“ອັກຄະສາວົກຮັບໃຊ້ເຜີຍແຜ່ທີ່ອັງກິດ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ອັກຄະສາວົກຮັບໃຊ້ເຜີຍແຜ່ທີ່ອັງກິດ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນກໍລະກົດ 1838–ເດືອນກໍລະກົດ 1841
ອັກຄະສາວົກຮັບໃຊ້ເຜີຍແຜ່ທີ່ອັງກິດ
ການໄວ້ວາງໃຈໃນຄຳສັນຍາຂອງພຣະຜູ້ເປັນເຈົ້າ
ໃນການເປີດເຜີຍຕໍ່ໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ເອີ້ນອັກຄະສາວົກໃຫ້ຂ້າມມະຫາສະໝຸດໄປເຜີຍແຜ່ທີ່ປະເທດອັງກິດ. ເຖິງແມ່ນວ່າມັນຈະເປັນເລື່ອງຍາກສຳລັບໂຈເຊັບ ໃນການທີ່ຈະຕ້ອງຢູ່ຫ່າງໄກຈາກອັກຄະສາວົກ, ເພິ່ນກໍຍັງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ມັນກໍຍັງເປັນເລື່ອງຍາກສຳລັບອັກຄະສາວົກທີ່ຈະຕ້ອງຈາກຄອບຄົວຂອງຂອງພວກເພິ່ນໄປ. ແຕ່ວ່າພຣະຜູ້ເປັນເຈົ້າໄດ້ສັນຍາວ່າຈະໃຫ້ພອນແກ່ພວກເພິ່ນ.
ຮີເບີ ຊີ ຄິມໂບ ແລະ ພັນລະຍາຂອງເພິ່ນ, ນາງວິເລດ, ມີລູກທີ່ຍັງນ້ອຍຢູ່. ລູກຜູ້ນ້ອຍຂອງພວກເພິ່ນມີອາຍຸພຽງແຕ່ໜຶ່ງເດືອນ. ສະມາຊິກໃນຄອບຄົວຂອງພວກເພິ່ນຫລາຍຄົນໄດ້ເຈັບປ່ວຍ.
Saints, 1:405
ບຣິກຳ ຢັງ ກໍເຈັບປ່ວຍເຊັ່ນກັນ, ແລະ ຄອບຄົວຂອງເພິ່ນກໍທຸກຍາກ. ແຕ່ພັນລະຍາຂອງບຣິກຳ, ນາງ ແມຣີ ແອນ, ໄດ້ບອກເພິ່ນວ່າ, “ຈົ່ງໄປ ແລະ ເຮັດວຽກງານເຜີຍແຜ່ຂອງອ້າຍໃຫ້ສຳເລັດ, ແລະ ພຣະຜູ້ເປັນເຈົ້າຈະໃຫ້ພອນແກ່ອ້າຍ.”
Saints, 1:404–5
ບຣິກຳ ຢັງ ເລີ່ມອອກໄປ, ແຕ່ເມື່ອເພິ່ນມາຮອດເຮືອນຂອງຮີເບີ, ເພິ່ນກໍອ່ອນເພຍຫລາຍຈົນວ່າເພິ່ນບໍ່ສາມາດຍ່າງໄດ້. ເພິ່ນໄດ້ພັກເຊົາຢູ່ກັບຄອບຄົວຂອງຮີເບີສອງສາມວັນ.
Saints, 1:405
ແມຣີ ແອນ ໄດ້ມາດູແລບຣິກຳຈົນວ່າເພິ່ນ ແລະ ຮີເບີດີຂຶ້ນພໍທີ່ຈະອອກເດີນທາງ. ພວກເພິ່ນທັງສອງອ່ອນເພຍຫລາຍ, ແຕ່ວ່າພວກເພິ່ນຍັງຢາກສັ່ງສອນພຣະກິດຕິຄຸນ.
Saints, 1:405
ຮີເບີ ແລະ ບຣິກຳໄດ້ສັ່ງລາພັນລະຍາຂອງພວກເພິ່ນ ແລະ ປີນຂຶ້ນທ້າຍກວຽນ. ພວກເພິ່ນຮູ້ສຶກບໍ່ດີໃນການຈາກຄອບຄົວທີ່ເຈັບປ່ວຍ ແລະ ທຸກຍາກຂອງພວກເພິ່ນ. ໃນຂະນະທີ່ກວຽນກຳລັງເຄື່ອນອອກໄປ, ຮີເບີໄດ້ເວົ້າກັບບຣິກຳວ່າ, “ນີ້ມັນຍາກແທ້ໆ.” ເພິ່ນຢາກຊ່ວຍໃຫ້ຄອບຄົວຂອງພວກເພິ່ນຮູ້ສຶກກ້າຫານ. ຮີເບີໄດ້ຂໍຄົນຂັບກວຽນໃຫ້ຢຸດ.
Saints, 1:405–6
ຈາກພາຍໃນເຮືອນ, ນາງວິເລດໄດ້ຍິນສຽງ. ນາງກໍເລີຍມາທີ່ປະຕູ, ບ່ອນທີ່ນາງແມຣີ ແອນ ກຳລັງຢືນຢູ່. ພວກນາງໄດ້ເຫັນຮີເບີ ແລະ ບຣິກຳພວມຢືນຢູ່ທ້າຍກວຽນ, ກຳລັງແກວ່ງໝວກໄປມາ ແລະ ຮ້ອງຂຶ້ນວ່າ, “ໄຊໂຢ! ໄຊໂຢ! ໄຊໂຢເພື່ອອິດສະຣາເອນ!” ພວກແມ່ຍິງໄດ້ຕອບກັບຄືນໄປວ່າ, “ລາກ່ອນ! ຂໍໃຫ້ພຣະເຈົ້າອວຍພອນ!”
Saints, 1:406
ຫລັງຈາກການເດີນທາງຂ້າມມະຫາສະໝຸດເປັນເວລາດົນນານ, ຮີເບີ ແລະ ບຣິກຳໄດ້ມາຮອດອັງກິດ. ພ້ອມດ້ວຍອັກຄະສາວົກຄົນອື່ນໆ, ພວກເພິ່ນໄດ້ສິດສອນຫລາຍຄົນກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ຫລາຍພັນຄົນໄດ້ຮັບບັບຕິສະມາ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ.
Saints, 1:408–11
ຜູ້ທີ່ໄດ້ຮັບບັບຕິສະມາໃນອັງກິດຫລາຍຄົນໄດ້ພາກັນຍ້າຍໄປທີ່ເມືອງນາວູ ເພື່ອຊ່ວຍໃນການສ້າງເມືອງ ແລະ ພຣະວິຫານ. ພຣະຜູ້ເປັນເຈົ້າໄດ້ຮັກສາຄຳສັນຍາຂອງພຣະອົງ ທີ່ຈະດູແລຄອບຄົວຂອງຮີເບີ ແລະ ບຣິກຳ ໃນຂະນະທີ່ພວກເພິ່ນກຳລັງຮັບໃຊ້ພຣະອົງໃນຖານະຜູ້ສອນສາດສະໜາ.
Saints, 1:437–39