“ເມືອງຮອນສ໌ມຽວ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ເມືອງຮອນສ໌ມຽວ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນຕຸລາ 1838–ເດືອນກຸມພາ 1839
ເມືອງຮອນສ໌ມຽວ
ການໂຈມຕີ ແລະ ການອັດສະຈັນ
ວິວລາດ ສະມິດ ມີອາຍຸ 11 ປີ. ຄອບຄົວຂອງລາວໄດ້ອາໄສຢູ່ໃນເມືອງຮອນສ໌ມຽວ, ລັດມີເຊີຣີ, ກັບໄພ່ພົນຄົນອື່ນໆ. ເຂົາເຈົ້າຢາກໄປເຕົ້າໂຮມກັບໄພ່ພົນຢູ່ໃນເມືອງຟາແວັສ.
ຄຳສອນ ແລະ ພັນທະສັນຍາ 115:7–8; Saints, 1:347–48
ມື້ໜຶ່ງ, ວິວລາດໄດ້ຢູ່ກັບພໍ່ ແລະ ອ້າຍນ້ອງຂອງລາວ, ຊາດີອັສ ແລະ ແອວມາ. ທັນໃດນັ້ນ, ເຂົາເຈົ້າໄດ້ຍິນສຽງປືນ ແລະ ສຽງຜູ້ຄົນຮ້ອງ. ຜູ້ຄົນໄດ້ມາໂຈມຕີໄພ່ພົນ.
Saints, 1:348–49
ທຸກຄົນໄດ້ແລ່ນໜີເພື່ອຫາບ່ອນປອດໄພ. ຜູ້ຊາຍ ແລະ ເດັກນ້ອຍຫລາຍຄົນໄດ້ລີ້ຊ່ອນຢູ່ໃນຮ້ານຕີເຫລັກ. ພໍ່ ແລະ ອ້າຍນ້ອງຂອງວິວລາດໄດ້ເຂົ້າໄປໃນນັ້ນຄືກັນ, ແຕ່ວິວລາດໄດ້ແຍກຈາກເຂົາເຈົ້າ. ລາວໄດ້ລີ້ຢູ່ຫລັງກອງໄມ້. ລາວໄດ້ຍິນສຽງປືນດັງອ້ອມຮອບຕົວລາວ.
Saints, 1:349, 353
ວິວລາດໄດ້ແລ່ນຈາກບ່ອນນີ້ໄປຫາບ່ອນນັ້ນເພື່ອລີ້ຊ່ອນ. ໃນທີ່ສຸດ, ສຽງປືນໄດ້ສະຫງົບລົງ. ຜູ້ໂຈມຕີໄດ້ອອກຈາກເມືອງຮອນສ໌ມຽວ.
Saints, 1:353
ວິວລາດໄດ້ມາທີ່ຮ້ານຕີເຫລັກເພື່ອຊອກຫາຄອບຄົວຂອງລາວ. ພໍ່ຂອງລາວ ແລະ ຊາດີອັສໄດ້ຖືກຂ້າ. ແຕ່ແອວມາ ນ້ອງຊາຍຂອງວິວລາດຍັງມີຊີວິດຢູ່.
Saints, 1:353
ແອວມາໄດ້ຖືກຍິງທີ່ສະໂພກ. ລາວບາດເຈັບໜັກ. ວິວລາດໄດ້ອູ້ມເອົາແອວມາ ແລະ ພາລາວໄປຫາຜ້າເຕັນຂອງຄອບຄົວ.
Saints, 1:353–54
ແມ່ຂອງວິວລາດ, ອາແມນດາ, ບໍ່ຮູ້ຈັກວິທີປິ່ນປົວສະໂພກຂອງແອວມາ. ແຕ່ນາງຮູ້ວ່າພຣະເຈົ້າຮູ້ຈັກວິທີ. ນາງໄດ້ອະທິຖານ, ແລະ ໄດ້ຍິນສຸລະສຽງບອກວ່າຄວນເຮັດສິ່ງໃດ.
Saints, 1:354
ອາແມນດາໄດ້ລ້າງບາດແຜຂອງແອວມາດ້ວຍຂີ້ເທົ່າ. ແລ້ວນາງໄດ້ຕຳຮາກໄມ້ ແລະ ວາງໃສ່ບາດແຜຂອງລາວ. ນາງໄດ້ພັນສະໂພກຂອງແອວມາດ້ວຍຜ້າ. “ນອນຢູ່ແບບນັ້ນ ແລະ ຢ່າເໜັງຕີງ,” ນາງເວົ້າ, “ແລະ ພຣະຜູ້ເປັນເຈົ້າຈະສ້າງສະໂພກໃໝ່ໃຫ້ເຈົ້າ.”
Saints, 1:354–55
ຕໍ່ມາ, ເຈົ້າລັດຂອງລັດມີເຊີຣີໄດ້ກ່າວວ່າ ໄພ່ພົນຕ້ອງອອກຈາກລັດ ຖ້າບໍ່ດັ່ງນັ້ນ ເຂົາເຈົ້າຈະຖືກຂ້າ. ແຕ່ສະໂພກຂອງແອວມາຍັງບໍ່ດີຂຶ້ນ. ອາແມນດາໄດ້ອະທິຖານທູນຂໍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ. ສຸລະສຽງໄດ້ບອກນາງວ່າ ພຣະເຢຊູຈະບໍ່ປ່ອຍປະຄອບຄົວຂອງນາງ. ອາແມນດາຮູ້ສຶກວ່າ ບໍ່ມີຫຍັງທີ່ສາມາດທຳຮ້າຍນາງໄດ້.
ຄຳສອນ ແລະ ພັນທະສັນຍາ 88:83; Saints, 1:372, 378–79
ບໍ່ດົນຫລັງຈາກນາງໄດ້ອະທິຖານ, ອາແມນດາໄດ້ຍິນລູກໆຂອງນາງຮ້ອງຢ່າງແຮງ. ນາງໄດ້ແລ່ນໄປຊອກຫາພວກເຂົາ, ແລະ ເມື່ອນາງເຫັນພວກເຂົາ, ແອວມາກຳລັງແລ່ນໄປມາ. “ຂ້ານ້ອຍຫາຍດີແລ້ວ, ແມ່ເອີຍ, ຂ້ານ້ອຍຫາຍດີແລ້ວ!” ລາວເວົ້າ. ສະໂພກຂອງລາວຫາຍດີ! ມັນແມ່ນການອັດສະຈັນຈາກພຣະຜູ້ເປັນເຈົ້າ. ອາແມນດາ ແລະ ລູກໆຂອງນາງໄດ້ອອກຈາກລັດມີເຊີຣີ ເພື່ອໄປຊອກຫາບ່ອນປອດໄພກັບໄພ່ພົນທີ່ເຫລືອຢູ່.
Saints, 1:379