“ຊິດນີ ແລະ ຟີບີ ຣິກດອນ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ຊິດນີ ແລະ ຟີບີ ຣິກດອນ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນຕຸລາ–ເດືອນພະຈິກ 1830
ຊິດນີ ແລະ ຟີບີ ຣິກດອນ
ການປ່ຽນແປງຊີວິດຂອງພວກເພິ່ນເພື່ອຮັບເອົາພຣະກິດຕິຄຸນ
ພາລີ ພະແຣັດ ແລະ ຄົນອື່ນໆກຳລັງໄປແບ່ງປັນພຣະກິດຕິຄຸນໃຫ້ກັບຊາວອິນເດຍແດງ. ລະຫວ່າງທາງ, ພາລີຢາກແວ່ຢາມຊິດນີ ຣິກດອນ ໝູ່ຂອງເພິ່ນ. ຊິດນີເປັນນັກເທດທີ່ເຄີຍສິດສອນພາລີກ່ຽວກັບພຣະເຢຊູຄຣິດໃນພຣະຄຣິສຕະທຳຄຳພີ. ບັດນີ້ພາລີຢາກສິດສອນຊິດນີກ່ຽວກັບພຣະເຢຊູໃນພຣະຄຳພີມໍມອນ.
ຄຳສອນ ແລະ ພັນທະສັນຍາ 32; Saints, 1:99
ພາລີໄດ້ບອກຊິດນີກ່ຽວກັບພຣະຄຳພີມໍມອນ ແລະ ເຊື້ອເຊີນເພິ່ນໃຫ້ອ່ານມັນ. ຊິດນີບໍ່ແນ່ໃຈ, ແຕ່ເພາະພາລີເປັນໝູ່, ເພິ່ນໄດ້ສັນຍາວ່າຈະອ່ານ.
Saints, 1:100
ເມື່ອຊິດນີອ່ານພຣະຄຳພີມໍມອນ, ເພິ່ນຮູ້ວ່າມັນມາຈາກພຣະເຈົ້າ. ເພິ່ນໄດ້ແບ່ງປັນຄວາມຮູ້ສຶກຂອງເພິ່ນກັບຟີບີ ພັນລະຍາຂອງເພິ່ນ.
Saints, 1:101
ແຕ່ຊິດນີບໍ່ແນ່ໃຈວ່າຈະເຮັດຫຍັງຕໍ່ໄປ. ຖ້າເພິ່ນຮັບບັບຕິສະມາ, ເພິ່ນຈະສູນເສຍວຽກງານຂອງເພິ່ນໃນຖານະນັກເທດໃນໂບດຂອງເພິ່ນ. ເພິ່ນຈະດູແລຟີບີກັບລູກຫົກຄົນຂອງພວກເພິ່ນໄດ້ແນວໃດ? ຜູ້ຄົນໃນໂບດຂອງເພິ່ນຈະຮູ້ສຶກແນວໃດ? ເພິ່ນໄດ້ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະບິດາເທິງສະຫວັນ, ແລະ ເພິ່ນຮູ້ສຶກສະຫງົບ.
Saints, 1:101; ຄຳສອນ ແລະ ພັນທະສັນຍາ 19:23
ຊິດນີໄດ້ຖາມຟີບີວ່ານາງເຕັມໃຈທີ່ຈະສະລະຊີວິດທີ່ສຸກສະບາຍຂອງນາງ ແລະ ເຂົ້າຮ່ວມກັບສາດສະໜາຈັກໃໝ່ກັບເພິ່ນຫລືບໍ່. “ມັນເປັນຄວາມປາດຖະໜາຂອງນ້ອງທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ,” ນາງໄດ້ເວົ້າ, “ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ.” ພວກເພິ່ນໄດ້ຕັດສິນໃຈຮັບບັບຕິສະມາ.
Saints, 1:101
ຕໍ່ມາ, ຊິດນີໄດ້ພົບກັບສາດສະດາໂຈເຊັບ ສະມິດ. ພຣະຜູ້ເປັນເຈົ້າໄດ້ມອບຂ່າວສານໃຫ້ຊິດນີຜ່ານທາງໂຈເຊັບ. ພຣະອົງໄດ້ກ່າວວ່າພຣະອົງໄດ້ເຫັນຄວາມດີທີ່ຊິດນີໄດ້ເຮັດ ແລະ ໄດ້ຍິນຄຳອະທິຖານຂອງເພິ່ນ. ພຣະຜູ້ເປັນເຈົ້າໄດ້ບອກຊິດນີວ່າ ພຣະອົງມີວຽກງານອັນຍິ່ງໃຫຍ່ໃຫ້ເພິ່ນເຮັດ. ຊິດນີຈະເຮັດສິ່ງທີ່ຍິ່ງໃຫຍ່.