ເລື່ອງ​ພຣະ​ຄຳ​ພີ
ແຊມ​ໂຍ ສະ​ມິດ ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ


“ແຊມ​ໂຍ ສະ​ມິດ ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ແຊມ​ໂຍ ສະ​ມິດ ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

1830–1832

ແຊມ​ໂຍ ສະ​ມິດ ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ

ໜັງ​ສື​ເຫລັ້ມ​ໜຶ່ງ​ເປັນ​ພອນ​ໃຫ້​ແກ່​ຫລາຍ​ຊີ​ວິດ

ແຊມ​ໂຍ ສະ​ມິດ ກຳ​ລັງ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ຈອນ ແລະ ໂຣ​ດາ ກະ​ຣີນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ແຊມ​ໂຍ ສະ​ມິດ, ນ້ອງ​ຊາຍ​ຂອງ​ໂຈ​ເຊັບ, ໃຫ້​ໄປ​ເຜີຍ​ແຜ່ ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ແຊມ​ໂຍ​ໄດ້​ພົບ​ຈອນ ແລະ ໂຣ​ດາ ກະ​ຣີນ ແລະ ໄດ້​ບອກ​ພວກ​ເພິ່ນ​ກ່ຽວ​ກັບ ພຣະ​ຄຳ​ພີ​ມໍ​ມອນ. ຈອນ​ໄດ້​ເປັນ​ນັກ​ເທດ​ໃນ​ໂບດ​ອື່ນ. ເພິ່ນ​ໄດ້​ເວົ້າ​ວ່າ ເພິ່ນ​ຈະ​ຮັບ​ເອົາ​ໜັງ​ສື​ນັ້ນ ແລະ ເບີ່ງ​ຖ້າ​ຫາກ​ວ່າ​ຈະ​ມີ​ໃຜ​ບໍ​ໃນ​ໂບດ​ຂອງ​ເພິ່ນ​ທີ່​ຢາກ​ຈະ​ອ່ານ​ມັນ.

Saints, 1:99

ໂຣ​ດາ​ກຳ​ລັງ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ​ຄືນ​ໃຫ້​ແຊມ​ໂຍ.

ຫລັງ​ຈາກ​ສອງ​ສາມ​ເດືອນ, ແຊມ​ໂຍ​ໄດ້​ກັບ​ຄືນ​ມາ. ໂຣ​ດາ​ໄດ້​ເວົ້າ​ວ່າ​ສາ​ມີ​ຂອງ​ນາງ​ບໍ່​ໄດ້​ພົບ​ເຫັນ​ຜູ້​ໃດ​ທີ່​ຢາກ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ນາງ​ໄດ້​ເອົາ​ມັນ​ຄືນ​ໃຫ້​ແຊມ​ໂຍ.

Saints, 1:99

ໂຣ​ດາ​ກຳ​ລັງ​ບອກ​ແຊມ​ໂຍ​ວ່າ​ນາງ​ມັກ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ.

ແຊມ​ໂຍ​ເສົ້າ​ໃຈ. ລາວ​ໄດ້​ຫັນ​ໜ້າ​ຈະ​ໜີ​ໄປ, ແຕ່​ໂຣ​ດາ​ໄດ້​ຢຸດ​ລາວ​ໄວ້. ນາງ​ໄດ້​ເວົ້າ​ວ່າ ນາງ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ແລະ ວ່າ​ນາງ​ກໍ​ມັກ​ອ່ານ​ມັນ.

Saints, 1:99

ແຊມ​ໂຍ​ກຳ​ລັງ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ​ຄືນ​ໃຫ້​ໂຣ​ດາ ແລະ ເຊື້ອ​ເຊີນ​ນາງ​ໃຫ້​ທູນ​ຂໍ​ປະ​ຈັກ​ພະ​ຍານ​ຈາກ​ພຣະ​ເຈົ້າ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບອກ​ໃຫ້​ແຊມ​ໂຍ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ​ຄືນ​ໃຫ້​ໂຣ​ດາ. “ຈົ່ງ​ທູນ​ຂໍ​ປະ​ຈັກ​ພະ​ຍານ​ຈາກ​ພຣະ​ເຈົ້າ,” ແຊມ​ໂຍ​ໄດ້​ບອກ​ນາງ. ລາວ​ໄດ້​ສິດ​ສອນ​ໂຣ​ດາ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ວິ​ທີ​ທີ່​ນາງ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ.

