“ຄຸກລີເບີຕີ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ຄຸກລີເບີຕີ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນຕຸລາ 1838–ເດືອນມີນາ 1839
ຄຸກລີເບີຕີ
ການຊອກຫາພຣະຜູ້ເປັນເຈົ້າໃນຊ່ວງເວລາທີ່ຫຍຸ້ງຍາກ
ຫລາຍຄົນທີ່ໄດ້ອາໄສຢູ່ໃນລັດມີເຊີຣີບໍ່ມັກໄພ່ພົນ. ເຈົ້າລັດໄດ້ສົ່ງທະຫານໄປໄລ່ເຂົາເຈົ້າໜີ. ທະຫານໄດ້ຂັບໄລ່ໄພ່ພົນອອກຈາກບ້ານຂອງເຂົາເຈົ້າ, ໄດ້ລັກສິ່ງຂອງຈາກເຮືອນຂອງເຂົາເຈົ້າ, ແລະ ໄດ້ທຳຮ້າຍຫລາຍຄົນ.
Saints, 1:355–56, 362, 364
ທະຫານໄດ້ຈັບສາດສະດາໂຈເຊັບ ສະມິດ ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆ.
Saints, 1:357–58
ໂຈເຊັບໄດ້ຖາມວ່າ ເພິ່ນຂໍເວລາສ່ວນຕົວກັບຄອບຄົວຂອງເພິ່ນໄດ້ຫລືບໍ່. ທະຫານຕອບວ່າ ບໍ່. ພວກເຂົາໄດ້ພາໂຈເຊັບ ແລະ ນັກໂທດຄົນອື່ນໆໄປ.
Saints, 1:366
ຄືນໜຶ່ງ, ໂຈເຊັບ ແລະ ນັກໂທດຄົນອື່ນໆໄດ້ຍິນພວກນາຍຍາມຫົວກ່ຽວກັບສິ່ງບໍ່ດີທີ່ພວກເຂົາໄດ້ເຮັດກັບໄພ່ພົນ. ໂຈເຊັບອົດຟັງບໍ່ໄດ້ອີກຕໍ່ໄປ. ເພິ່ນໄດ້ຢືນຂຶ້ນ ແລະ ຮ້ອງບອກວ່າ, “ງຽບ!” ເພິ່ນໄດ້ເວົ້າດ້ວຍພະລັງຂອງພຣະເຈົ້າ. ພວກນາຍຍາມຮູ້ສຶກຢ້ານ. ພວກເຂົາເວົ້າວ່າ ພວກເຂົາຂໍໂທດ ແລະ ໄດ້ເຊົາເວົ້າ.
Saints, 1:367–68
ຕໍ່ມາ, ໂຈເຊັບ ແລະ ໝູ່ເພື່ອນຂອງເພິ່ນໄດ້ຖືກສົ່ງເຂົ້າຄຸກ ຢູ່ໃນເມືອງໜຶ່ງທີ່ເອີ້ນວ່າ ລີເບີຕີ. ຄຸກນັ້ນໜາວຫລາຍ, ນ້ອຍ, ແລະ ມືດ. ພວກເພິ່ນມີພຽງເຟືອງທີ່ເປິເປື້ອນໃຫ້ນອນເທົ່ານັ້ນ. ມີອາຫານພຽງເລັກນ້ອຍ, ແລະ ມັນເຮັດໃຫ້ພວກເພິ່ນເຈັບປ່ວຍ.
Saints, 1:369–70, 374, 384–85
ໂຈເຊັບໄດ້ຄິດຫລາຍກ່ຽວກັບໄພ່ພົນ. ເພິ່ນຮັກເຂົາເຈົ້າ. ເພິ່ນເປັນຫ່ວງນຳເຂົາເຈົ້າ. ແຕ່ເພິ່ນບໍ່ສາມາດເຮັດຫຍັງເພື່ອຊ່ວຍເຫລືອເຂົາເຈົ້າ.
Saints, 1:385–86
ໂຈເຊັບໄດ້ອະທິຖານຫລາຍ. ເພິ່ນໄດ້ທູນຖາມວ່າພຣະເຈົ້າຢູ່ໃສ ແລະ ເປັນຫຍັງພຣະອົງຈຶ່ງບໍ່ຊ່ວຍໄພ່ພົນ. ພຣະເຈົ້າໄດ້ລືມເພິ່ນ ແລະ ສາດສະໜາຈັກແລ້ວບໍ?
ຄຳສອນ ແລະ ພັນທະສັນຍາ 121:1–6
ພຣະເຈົ້າໄດ້ຕອບຄຳອະທິຖານຂອງໂຈເຊັບ. ພຣະອົງໄດ້ກ່າວວ່າ, “ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ.” ພຣະອົງໄດ້ບອກໂຈເຊັບວ່າ ຄວາມທ້າທາຍຂອງເພິ່ນຈະບໍ່ຄົງຢູ່ຕະຫລອດໄປ, ແລະ ມັນຈະເປັນເພື່ອຄວາມດີຂອງເພິ່ນ. ພຣະເຈົ້າໄດ້ເຕືອນໂຈເຊັບວ່າ ພຣະເຢຊູຄຣິດໄດ້ຜ່ານຜ່າເລື່ອງທີ່ຍາກລຳບາກຫລາຍກວ່ານັ້ນມາແລ້ວ. ພຣະອົງໄດ້ສັນຍາວ່າ ພຣະອົງຈະສະຖິດຢູ່ກັບໂຈເຊັບ “ຕະຫລອດການ ແລະ ຕະຫລອດໄປ.”