ເລື່ອງ​ພຣະ​ຄຳ​ພີ
ໄຂ່​ມຸກ​ອັນ​ລ້ຳ​ຄ່າ


“ໄຂ່​ມຸກ​ອັນ​ລ້ຳ​ຄ່າ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ໄຂ່​ມຸກ​ອັນ​ລ້ຳ​ຄ່າ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ກໍ​ລະ​ກົດ 1835–ເດືອນ​ມີ​ນາ 1842

ໄຂ່​ມຸກ​ອັນ​ລ້ຳ​ຄ່າ

ພຣະ​ຄຳ​ພີ​ເພີ່ມ​ເຕີມ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ

ໂຈ​ເຊັບ ສະ​ມິດ ກຳ​ລັງ​ຫລຽວ​ເບິ່ງ​ມ້ວນ​ໜັງ​ສື​ຂອງ​ຊາວ​ເອ​ຢິບ.

ມື້​ໜຶ່ງ, ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ທີ່​ເມືອງ​ເຄີດ​ແລນ​ພ້ອມ​ກັບ​ມຳ​ມີ​ຈາກ​ປະ​ເທດ​ເອ​ຢິບ. ພ້ອມ​ກັບ​ມຳ​ມີ​ເຫລົ່າ​ນີ້​ກໍ​ມີ​ມ້ວນ​ໜັງ​ສື, ຫລື ມ້ວນ​ກະ​ດາດ​ທີ່​ເກົ່າ​ແກ່​ບາງ​ຈຳ​ນວນ. ມ້ວນ​ໜັງ​ສື​ມີ​ຕົວ​ອັກ​ສອນ​ເອ​ຢິບ​ຂຽນ​ຢູ່​ໃນ​ນັ້ນ. ຊາຍ​ຄົນ​ນັ້ນ​ໄດ້​ສະ​ແດງ​ມັນ​ແກ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ໂຈ​ເຊັບ​ສົນ​ໃຈ​ໃນ​ການ​ຂຽນ​ເຫລົ່າ​ນັ້ນ.

Saints, 1:219–20

ໂຈ​ເຊັບ​ໄດ້​ເອົາ​ມ້ວນ​ໜັງ​ສື​ໃຫ້​ເອມ​ມາ ສະ​ມິດ ເບິ່ງ.

ໝູ່​ເພື່ອນ​ບາງ​ຄົນ​ໄດ້​ຊ່ວຍ​ໂຈ​ເຊັບ​ຊື້​ມຳ​ມີ ແລະ ມ້ວນ​ໜັງ​ສື. ຂະ​ນະ​ທີ່​ໂຈ​ເຊັບ​ສຶກ​ສາ​ການ​ຂຽນ​ເຫລົ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ການ​ຂຽນ​ບູ​ຮານ​ຂອງ​ອັບ​ຣາ​ຮາມ, ສາດ​ສະ​ດາ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໝູ່​ເພື່ອນ​ເຊັ່ນ ອໍ​ລີ​ເວີ ຄາວ​ເດີ​ຣີ, ໂຈ​ເຊັບ​ໄດ້​ຂຽນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເພິ່ນ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ອັບ​ຣາ​ຮາມ.

Saints, 1:220

ໂຈ​ເຊັບ​ກຳ​ລັງ​ເຫັນ​ພາບ​ນິ​ມິດ​ກ່ຽວ​ກັບ​ອັບ​ຣາ​ຣາມ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ອັບ​ຣາ​ຮາມ​ໄດ້​ເຫັນ​ພາບ​ນິ​ມິດ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ່ອນ​ເຮົາ​ໄດ້​ມາ​ເກີດ. ເພິ່ນ​ເຫັນ​ວ່າ​ພຣະ​ເຢ​ຊູ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ອັບ​ຣາ​ຮາມ​ກໍ​ຍັງ​ຮຽນ​ຮູ້​ກ່ຽວ​ກັບ​ການ​ສ້າງ​ໂລກ​ນີ້​ນຳ​ອີກ. ໄພ່​ພົນ​ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ຮັບ​ການ​ສິດ​ສອນ​ເຫລົ່າ​ນີ້​ຈາກ​ອັບ​ຣາ​ຮາມ. ເຂົາ​ເຈົ້າ​ດີ​ໃຈ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ສິດ​ສອນ​ເຂົາ​ເຈົ້າ​ເພີ່ມ​ເຕີມ.

ອັບ​ຣາ​ຮາມ 2:6–11; 3–5; Saints, 1:220

ໂຈ​ເຊັບ​ກຳ​ລັງ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ເລື່ອງ​ລາວ​ຂອງ​ໂມ​ເຊ ແລະ ອັບ​ຣາ​ຮາມ.

ການ​ຂຽນ​ຂອງ​ອັບ​ຣາ​ຮາມ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ພຣະ​ຄຳ​ພີ​ທີ່​ເອີ້ນ​ວ່າ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ໜັງ​ສື​ເຫລັ້ມ​ນີ້​ກໍ​ມີ​ການ​ຂຽນ​ຂອງ​ໂມ​ເຊ​ນຳ​ອີກ, ສາດ​ສະ​ດາ​ອີກ​ຄົນ​ໜຶ່ງ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ມັນ​ສິດ​ສອນ​ຄວາມ​ຈິງ​ທີ່​ຂາດ​ຫາຍ​ໄປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ຜູ້​ຄົນ​ຮູ້​ຄວາມ​ຈິງ​ເຫລົ່າ​ນີ້, ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ແບ່ງ​ປັນ​ຄວາມ​ຈິງ​ກັບ​ໂຈ​ເຊັບ ສະ​ມິດ.

ໂມ​ເຊ 1–8; ອັບ​ຣາ​ຮາມ 1–5

ເດັກ​ຊາຍ ແລະ ເດັກ​ຍິງ​ກຳ​ລັງ​ອ່ານ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ.

ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ກໍ​ມີ​ປະ​ຈັກ​ພະ​ຍານ​ຂອງ​ໂຈ​ເຊັບ ສະ​ມິດ ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ 13 ຂໍ້​ນຳ​ອີກ. ໂຈ​ເຊັບ ສະ​ມິດ ໄດ້​ຂຽນ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ບອກ​ໂລກ​ເຖິງ​ຄວາມ​ເຊື່ອ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ເປັນ​ໜັງ​ສື​ເຫລັ້ມ​ນ້ອຍ, ເຊັ່ນ​ດຽວ​ກັບ​ໄຂ່​ມຸກ​ທີ່​ເລັກ​ນ້ອຍ, ແຕ່​ມີ​ຄ່າ​ຢ່າງ​ຫລວງ​ຫລາຍ.

ໂຈ​ເຊັບ ສະ​ມິດ—ປະ​ຫວັດ; ຫລັກ​ແຫ່ງ​ຄວາມ​ເຊື່ອ 1