“ການໜີຈາກເມືອງນາວູ ແລະ ໄປທາງທິດຕາເວັນຕົກ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ການໜີຈາກເມືອງນາວູ ແລະ ໄປທາງທິດຕາເວັນຕົກ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນມິຖຸນາ 1844–ເດືອນກໍລະກົດ 1847
ການໜີຈາກເມືອງນາວູ ແລະ ໄປທາງທິດຕາເວັນຕົກ
ໄພ່ພົນເຮັດ ແລະ ຮັກສາຄຳສັນຍາຂອງຕົນກັບພຣະຜູ້ເປັນເຈົ້າ
ໂຈເຊັບ ສະມິດ ໄດ້ເສຍຊີວິດແລ້ວ. ບັດນີ້ ບຣິກຳ ຢັງ ແລະ ອັກຄະສາວົກຄົນອື່ນໆໄດ້ເປັນຜູ້ນຳພາສາດສະໜາຈັກ. ບຣິກຳຮູ້ວ່າໄພ່ພົນບໍ່ປອດໄພອີກຕໍ່ໄປໃນເມືອງນາວູ. ເຂົາເຈົ້າຈະຕ້ອງໜີ. ແຕ່ກ່ອນອື່ນໝົດ, ພຣະຜູ້ເປັນເຈົ້າຢາກໃຫ້ເຂົາເຈົ້າສ້າງພຣະວິຫານໃຫ້ສຳເລັດ. ພຣະອົງຢາກໃຫ້ເຂົາເຈົ້າເຮັດພັນທະສັນຍາກັບພຣະອົງ ແລະ ຖືກຜະນຶກເປັນຄອບຄົວ.
Saints, 1:571, 579–80
ຫລັງຈາກສອງສາມເດືອນ, ພຣະວິຫານກໍພ້ອມສຳລັບຜູ້ຄົນທີ່ຈະເຮັດພັນທະສັນຍາຢູ່ທີ່ນັ້ນ. ໄພ່ພົນຫລາຍພັນຄົນໄດ້ມາທີ່ພຣະວິຫານ. ບຣິກຳໄດ້ຢູ່ທີ່ພຣະວິຫານຈົນເດິກ ເພື່ອຊ່ວຍເຂົາເຈົ້າເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າ. ໃນທີ່ສຸດ, ບຣິກຳໄດ້ບອກທຸກຄົນວ່າ ເຂົາເຈົ້າຕ້ອງໜີຈາກເມືອງນາວູ.
Saints, 1:582
ເມື່ອບຣິກຳຕື່ນຂຶ້ນມາໃນເຊົ້າມື້ຕໍ່ໄປ, ໄພ່ພົນຫລາຍຄົນຕື່ມອີກໄດ້ມາລໍຖ້າຢູ່ທີ່ພຣະວິຫານ. ບຣິກຳໄດ້ບອກເຂົາເຈົ້າວ່າ ມັນບໍ່ປອດໄພທີ່ຈະຢູ່ໃນເມືອງນາວູ. ເຂົາເຈົ້າຕ້ອງຫາບ້ານໃໝ່ຢູ່ໃນພາກຕາເວັນຕົກ. ເພິ່ນໄດ້ສັນຍາວ່າ ເຂົາເຈົ້າຈະສາມາດສ້າງພຣະວິຫານໃໝ່ ເມື່ອເຂົາເຈົ້າໄປທີ່ນັ້ນ.
Saints, 1:582–83; 2:13–14
ແຕ່ໄພ່ພົນບໍ່ໄດ້ຈາກໄປ. ເຂົາເຈົ້າຢາກເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າ ກ່ອນເຂົາເຈົ້າຈະເລີ່ມຕົ້ນການເດີນທາງຂອງເຂົາເຈົ້າໄປຍັງບ້ານໃໝ່.
Saints, 1:583
ບຣິກຳໄດ້ເຫັນໃບໜ້າຂອງເຂົາເຈົ້າ ແລະ ໄດ້ປ່ຽນໃຈ. ເພິ່ນໄດ້ໃຊ້ເວລາໝົດມື້ ແລະ ມື້ຕໍ່ມາໄດ້ຊ່ວຍໄພ່ພົນເຮັດພັນທະສັນຍາໃນພຣະວິຫານ.
