ເລື່ອງ​ພຣະ​ຄຳ​ພີ
ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ


“ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ເມ​ສາ 1836

ໂຈ​ເຊັບ ແລະ ອໍ​​ລີເວີ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ພຣະ​ເຢ​ຊູ​ຄຣິດ ແລະ ທູດ​ສະ​ຫວັນ​ຢ້ຽມ​ຢາມ​ພຣະ​ວິ​ຫານ​ເຄີດ​ແລນ

ໂຈ​ເຊັບ ສະ​ມິດ ກຳ​ລັງ​ຢາຍ​ສິນ​ລະ​ລຶກ​ໃຫ້​ໄພ່​ພົນ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ.

ໜຶ່ງ​ອາ​ທິດ​ຫລັງ​ຈາກ​ພຣະ​ວິ​ຫານ​ເຄີດ​ແລນ​ໄດ້​ຖືກ​ອຸ​ທິດ, ໄພ່​ພົນ​ໜຶ່ງ​ພັນ​ຄົນ​ໄດ້​ພົບ​ກັນ​ຢູ່​ໃນ​ພຣະ​ວິ​ຫານ ເພື່ອ​ນະ​ມັດ​ສະ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ແມ່ນ​ວັນ​ອາ​ທິດ​ອີດ​ສະ​ເຕີ. ໂຈ​ເຊັບ ສະ​ມິດ, ອໍ​ລີ​ເວີ ຄາວ​ເດີ​ຣີ, ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ໄດ້​ມອບ​ສິນ​ລະ​ລຶກ​ໃຫ້​ແກ່​ໄພ່​ພົນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110, ຫົວ​ຂໍ້​ພາກ; Saints, 1:239

ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ກຳ​ລັງ​ອະ​ທິ​ຖານ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ.

ຫລັງ​ຈາກ​ສິນ​ລະ​ລຶກ, ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ພົບ​ເຫັນ​ບ່ອນ​ມິດ​ງຽບ​ຢູ່​ໃນ​ພຣະ​ວິ​ຫານ, ຢູ່​ຫລັງ​ຜ້າກັ້ງ, ເພື່ອ​ອະ​ທິ​ຖານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110, ຫົວ​ຂໍ້​ພາກ; Saints, 1:239

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ.

ເມື່ອ​ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຈົບ​ແລ້ວ, ພວກ​ເພິ່ນ​ໄດ້​ເງີຍ​ໜ້າ​ຂຶ້ນ. ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ! ພຣະ​ອົງ​ຮູ້​ວ່າ​ໄພ່​ພົນ​ໄດ້​ເຮັດ​ວຽກ​ງານ​ໜັກ​ເພື່ອ​ສ້າງ​ພຣະ​ວິ​ຫານ. “ເຮົາ​ໄດ້​ຍອມ​ຮັບ​ເອົາ​ບ້ານ​ແຫ່ງ​ນີ້,” ພຣະ​ອົງ​ໄດ້​ກ່າວ. ພຣະ​ເຢ​ຊູ​ໄດ້​ບອກ​ໂຈ​ເຊັບ ແລະ ອໍ​ລີ​ເວີ​ວ່າ ພອນ​ຂອງ​ພຣະ​ວິ​ຫານ​ຈະ​ນຳ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:1–10

ໂມ​ເຊ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ.

ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ຈາກ​ໄປ, ສາດ​ສະ​ດາ​ໂມ​ເຊ​ຈາກ​ພຣະ​ຄຳ​ພີ​ເດີມ​ໄດ້​ມາ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ. ເພິ່ນ​ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃຫ້​ພວກ​ເພິ່ນ. ນີ້​ໝາຍ​ຄວາມ​ວ່າ ພວກ​ເພິ່ນ​ສາ​ມາດ​ນຳ​ພາ​ວຽກ​ງານ​ຂອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ພວກ​ເພິ່ນ​ສາ​ມາດ​ສົ່ງ​ຜູ້​ສອນ​ສາດ​ສະ​ໜາ​ໄປ​ທົ່ວ​ໂລກ ເພື່ອ​ນຳ​ຜູ້​ຄົນ​ມາ​ໃຫ້​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11

ອີ​ລາຍ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ.

ຕໍ່​ມາ, ສາດ​ສະ​ດາ​ອີ​ລາຍ​ໄດ້​ມາ​ປະ​ກົດ. ເພິ່ນ​ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ການ​ຟື້ນ​ຟູ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ໃຫ້​ພວກ​ເພິ່ນ. ນີ້​ໝາຍ​ຄວາມ​ວ່າ ໄພ່​ພົນ​ສາ​ມາດ​ໄດ້​ຮັບ​ພັນ​ທະ​ສັນ​ຍາ​ອັນ​ດຽວ​ກັນ​ກັບ​ທີ່​ອັບ​ຣາ​ຮາມ​ໄດ້​ຮັບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ຈະ​ມີ​ພະ​ລັງ​ໃນ​ການ​ນຳ​ພຣະ​ກິດ​ຕິ​ຄຸນ ແລະ ພອນ​ຂອງ​ພຣະ​ເຈົ້າ​ໄປ​ໃຫ້​ຜູ້​ຄົນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ເປັນ​ເວ​ລາ​ຫລາຍ​ປີ​ທີ່​ຈະ​ມາ​ເຖິງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:12

ເອ​ລີ​ຢາ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ແລະ ອໍ​ລີ​ເວີ.

ໃນ​ທີ່​ສຸດ, ສາດ​ສະ​ດາ​ເອ​ລີ​ຢາ​ກໍ​ໄດ້​ມາ​ປະ​ກົດ. ເພິ່ນ​ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ຜະ​ນຶກ, ຫລື ເຕົ້າ​ໂຮມ, ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ວຽກ​ງານ​ທີ່​ໄພ່​ພົນ​ໄດ້​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ​ຈະ​ຖືກ​ຍອມ​ຮັບ​ໃນ​ສະ​ຫວັນ. ບັດ​ນີ້ ສາດ​ສະ​ໜາ​ຈັກ​ໄດ້​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກຽມ​ໃຫ້​ພຣະ​ອົງ​ສະ​ເດັດ​ມາ​ຍັງ​ໂລກ​ອີກ​ຄັ້ງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16