“ເອລີຢາ ເອໂບ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ເອລີຢາ ເອໂບ,” ເລື່ອງຄຳສອນ ແລະ ພັນທະສັນຍາ
1838
ເອລີຢາ ເອໂບ
ພາລະກິດແຫ່ງສັດທາ ແລະ ຄວາມກ້າຫານ
ພຣະຜູ້ເປັນເຈົ້າໄດ້ເອີ້ນຊາຍຄົນໜຶ່ງຊື່ ເອລີຢາ ເອໂບ ໃຫ້ເປັນຜູ້ສອນສາດສະໜາ. ເອລີຢາໄດ້ສິດສອນນາງຢູນິສ ແລະ ຊາລ໌ ແຟຣງກລິນ ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ລາວໄດ້ສິດສອນເຂົາເຈົ້າກ່ຽວກັບພຣະຄຳພີມໍມອນ ແລະ ສາດສະດາໂຈເຊັບ ສະມິດ. ຢູນິສ ແລະ ຊາລ໌ເຊື່ອສິ່ງທີ່ລາວໄດ້ສິດສອນ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກ. ເອລີຢາໄດ້ໃຫ້ບັບຕິສະມາແກ່ເຂົາເຈົ້າ.
Saints, 1:316
ເອລີຢາໄດ້ອອກໄປແບ່ງປັນພຣະກິດຕິຄຸນຢູ່ໃນເມືອງອື່ນ. ຄືນໜຶ່ງ, ສອງສາມເດືອນຈາກນັ້ນ, ລາວໄດ້ຝັນກ່ຽວກັບເພື່ອນຂອງລາວ ຢູນິສ. ໃນຄວາມຝັນນັ້ນ, ຢູນິສບໍ່ແນ່ໃຈອີກແລ້ວວ່າ ພຣະຄຳພີມໍມອນເປັນຄວາມຈິງ ຫລື ວ່າໂຈຊັບ ສະມິດ ເປັນສາດສະດາທີ່ແທ້ຈິງ. ເມື່ອເອລີຢາຕື່ນຂຶ້ນ, ລາວໄດ້ກັບຄືນມາທັນທີເພື່ອໄປຫາຢູນິສ.
ຄຳສອນ ແລະ ພັນທະສັນຍາ 75:27; Saints, 1:315–16
ຢູນິສແປກໃຈທີ່ໄດ້ເຫັນເອລີຢາທີ່ໜ້າປະຕູເຮືອນຂອງນາງ! ຄວາມຝັນຂອງເອລີຢາເປັນຈິງ: ຢູນິສບໍ່ເຊື່ອໃນພຣະຄຳພີມໍມອນ ຫລື ໂຈເຊັບ ສະມິດ ອີກຕໍ່ໄປ.
Saints, 1:317
ເອລີຢາໄດ້ຂໍໃຫ້ຢູນິສມາຟັງລາວເທດສະໜາຢູ່ທີ່ໂຮງຮຽນ. ເມື່ອນາງໄດ້ຍິນຄຳເວົ້າຂອງເອລີຢາ, ນາງຮູ້ສຶກເຖິງພຣະວິນຍານບໍລິສຸດອີກຄັ້ງ. ນາງຮູ້ວ່າພຣະກິດຕິຄຸນເປັນຄວາມຈິງ!
Saints, 1:317
ເອລີຢາໄດ້ສັນຍາກັບຢູນິສວ່າ ລາວຈະກັບຄືນມາໃນສອງອາທິດເພື່ອເທດສະໜາອີກ. ແຕ່ຜູ້ຄົນບາງຈຳນວນໃນເມືອງນັ້ນບໍ່ຢາກໃຫ້ລາວກັບມາ. ຫລັງຈາກເອລີຢາຈາກໄປ, ພວກເຂົາໄດ້ບອກທຸກຄົນວ່າເອລີຢາໄດ້ຂ້າຄົນ. ພວກເຂົາໄດ້ສະເໜີລາງວັນໃຫ້ກັບຄົນໃດກໍຕາມທີ່ພົບເຫັນລາວ.
Saints, 1:318
ຢູນິສຮູ້ວ່າຜູ້ຄົນກຳລັງເວົ້າຕົວະກ່ຽວກັບເອລີຢາ. ລາວບໍ່ໄດ້ຂ້າໃຜ. ລາວເປັນຄົນດີ ແລະ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ນາງຮູ້ວ່າຄຳເວົ້າຕົວະຂອງພວກເຂົາຈະບໍ່ຢຸດຢັ້ງເອລີຢາໃຫ້ມາທີ່ເມືອງຂອງພວກເຂົາເພື່ອເທດສະໜາ. ຢູນິສໄດ້ບອກຜູ້ຄົນວ່າເອລີຢາຈະກັບຄືນມາ. “ພຣະເຈົ້າຈະປົກປ້ອງລາວ,” ນາງໄດ້ເວົ້າ.
Saints, 1:318
ເອລີຢາໄດ້ກັບຄືນໄປ. ລາວໄດ້ກັບໄປຫາໂຮງຮຽນດຽວກັນ ບ່ອນທີ່ລາວໄດ້ເທດສະໜາຄັ້ງກ່ອນ. ມັນເຕັມໄປດ້ວຍຜູ້ຄົນທີ່ຕ້ອງການຈັບລາວ. ເອລີຢາໄດ້ຢືນຢູ່ຕໍ່ໜ້າຝູງຊົນ. ລາວໄດ້ເວົ້າວ່າ ຖ້າພວກເຂົາຕ້ອງການທີ່ຈະຈັບລາວ, ພວກເຂົາຄວນເຮັດຕອນນີ້, ກ່ອນທີ່ລາວຈະເລີ່ມສິດສອນ. ຖ້າບໍ່ເປັນເຊັ່ນນັ້ນ, ພວກເຂົາກໍຄວນປ່ອຍໃຫ້ສິດສອນ.
Saints, 1:318
ບໍ່ມີໃຜເຄື່ອນຍ້າຍ. ເອລີຢາໄດ້ລໍຖ້າ, ແຕ່ຝູງຊົນກັບງຽບງັນ. ເອລີຢາໄດ້ຮ້ອງເພງສວດ, ໄດ້ກ່າວຄຳອະທິຖານ, ແລະ ໄດ້ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ອຳນາດຂອງພຣະເຈົ້າໄດ້ສະຖິດຢູ່ກັບລາວ. ຫລັງຈາກລາວໄດ້ສິດສອດແລ້ວ, ລາວໄດ້ເວົ້າກັບໝູ່ເພື່ອນຂອງລາວ ຢູນິສ ແລະ ຊາລ໌ ແລະ ໄດ້ດຳເນີນການເຜີຍແຜ່ຂອງລາວຕໍ່ໄປຢ່າງສະຫງົບ.
Saints, 1:319