ເລື່ອງ​ພຣະ​ຄຳ​ພີ
ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ


“ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ເມ​ສາ 1830

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ

ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄວາມ​ສຸກ

ໂຈ​ເຊັບ ສະ​ມິດ ຕ້ອນ​ຮັບ​ຜູ້​ຄົນ​ສູ່​ບ້ານ​ວິດ​ເມີ ສຳ​ລັບ​ການ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ.

ບັດ​ນີ້​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຈັດ​ພິມ​ແລ້ວ, ແລະ ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ມີ​ຢູ່​ເທິງ​ໂລກ​ນີ້​ອີກ​ຄັ້ງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ວ່າ​ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

Saints, 1:84

ຜູ້​ຄົນ​ຍົກ​ມື​ສະ​ໜັບ​ສະ​ໜູນ​ໂຈ​ເຊັບ ແລະ ອໍ​ລີ​ເວີ ໃນ​ຖາ​ນະ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830, ມີ​ຊາຍ ແລະ ຍິງ​ປະ​ມານ 40 ຄົນ​ໄດ້​ມາ​ບ້ານ​ຂອງ​ຄອບ​ຄົວ​ວິດ​ເມີ ເພື່ອ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ໂຈ​ເຊັບ ແລະ ອໍ​ລີ​ເວີ​ໃຫ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ຍົກ​ມື​ຂຶ້ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ​ໃນ​ຖາ​ນະ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:1–3; Saints, 1:84

ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ​ດີ​ໃຈ​ທີ່​ໄດ້​ຮັບ​ສິນ​ລະ​ລຶກ.

ຕໍ່​ມາ, ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ໃຫ້​ພອນ​ສິນ​ລະ​ລຶກ. ພວກ​ເພິ່ນ​ໄດ້​ມອບ​ສິນ​ລະ​ລຶກ​ໃຫ້​ເຂົາ​ເຈົ້າ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ​ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ວາງ​ມື​ເທິງ​ຫົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ. ພວກ​ເພິ່ນ​ໄດ້​ຢືນ​ຢັນ​ເຂົາ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ເຂົາ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:75–79; Saints, 1:85

ໂຈ​ເຊັບ​ກຳ​ລັງ​ສິດ​ສອນ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ຂ່າວ​ສານ​ໃຫ້​ແກ່​ໂຈ​ເຊັບ ສຳ​ລັບ​ສາດ​ສະ​ໜາ​ຈັກ​ໃໝ່. ພຣະ​ອົງ​ໄດ້​ບອກ​ໃຫ້​ພວກ​ເພິ່ນ​ຂຽນ​ລົງ​ໄວ້​ວ່າ​ມີ​ຫຍັງ​ແດ່​ທີ່​ເກີດ​ຂຶ້ນ​ກັບ​ສາດ​ສະ​ໜາ​ຈັກ. ພຣະ​ອົງ​ໄດ້​ກ່າວ​ວ່າ ໂຈ​ເຊັບ ສະ​ມິດ ຄື​ສາດ​ສະ​ດາ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ວ່າ​ຖ້າ​ເຂົາ​ເຈົ້າ​ເຮັດ​ຕາມ​ພຣະ​ບັນ​ຍັດ​ທີ່​ພຣະ​ອົງ​ມອບ​ໃຫ້​ແກ່​ໂຈ​ເຊັບ, ພຣະ​ອົງ​ຈະ​ໃຫ້​ພອນ​ແກ່​ເຂົາ​ເຈົ້າ. ມານ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ​ເຂົາ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:1–6; Saints, 1:85

ໂຈ​ເຊັບ ສະ​ມິດ ແລະ ພໍ່​ຂອງ​ເພິ່ນ​ກຳ​ລັງ​ກອດ​ກັນ.

ຜູ້​ຄົນ​ດີ​ໃຈ​ຫລາຍ​ທີ່​ມີ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ! ຫລັງ​ຈາກ​ການ​ປະ​ຊຸມ​ແລ້ວ, ຫລາຍ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຕື່ມ​ອີກ, ລວມ​ທັງ​ແມ່ ແລະ ພໍ່​ຂອງ​ໂຈ​ເຊັບ. ເມື່ອ​ພໍ່​ຂອງ​ເພິ່ນ​ຂຶ້ນ​ມາ​ຈາກ​ນ້ຳ, ໂຈ​ເຊັບ​ໄດ້​ກອດ​ພໍ່​ຂອງ​ເພິ່ນ​ຢ່າງ​ແຮງ. “ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ຢູ່​ເພື່ອ​ເຫັນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ!” ເພິ່ນ​ໄດ້​ກ່າວ.

Saints, 1:86

ໂຈ​ເຊັບ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ທີ່​ໄດ້​ຊ່ວຍ​ໃນ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ.

ຕໍ່​ມາ​ໃນ​ຄືນ​ນັ້ນ, ໂຈ​ເຊັບ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ຢູ່​ຄົນ​ດຽວ. ຫົວ​ໃຈ​ຂອງ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ. ມັນ​ເປັນ​ເວ​ລາ 10 ກວ່າ​ປີ​ທີ່​ເພິ່ນ​ໄດ້​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ຄັ້ງ​ທຳ​ອິດ. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ເກີດ​ຂຶ້ນ​ນັບ​ແຕ່​ນັ້ນ​ມາ. ໂຈ​ເຊັບ​ກະ​ຕັນ​ຍູ​ຫລາຍ​ທີ່​ເພິ່ນ​ສາ​ມາດ​ຊ່ວຍ​ຟື້ນ​ຟູ, ຫລື ນຳ​ເອົາ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ຄືນ​ມາ!

Saints, 1:86