“ໂຈເຊັບ ແລະ ຊິດນີຖືກທຳຮ້າຍ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ໂຈເຊັບ ແລະ ຊິດນີຖືກທຳຮ້າຍ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນກຸມພາ 1832
ໂຈເຊັບ ແລະ ຊິດນີຖືກທຳຮ້າຍ
ຜູ້ຄົນທີ່ຄຽດແຄ້ນພະຍາຍາມຢຸດຢັ້ງວຽກງານຂອງສາດສະດາຂອງພຣະເຈົ້າ
ບາງຄົນມັກສິ່ງທີ່ໂຈເຊັບ ສະມິດ ສິດສອນກ່ຽວກັບພຣະບິດາເທິງສະຫວັນ, ພຣະເຢຊູຄຣິດ, ແລະ ສະຫວັນ. ແຕ່ຄົນອື່ນໆບໍ່ມັກສິ່ງທີ່ພວກເພິ່ນສິດສອນ. ສອງສາມຄົນໃນພວກເຂົາຄຽດແຄ້ນ ແລະ ຕ້ອງການຢຸດຢັ້ງໂຈເຊັບບໍ່ໃຫ້ສິດສອນ.
ຄຳສອນ ແລະ ພັນທະສັນຍາ 76; Saints, 1:149–50
ຄືນໜຶ່ງ, ໂຈເຊັບໄດ້ນອນເດິກເພື່ອຊ່ວຍເອມມາດູແລລູກນ້ອຍຝາແຝດທີ່ພວກເພິ່ນໄດ້ຮັບມາລ້ຽງ. ລູກນ້ອຍໄດ້ປ່ວຍໜັກ.
Saints, 1:150
ເອມມາໄດ້ຮັບເອົາລູກນ້ອຍ ແລະ ບອກໃຫ້ໂຈເຊັບພັກຜ່ອນ. ເພິ່ນຕ້ອງໄດ້ເທດສະໜາໃນຕອນເຊົ້າ. ໃນທີ່ສຸດ, ທັງໂຈເຊັບ ແລະ ເອມມາກໍເຊືອບຫລັບໄປ.
Saints, 1:150
ທັນໃດນັ້ນ, ປະຕູກໍເປີດ, ແລະ ກຸ່ມຜູ້ຊາຍທີ່ຄຽດແຄ້ນໄດ້ແລ່ນເຂົ້າໄປໃນຫ້ອງ. ເອມມາໄດ້ຮ້ອງຂຶ້ນ ຂະນະທີ່ພວກຜູ້ຊາຍຈັບແຂນ, ຂາ, ແລະ ຜົມຂອງໂຈເຊັບ. ພວກເຂົາໄດ້ລາກເພິ່ນອອກໄປນອກເຮືອນ.
Saints, 1:150–51
ໂຈເຊັບໄດ້ພະຍາຍາມດີ້ນໃຫ້ຫລຸດຈາກພວກຜູ້ຊາຍເຫລົ່ານັ້ນ, ແຕ່ພວກເຂົາໄດ້ຈັບເພິ່ນໄວ້ແໜ້ນ. ໂຈເຊັບເຫັນວ່າພວກຜູ້ຊາຍໄດ້ລາກຊິດນີ ຣິກດອນ ອອກມາຈາກເຮືອນຂອງລາວເຊັ່ນກັນ.
Saints, 1:151
ພວກຜູ້ຊາຍໄດ້ສີກເສື້ອຜ້າຂອງໂຈເຊັບ ແລະ ເທຢາງປູທາງທີ່ຮ້ອນ ແລະ ໜຽວລົງໃສ່ຜິວໜັງ ແລະ ຜົມຂອງເພິ່ນ. ແລ້ວພວກເຂົາໄດ້ເອົາຂົນນົກມາທາໃສ່ ແລະ ແລ່ນໜີໄປ.
Saints, 1:152
ຫລັງຈາກພວກຜູ້ຊາຍໄດ້ໜີໄປແລ້ວ, ໂຈເຊັບໄດ້ລົ້ມລຸກຄຸກຄານກັບບ້ານ. ເອມມາຢ້ານກົວຫລາຍເມື່ອໄດ້ເຫັນໂຈເຊັບ. ໝູ່ເພື່ອນຜູ້ຢູ່ໃກ້ໄດ້ຍິນເລື່ອງລາວທີ່ເກີດຂຶ້ນ ກໍໄດ້ຟ້າວມາຊ່ວຍເຫລືອ. ເອມມາໄດ້ຂູດຢາງປູທາງອອກຈາກຜິວໜັງຂອງໂຈເຊັບ. ຕະຫລອດທັງຄືນນັ້ນ, ເອມມາ ແລະ ໝູ່ເພື່ອນຂອງລາວໄດ້ຊ່ວຍດູແລໂຈເຊັບ ແລະ ຊິດນີ.
ຄຳສອນ ແລະ ພັນທະສັນຍາ 25:5; Saints, 1:153
ມື້ຕໍ່ມາ, ໂຈເຊັບຍັງເຈັບປວດຫລາຍ. ແຕ່ໄດ້ແຕ່ງຕົວ ແລະ ສິດສອນກຸ່ມຜູ້ຄົນກ່ຽວກັບພຣະເຢຊູຄຣິດ. ພວກຜູ້ຊາຍບາງຄົນທີ່ໄດ້ທຳຮ້າຍເພິ່ນໄດ້ມາຟັງເພິ່ນສິດສອນ. ຕໍ່ມາໃນມື້ນັ້ນ, ໂຈເຊັບໄດ້ໃຫ້ບັບຕິສະມາແກ່ສາມຄົນ. ເພິ່ນຍັງຄົງເຮັດວຽກງານຂອງພຣະຜູ້ເປັນເຈົ້າ, ເຖິງແມ່ນມີຜູ້ຄົນພະຍາຍາມຢຸດຢັ້ງເພິ່ນກໍຕາມ.
ຄຳສອນ ແລະ ພັນທະສັນຍາ 24:8; Saints, 1:153