ເລື່ອງ​ພຣະ​ຄຳ​ພີ
ໂຈ​ເຊັບ ແລະ ຊິດ​ນີ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ຫວັນ


“ໂຈ​ເຊັບ ແລະ ຊິດ​ນີ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ຫວັນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ໂຈ​ເຊັບ ແລະ ຊິດ​ນີ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ຫວັນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ກຸມ​ພາ 1832

ໂຈ​ເຊັບ ແລະ ຊິດ​ນີ​ຮຽນ​ຮູ້​ກ່ຽວ​ກັບ​ສະ​ຫວັນ

ພາບ​ນິ​ມິດ​ກ່ຽວ​ກັບ​ພອນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ

ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ກຳ​ລັງ​ອ່ານ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ.

ມື້​ໜຶ່ງ,ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ກຳ​ລັງ​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ພວກ​ເພິ່ນ​ໄດ້​ອ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ຫລັງ​ຈາກ​ທີ່​ພວກ​ເຂົາ​ຕາຍ​ໄປ​ແລ້ວ. ໂຈ​ເຊັບ ແລະ ຊິດ​ນີ​ໄດ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເພິ່ນ​ອ່ານ, ແລະ ພວກ​ເພິ່ນ​ຕ້ອງ​ການ​ຮຽນ​ຮູ້​ເພີ່ມ​ເຕີມ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:11–18

ໂຈ​ເຊັບ ແລະ ຊິດ​ນີ​ກຳ​ລັງ​ເຫັນ​ພາບ​ນິ​ມິດ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຖືກ​ອ້ອມ​ຮອບ​ດ້ວຍ​ເຫລົ່າ​ທູດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ພາບ​ນິ​ມິດ​ທີ່​ໜ້າ​ອັດ​ສະ​ຈັນ​ໃຫ້​ແກ່​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ອ້ອມ​ຮອບ​ດ້ວຍ​ເຫລົ່າ​ທູດ. ພວກ​ເພິ່ນ​ໄດ້​ຍິນ​ສຽງ​ກ່າວ​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ສຽງ​ນັ້ນ​ກ່າວ​ວ່າ​ພຣະ​ເຢ​ຊູ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ ແລະ ແລ້ວ​ໄດ້​ຟື້ນ​ຄືນ​ພຣະ​ຊົນ—ພຣະ​ອົງ​ໄດ້​ກັບ​ຄືນ​ມາ​ມີ​ຊີ​ວິດ​ອີກ. ເນື່ອງ​ຈາກ​ພຣະ​ອົງ​ໄດ້​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ​ເຊັ່ນ​ກັນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:19–24, 39–43

ໂຈ​ເຊັບ ແລະ ຊິດ​ນີ​ກຳ​ລັງ​ເຫັນ​ພາບ​ນິ​ມິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ຕ່ຳ.

ໂຈ​ເຊັບ ແລະ ຊິດ​ນີ​ໄດ້​ຮຽນ​ຮູ້​ວ່າ ຫລັງ​ຈາກ​ເຮົາ​ຟື້ນ​ຄືນ​ຊີ​ວິດ​ແລ້ວ, ເຮົາ​ຈະ​ອາ​ໄສ​ຢູ່​ໃນ​ໜຶ່ງ​ໃນ​ສາມ​ສະ​ຖານ​ທີ່​ໃນ​ສະ​ຫວັນ, ຊຶ່ງ​ເອີ້ນ​ວ່າ ອາ​ນາ​ຈັກ. ຜູ້​ຄົນ​ທີ່​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຈະ​ໄປ​ສູ່​ອາ​ນາ​ຈັກ​ຊັ້ນ​ຕ່ຳ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ອາ​ນາ​ຈັກ​ນີ້​ໃສ່​ກັບ​ແສງ​ຂອງ​ດວງ​ດາວ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:81–86

ໂຈ​ເຊັບ ແລະ ຊິດ​ນີ​ກຳ​ລັງ​ເຫັນ​ພາບ​ນິ​ມິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ກາງ.

ໂຈ​ເຊັບ ແລະ ຊິດ​ນີ​ກໍ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ອາ​ນາ​ຈັກ​ໜຶ່ງ​ອີກ ຊຶ່ງ​ເອີ້ນ​ວ່າ ອາ​ນາ​ຈັກ​ຊັ້ນ​ກາງ. ອາ​ນາ​ຈັກ​ນີ້​ແມ່ນ​ສຳ​ລັບ​ຜູ້​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ທີ່​ດີ ແຕ່​ບໍ່​ເຊື່ອ​ຟັງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຂົາ​ບໍ່​ມີ​ສັດ​ທາ​ທີ່​ເຂັ້ມ​ແຂງ​ໃນ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ອາ​ນາ​ຈັກ​ນີ້​ໃສ່​ກັບ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ເດືອນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:71–80

ໂຈ​ເຊັບ ແລະ ຊິດ​ນີ​ກຳ​ລັງ​ເຫັນ​ພາບ​ນິ​ມິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ສູງ.

ອາ​ນາ​ຈັກ​ສູງ​ສຸດ​ແມ່ນ​ອາ​ນາ​ຈັກ​ຊັ້ນ​ສູງ. ຜູ້​ຄົນ​ໃນ​ອາ​ນາ​ຈັກ​ນີ້​ໄດ້​ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ, ກັບ​ພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ກັບ​ໃຈ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຂົາ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຕະ​ຫລອດ​ໄປ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ອາ​ນາ​ຈັກ​ນີ້​ໃສ່​ກັບ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70

ຊິດ​ນີ​ກຳ​ລັງ​ຂຽນ​ກ່ຽວ​ກັບ​ພາບ​ນິ​ມິດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ ແລະ ຊິດ​ນີ​ບໍ່​ໃຫ້​ແບ່ງ​ປັນ​ທຸກ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ເຫັນ​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ພວກ​ເພິ່ນ. ແຕ່​ພຣະ​ອົງ​ຢາກ​ໃຫ້​ພວກ​ເພິ່ນ​ຂຽນ​ກ່ຽວ​ກັບ​ບາງ​ສິ່ງ ແລະ ແບ່ງ​ປັນ​ມັນ​ກັບ​ຄົນ​ອື່ນ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ຈະ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ພາບ​ນິ​ມິດ​ນັ້ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:113–119; Saints, 1:149–50

ຜູ້​ຄົນ​ກຳ​ລັງ​ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ພາບ​ນິ​ມິດ.

ບາງ​ຄົນ​ບໍ່​ມັກ​ພາບ​ນິ​ມິດ​ນັ້ນ. ມັນ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພວກ​ເຂົາ​ເຊື່ອ. ແຕ່​ໄພ່​ພົນ​ສ່ວນ​ໃຫຍ່​ຮູ້​ສຶກ​ຂອບ​ຄຸນ​ທີ່​ໄດ້​ຮູ້​ກ່ຽວ​ກັບ​ການ​ເປີດ​ເຜີຍ​ນີ້. ມັນ​ໄດ້​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ລູກໆ​ຂອງ​ພຣະ​ອົງ ແລະ ຈັດ​ກຽມ​ທາງ​ໄວ້​ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

Saints, 1:149–50