Saints, 1:583
ດັ່ງທີ່ໄພ່ພົນໄດ້ເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າແລ້ວ, ມັນເຖິງເວລາທີ່ຈະຕ້ອງໜີຈາກເມືອງນາວູ. ບຣິກຳຮູ້ວ່າພຣະຜູ້ເປັນເຈົ້າໄດ້ຈັດກຽມສະຖານທີ່ໄວ້ໃຫ້ເຂົາເຈົ້າແລ້ວ. ເພິ່ນໄດ້ເຫັນມັນຢູ່ໃນພາບນິມິດ. ເຂົາເຈົ້າເລີ່ມຕົ້ນການເດີນທາງຂອງເຂົາເຈົ້າ. ອາກາດໜາວເຢັນ ແລະ ພື້ນດິນກໍເປັນຕົມ. ຜູ້ຄົນໄດ້ລົ້ມປ່ວຍ. ເຂົາເຈົ້າເລີ່ມຈະໝົດອາຫານແລ້ວ.
Saints, 2:16–18, 20–21
ໄພ່ພົນຕ້ອງເດີນທາງອີກຍາວໄກ. ບຣິກຳສົງໄສວ່າ ເຂົາເຈົ້າຈະສາມາດເດີນທາງໄກ ແລະ ລຳບາກເຊັ່ນນັ້ນໄດ້ແນວໃດ. ເພິ່ນໄດ້ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ.
Saints, 2:46
ພຣະຜູ້ເປັນເຈົ້າໄດ້ມອບການເປີດເຜີຍໃຫ້ບຣິກຳ. ພຣະອົງໄດ້ສິດສອນບຣິກຳກ່ຽວກັບວິທີນຳພາໄພ່ພົນ. ພຣະອົງໄດ້ກ່າວວ່າ ເຂົາເຈົ້າຄວນຊ່ວຍກັນແລະກັນດູແລຄົນຍາກຈົນ.
ຄຳສອນ ແລະ ພັນທະສັນຍາ 136:1–8
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ໄພ່ພົນຄວນຈື່ຈຳພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດກັບພຣະອົງ. ຖ້າເຂົາເຈົ້າຈື່ຈຳ, ພຣະອົງຈະອວຍພອນເຂົາເຈົ້າ ແລະ ຊ່ວຍເຫລືອເຂົາເຈົ້າໃນການເດີນທາງຂອງເຂົາເຈົ້າ.
ຄຳສອນ ແລະ ພັນທະສັນຍາ 136:4, 11, 42; Saints, 2:47
ການເດີນທາງຍັງຍາກລຳບາກຫລາຍ. ບາງຄົນໄດ້ເສຍຊີວິດໄປ. ແຕ່ເນື່ອງຈາກພັນທະສັນຍາພຣະວິຫານຂອງເຂົາເຈົ້າ, ໄພ່ພົນຈຶ່ງຮູ້ວ່າ ເຂົາເຈົ້າຈະເຫັນຄອບຄົວຂອງເຂົາເຈົ້າອີກ.
ສອງສາມເດືອນຕໍ່ມາ, ໄພ່ພົນກຸ່ມທຳອິດໄດ້ມາເຖິງຮ່ອມພູເຊົາເລັກໃນປີ 1847. ເມື່ອບຣິກຳ ຢັງ ໄດ້ເຫັນຮ່ອມພູ, ເພິ່ນເວົ້າວ່າ, “ນີ້ຄືສະຖານທີ່ທີ່ຖືກຕ້ອງ.” ມັນແມ່ນບ່ອນດຽວກັນທີ່ເພິ່ນໄດ້ເຫັນຢູ່ໃນພາບນິມິດ. ນີ້ແມ່ນບ່ອນທີ່ໄພ່ພົນຈະປອດໄພ. ຢູ່ທີ່ນີ້ເຂົາເຈົ້າສາມາດນະມັດສະການພຣະຜູ້ເປັນເຈົ້າ ແລະ ເຮັດວຽກງານຂອງພຣະອົງຢ່າງສະຫງົບສຸກ.
Saints, 2:17, 64–67
ຕະຫລອດຫລາຍປີທີ່ຜ່ານມາ, ໄພ່ພົນໄດ້ເດີນທາງມາເພີ່ມຫລາຍຂຶ້ນເລື້ອຍໆ. ເຂົາເຈົ້າໄດ້ສ້າງພຣະວິຫານຫລາຍແຫ່ງ, ຊຶ່ງຜູ້ຄົນສາມາດເຮັດພັນທະສັນຍາກັບພຣະຜູ້ເປັນເຈົ້າໄດ້. ເຂົາເຈົ້າໄດ້ສົ່ງຜູ້ສອນສາດສະໜາໄປທົ່ວໂລກ ເພື່ອສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດສືບຕໍ່ເຕີບໂຕ, ເປັນພອນໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນຢູ່ທົ່ວທຸກແຫ່ງ.