“ການແຕ່ງເມຍຫລາຍຄົນ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ການແຕ່ງເມຍຫລາຍຄົນ,” ເລື່ອງຄຳສອນ ແລະ ພັນທະສັນຍາ
1831–1890
ການແຕ່ງເມຍຫລາຍຄົນ
ພຣະບັນຍັດສຳລັບຊ່ວງເວລາໜຶ່ງ
ຂະນະທີ່ສາດສະດາໂຈເຊັບກຳລັງສຶກສາພຣະຄຣິສຕະທຳຄຳພີ, ເພິ່ນໄດ້ອ່ານກ່ຽວກັບສາດສະດາເຊັ່ນ ອັບຣາຮາມ ແລະ ໂມເຊ ທີ່ໄດ້ແຕ່ງງານກັບເມຍຫລາຍກວ່າໜຶ່ງຄົນ. ໂຈເຊັບໄດ້ມີຄຳຖາມຫລາຍຢ່າງ. ສະນັ້ນເພິ່ນຈຶ່ງຕັດສິນໃຈອະທິຖານ ແລະ ທູນຖາມພຣະຜູ້ເປັນເຈົ້າ.
ຄຳສອນ ແລະ ພັນທະສັນຍາ 132:1; Saints, 1:121, 503
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຕາມປົກກະຕິແລ້ວຜູ້ຊາຍຄົນໜຶ່ງຄວນມີເມຍພຽງຄົນດຽວເທົ່ານັ້ນ. ແຕ່ບາງຄັ້ງພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ຜູ້ຊາຍມີເມຍຫລາຍກວ່າໜຶ່ງຄົນໄດ້. ສິ່ງນີ້ເອີ້ນວ່າ ການແຕ່ງເມຍຫລາຍຄົນ. ພຣະຜູ້ເປັນເຈົ້າໄດ້ບອກກັບໂຈເຊັບວ່າ ຜູ້ຄົນຂອງພຣະອົງຄວນມີການແຕ່ງເມຍຫລາຍຄົນ ພຽງແຕ່ເມື່ອພຣະອົງບັນຊາໃຫ້ເຮັດເທົ່ານັ້ນ.
ຢາໂຄບ 2:27–30; ຄຳສອນ ແລະ ພັນທະສັນຍາ 132:34–39; Saints, 1:121, 290–91, 489–90, 503
ຫລາຍປີຕໍ່ມາ, ພຣະຜູ້ເປັນເຈົ້າໄດ້ບອກໃຫ້ໂຈເຊັບ ແລະ ໄພ່ພົນບາງຄົນໃຫ້ມີການແຕ່ງເມຍຫລາຍຄົນ. ມັນບໍ່ໄດ້ເປັນເລື່ອງງ່າຍທີ່ຈະດຳລົງຊີວິດຕາມພຣະບັນຍັດຂໍ້ນີ້.
Saints, 1:290–91, 444–46
ລັດຖະບານໄດ້ຕັ້ງກົດໝາຍຕ້ານການແຕ່ງເມຍຫລາຍຄົນ. ໄພ່ພົນບາງຄົນ, ລວມທັງຜູ້ນຳຂອງສາດສະໜາຈັກ, ໄດ້ຖືກສົ່ງເຂົ້າຄຸກ.
Saints, 2:501–4
ໃນປີ 1890, ພຣະຜູ້ເປັນເຈົ້າໄດ້ບອກກັບວິວເຝີດ ວູດຣັບ ປະທານຂອງສາດສະໜາຈັກ, ວ່າຜູ້ຊາຍບໍ່ຄວນມີເມຍຫລາຍກວ່າໜຶ່ງຄົນອີກຕໍ່ໄປ. ຜູ້ນຳຂອງສາດສະໜາຈັກໄດ້ແບ່ງປັນພຣະບັນຍັດຂໍ້ນີ້ກັບໄພ່ພົນ. ນີ້ຍັງເປັນພຣະບັນຍັດຂອງພຣະຜູ້ເປັນເຈົ້າຢູ່ໃນທຸກວັນນີ້—ຜູ້ຊາຍຄົນໜຶ່ງຄວນມີເມຍພຽງຄົນດຽວ.
ຂໍ້ປະກາດຢ່າງເປັນທາງການ 1; Saints, 2:598–601, 607–9