ເລື່ອງ​ພຣະ​ຄຳ​ພີ
ໄຮ​ຣຳ ເພຈ໌ ແລະ ການ​ເປີດ​ເຜີຍ


“ໄຮ​ຣຳ ເພຈ໌ ແລະ ການ​ເປີດ​ເຜີຍ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ໄຮ​ຣຳ ເພຈ໌ ແລະ ການ​ເປີດ​ເຜີຍ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ກັນ​ຍາ 1830

ໄຮ​ຣຳ ເພຈ໌ ແລະ ການ​ເປີດ​ເຜີຍ

ໄພ່​ພົນ​ຮຽນ​ຮູ້​ວ່າ ພຣະ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ

ໄຮ​ຣຳ ເພຈ໌ ກຳ​ລັງ​ແບ່ງ​ປັນ​ຂ່າວ​ສານ​ຂອງ​ເພິ່ນ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ໄຮ​ຣຳ ເພຈ໌ ເປັນ​ເພື່ອນ​ຂອງ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ. ເພິ່ນ​ຍັງ​ເປັນ​ພະ​ຍານ​ຄົນ​ໜຶ່ງ​ໃນ​ຈຳ​ນວນ​ພະ​ຍານ​ແປດ​ຄົນ ເຖິງ​ແຜ່ນ​ຈາ​ລຶກ​ຄຳ​ນຳ​ອີກ. ໄຮ​ຣຳ​ໄດ້​ມີ​ຫີນ​ກ້ອນ​ໜຶ່ງ, ແລະ ເພິ່ນ​ເຊື່ອ​ວ່າ ພຣະ​ເຈົ້າ​ກຳ​ລັງ​ໃຊ້​ມັນ​ເພື່ອ​ໃຫ້​ຂ່າວ​ສານ​ແກ່​ເພິ່ນ, ຫລື ໃຫ້​ການ​ເປີດ​ເຜີຍ, ສຳ​ລັບ​ສາດ​ສະ​ໜາ​ຈັກ. ອໍ​ລີ​ເວີ ແລະ ໄພ່​ພົນ​ຄົນ​ອື່ນໆ​ໄດ້​ເຊື່ອ​ວ່າ ການ​ເປີດ​ເຜີຍ​ຂອງ​ໄຮ​ຣຳ​ໄດ້​ມາ​ຈາກ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28, ຫົວ​ຂໍ້​ພາກ; Saints, 1:97

ໂຈ​ເຊັບ ສະ​ມິດ ແລະ ຄົນ​ອື່ນໆ ກຳ​ລັງ​ຟັງ​ຄຳ​ສິດ​ສອນ​ຂອງ​ໄຮ​ຣຳ.

ການ​ເປີດ​ເຜີຍ​ຂອງ​ໄຮ​ຣຳ​ຟັງ​ຄື​ວ່າ​ເປັນ​ເໝືອນ​ພຣະ​ຄຳ​ພີ. ແຕ່​ມັນ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ. ມັນ​ຍັງ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ສາດ​ສະ​ດາ​ໂຈ​ເຊັບ​ນຳ​ອີກ. ໂຈ​ເຊັບ​ບໍ່​ແນ່​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ.

Saints, 1:97

ໂຈ​ເຊັບ​ກຳ​ລັງ​ອະ​ທິ​ຖານ​ເພື່ອ​ການ​ຊີ້​ນຳ.

ໂຈ​ເຊັບ​ບໍ່​ໄດ້​ນອນ​ເກືອບ​ທັງ​ຄືນ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ເພິ່ນ​ກັງ​ວົນ​ຢ້ານ​ວ່າ​ຈະ​ເຮັດ​ສິ່ງ​ທີ່​ຜິດ ແລະ ເຮັດ​ໃຫ້​ໝູ່​ເພື່ອນ​ຂອງ​ເພິ່ນ​ເສຍ​ໃຈ.

Saints, 1:97

ໂຈ​ເຊັບ​ກຳ​ລັງ​ຄິດ​ໄຕ່​ຕອງ​ຢູ່​ເທິງ​ຕຽງ.

ໂຈ​ເຊັບ​ຢາກ​ໃຫ້​ຜູ້​ຄົນ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ. ແຕ່​ມັນ​ຈະ​ເປັນ​ເລື່ອງ​ທີ່​ສັບ​ສົນ​ຖ້າ​ຫາກ​ວ່າ​ທຸກ​ຄົນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຕະ​ຫລອດ​ທັງ​ສາດ​ສະ​ໜາ​ຈັກ.

Saints, 1:97

ໂຈ​ເຊັບ​ກຳ​ລັງ​ແບ່ງ​ປັນ​ການ​ເປີດ​ເຜີຍ​ກັບ​ອໍ​ລີ​ເວີ ຄາວ​ເດີ​ຣີ.

ໃນ​ທີ່​ສຸດ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ມອບ​ການ​ເປີດ​ເຜີຍ​ໃຫ້​ແກ່​ໂຈ​ເຊັບ ເພື່ອ​ແບ່ງ​ປັນ​ກັບ​ອໍ​ລີ​ເວີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຽງ​ແຕ່​ສາດ​ສະ​ດາ​ເທົ່າ​ນັ້ນ​ທີ່​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ​ສຳ​ລັບ​ຕະ​ຫລອດ​ທັງ​ສາດ​ສະ​ໜາ​ຈັກ. ພຣະ​ອົງ​ໄດ້​ກ່າວ​ວ່າ ອໍ​ລີ​ເວີ​ຄວນ​ສິດ​ສອນ​ສິ່ງ​ນີ້​ໃຫ້​ແກ່​ໄຮ​ຣຳ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2, 6–13

ອໍ​ລີ​ເວີ​ກຳ​ລັງ​ແບ່ງ​ປັນ​ການ​ເປີດ​ເຜີຍ​ກັບ​ໄຮ​ຣຳ ເພຈ໌.

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ໄຮ​ຣຳ​ເຂົ້າ​ໃຈ​ວ່າ ເພິ່ນ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເພິ່ນ​ເອງ. ແຕ່​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຈະ​ມາ​ສູ່​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໄຮ​ຣຳ​ໄດ້​ຮັບ​ຟັງ​ອໍ​ລີ​ເວີ ແລະ ໄດ້​ກັບ​ໃຈ. ບັດ​ນີ້​ໄພ່​ພົນ​ໄດ້​ເຂົ້າ​ໃຈ​ດີ​ຂຶ້ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ.

Saints, 1:98