ໂມ​ໂຣ​ໄນ 10:3–5; Saints, 1:99–100

ແຊມ​ໂຍ​ກຳ​ລັງ​ກັບ​ບ້ານ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ.

ແຊມ​ໂຍ​ໄດ້​ກັບ​ບ້ານ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ. ລາວ​ບໍ່​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ໃຜ​ຈັກ​ຄົນ, ແລະ ມີ​ພຽງ​ແຕ່​ສອງ​ສາມ​ຄົນ​ທີ່​ໄດ້​ສົນ​ໃຈ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ.

ໂຣ​ດາ​ກຳ​ລັງ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ບຣິ​ກຳ ຢັງ, ນ້ອງ​ຊາຍ​ຂອງ​ນາງ.

ໂຣ​ດາ ແລະ ຈອນ​ໄດ້​ອະ​ທິ​ຖານ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບອກ​ພວກ​ເພິ່ນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ. ແລ້ວ​ໂຣ​ດາ​ກໍ​ໄດ້​ແບ່ງ​ປັນ​ໜັງ​ສື​ເຫລັ້ນ​ນັ້ນ​ກັບ​ບຣິ​ກຳ ຢັງ, ນ້ອງ​ຊາຍ​ຂອງ​ນາງ.

Saints, 1:100

ບຣິ​ກຳ ຢັງ ແລະ ຮີ​ເບີ ຄິມ​ໂບ ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ.

ບຣິ​ກຳ ແລະ ຮີ​ເບີ ຄິມ​ໂບ, ເພື່ອນ​ຂອງ​ເພິ່ນ, ໄດ້​ຊອກ​ຫາ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ. ພວກ​ເພິ່ນ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ພວກ​ເພິ່ນ​ໄດ້​ສຶກ​ສາ ແລະ ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເກືອບ​ສອງ​ປີ.

ບຣິ​ກຳ​ກຳ​ລັງ​ຮັບ​ຟັງ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ລາວ.

ໃນ​ເວ​ລາ​ນີ້, ບຣິ​ກຳ ແລະ ຮີ​ເບີ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ກັບ​ຄອບ​ຄົວ​ຂອງ​ພວກ​ເພິ່ນ. ໃນ​ກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ນັ້ນ, ບຣິ​ກຳ​ໄດ້​ຍິນ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ລາວ. ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນັ້ນ​ບໍ່​ໄດ້​ເປັນ​ຄົນ​ທີ່​ເວົ້າ​ເກັ່ງ, ແຕ່​ບຣິ​ກຳ​ໄດ້​ຮູ້​ສຶກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຂະ​ນະ​ທີ່​ລາວ​ກ່າວ. ບຣິ​ກຳ​ຮູ້​ວ່າ​ລາວ​ເວົ້າ​ຄວາມ​ຈິງ.

ບຣິ​ກຳ ແລະ ຮີ​ເບີ​ກຳ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ບຣິ​ກຳ, ຮີ​ເບີ, ແລະ ມິ​ຣີ​ອາມ ແລະ ວະ​ເລດ, ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ, ໄດ້​ຮັບ​ບັບ​ຕິ​ສະ​ມາ. ພວກ​ນາງ​ຮັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຫລາຍ​ປີ​ຕໍ່​ມາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ບຣິ​ກຳ ແລະ ຮີ​ເບີ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໃຫ້​ຮັບ​ໃຊ້​ເຜີຍ​ແຜ່. ເປັນ​ເພາະ​ແຊມ​ໂຍ​ໄດ້​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ, ຫລາຍ​ຄົນ​ຈຶ່ງ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:27–29; 126; Saints, 1:215–16