“ສະມາຄົມສະຕີສົງເຄາະ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ສະມາຄົມສະຕີສົງເຄາະ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນມີນາ 1842
ສະມາຄົມສະຕີສົງເຄາະ
ສະຕີແຫ່ງນາວູຮັບໃຊ້ພຣະຜູ້ເປັນເຈົ້າ
ມາກາເຣັດ ຄຸກ ອາໃສຢູ່ໃນເມືອງນາວູ. ນາງເຮັດວຽກກັບຊາຣາ ຄິມໂບ, ຊ່ວຍນາງໃນການຫຍິບເຄື່ອງ. ໃນຂະນະທີ່ນາງເຮັດວຽກຢູ່ນັ້ນ, ພວກນາງມັກເວົ້າກ່ຽວກັບພຣະວິຫານຫລັງໃໝ່ທີ່ກຳລັງສ້າງຂຶ້ນໃນເມືອງນາວູ. ພວກນາງຕື່ນເຕັ້ນກ່ຽວກັບພຣະວິຫານນີ້.
Saints, 1:447
ມື້ໜຶ່ງ, ນາງມາກາເຣັດໄດ້ສັງເກດເຫັນວ່າ ຄົນງານຜູ້ຊາຍຫລາຍຄົນທີ່ກຳລັງສ້າງພຣະວິຫານໃສ່ເຄື່ອງນຸ່ງເກົ່າ ແລະ ຂາດ. ນາງກໍເລີຍສົງໄສວ່ານາງ ແລະ ຊາຣາຈະສາມາດເຮັດວຽກນຳກັນໃນການຫຍິບເສື້ອໂຕໃໝ່ໃຫ້ກັບພວກຜູ້ຊາຍດີຫລືບໍ່. ຊາຣາມັກຄວາມຄິດນັ້ນ. ນາງ ແລະ ມາກາເຣັດຈຶ່ງໄດ້ເວົ້າລົມກັບພວກສະຕີຄົນອື່ນໆກ່ຽວກັບການຈັດຕັ້ງກຸ່ມຂຶ້ນມາເພື່ອຊ່ວຍເຫລືອຄົນງານ.
Saints, 1:447–48
ສາດສະດາໂຈເຊັບໄດ້ເວົ້າວ່າ ພຣະຜູ້ເປັນເຈົ້າພໍພຣະໄທກັບແນວຄິດຂອງພວກນາງ, ແລະ ພຣະອົງມີສິ່ງທີ່ດີກວ່າໃຫ້ກັບພວກນາງ. ໂຈເຊັບໄດ້ເຊື້ອເຊີນໃຫ້ສະຕີທັງຫລາຍມາພົບກັບເພິ່ນໃນວັນທີ 1 ເດືອນມີນາ,1842. ດ້ວຍການນຳໃຊ້ອຳນາດຖານະປະໂລຫິດ, ເພິ່ນໄດ້ສ້າງຕັ້ງກຸ່ມສະຕີຂອງສາດສະໜາຈັກ. ເຂົາເຈົ້າໄດ້ຕັດສິນໃຈເອີ້ນກຸ່ມຂອງສະຕີນີ້ວ່າ ສະມາຄົມສະຕີສົງເຄາະແຫ່ງນາວູ.
Saints, 1:448, 450–51
ໂຈເຊັບໄດ້ຂໍໃຫ້ສະມາຄົມສະຕີສົງເຄາະຊ່ວຍໃຫ້ຜູ້ຄົນກຽມພ້ອມຮັບພອນຂອງພຣະວິຫານ ແລະ ຊີວິດນິລັນດອນ. ເຂົາເຈົ້າຄວນຈະເປັນຕົວຢ່າງຂອງການຕິດຕາມພຣະເຢຊູ.
Saints, 1:451
ໂຈເຊັບຍັງໄດ້ກ່າວວ່າ ສະມາຄົມສະຕີສົງເຄາະຄວນຊອກຫາຄົນຜູ້ທີ່ຍາກຈົນ ແລະ ຊ່ວຍເຫລືອພວກເຂົາ. ແມ່ນແຕ່ພວກສະຕີທີ່ຍາກຈົນກໍຢາກຊ່ວຍເຫລືອຜູ້ຄົນທີ່ຂັດສົນ.
Saints, 1:449
ສະມາຄົມສະຕີສົງເຄາະໄດ້ຮັບການຈັດຕັ້ງ. ເອມມາ ສະມິດ ໄດ້ຖືກເອີ້ນໃຫ້ເປັນປະທານ. ນາງໄດ້ເອີ້ນທີ່ປືກສາສອງຄົນຄື, ຊາຣາ ຄລີວະແລນ ແລະ ແອນ ວິດນີ. ນາງຍັງໄດ້ເອີ້ນ ອີລາຍຊາ ອາ ສະໂນ, ໃຫ້ເປັນເລຂານຸການນຳອີກ.
Saints, 1:450
ພຣະຜູ້ເປັນເຈົ້າໄດ້ຊ່ວຍເອມມາໃຫ້ບັນລຸການເອີ້ນຂອງນາງ. ເອມມາໄດ້ສິດສອນພວກສະຕີວ່າ ພວກນາງສາມາດເຮັດສິ່ງອັນຍິ່ງໃຫຍ່ໃນການຮັບໃຊ້ພຣະຜູ້ເປັນເຈົ້າ. ນາງຢາກໃຫ້ເຂົາເຈົ້າແຕ່ລະຄົນຊອກຫາວິທີທີ່ຈະເຮັດຄວາມດີ. ນາງໄດ້ບອກກັບເຂົາເຈົ້າວ່າ, ສິ່ງສຳຄັນທີ່ສຸດຄື, ໃຫ້ຮັກຄົນອື່ນໃນວິທີທີ່ພຣະເຢຊູໄດ້ເຮັດ. ສະຕີຫລາຍຄົນໃນເມືອງນາວູໄດ້ເຂົ້າຮ່ວມສະມາຄົມສະຕີສົງເຄາະ.
ຄຳສອນ ແລະ ພັນທະສັນຍາ 25:3, 7; Saints, 1:451
ພວກນາງໄດ້ຊ່ວຍເຫລືອຜູ້ຄົນໃນການກຽມພ້ອມສຳລັບພອນຂອງພຣະວິຫານ ແລະ ຊ່ວຍເຫລືອຫລາຍຄອບຄົວຜູ້ທີ່ຂັດສົນໃນເມືອງນາວູ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ສະຕີໃນທົ່ວໂລກໄດ້ເຂົ້າຮ່ວມສະມາຄົມສະຕີສົງເຄາະ. ພວກນາງສືບຕໍ່ຮັບໃຊ້ຜູ້ຄົນ ແລະ ຊ່ວຍເຫລືອເຂົາເຈົ້າໃຫ້ຮັບເອົາພອນພຣະວິຫານ.
Saints, 1:451