saints, 1:221–22
ຊີວິດຂອງເອມມາ ແລະ ໂຈເຊັບຍັງສືບຕໍ່ປ່ຽນແປງໄປ, ແຕ່ເອມມາຮູ້ວ່າພຣະຜູ້ເປັນເຈົ້າຮັກນາງ ແລະ ມີຈຸດປະສົງສຳລັບນາງ. ນາງໄດ້ຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ຜູ້ຄົນທີ່ຢູ່ອ້ອມຮອບຕົວນາງ. ນາງໄດ້ຊ່ວຍໃຫ້ສາດສະໜາຈັກຂອງພຣະເຢຊູເຕີບໂຕຂຶ້ນ.
ຄຳສອນ ແລະ ພັນທະສັນຍາ 25:13–15; Saints, 1:221–23