ເລື່ອງ​ພຣະ​ຄຳ​ພີ
ການ​ແຕ່ງ​ງານ ແລະ ຄອບ​ຄົວ​ນິ​ລັນ​ດອນ


“ການ​ແຕ່ງ​ງານ ແລະ ຄອບ​ຄົວ​ນິ​ລັນ​ດອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ການ​ແຕ່ງ​ງານ ແລະ ຄອບ​ຄົວ​ນິ​ລັນ​ດອນ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

1843–1846

ການ​ແຕ່ງ​ງານ ແລະ ຄອບ​ຄົວ​ນິ​ລັນ​ດອນ

ຜະ​ນຶກ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ

ເອມ​ມາ ແລະ ໂຈ​ເຊັບ ສະ​ມິດ ກັບ​ລູກໆ​ຂອງ​ພວກ​ເພິ່ນ.

ເມື່ອ​ເອມ​ມາ ແລະ ໂຈ​ເຊັບ​ໄດ້​ແຕ່ງ​ງານ​ກັນ, ພວກ​ເພິ່ນ​ເຊື່ອ​ວ່າ​ການ​ແຕ່ງ​ງານ​ຂອງ​ພວກ​ເພິ່ນ​ຈະ​ສິ້ນ​ສຸດ​ລົງ​ເມື່ອ​ພວກ​ເພິ່ນ​ເສຍ​ຊີ​ວິດ​ໄປ. ການ​ແຕ່ງ​ງານ​ທຸກ​ຄັ້ງ​ໄດ້​ເປັນ​ມາ​ແບບ​ນີ້. ແຕ່​ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ​ວ່າ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ສາ​ມາດ​ຍືນ​ຍົງ​ຕະ​ຫລອດ​ໄປ.

Saints, 1:413

ເອມ​ມາ ແລະ ໂຈ​ເຊັບ​ກຳ​ລັງ​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ໂຈ​ເຊັບ​ກ່ຽວ​ກັບ​ການ​ແຕ່ງ​ງານ​ນິ​ລັນ​ດອນ. ຜ່ານ​ທາງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຊາຍ ແລະ ຍິງ​ສາ​ມາດ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຖ້າ​ວ່າ​ເຂົາ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຈະ​ຍືນ​ຍົງ​ຕະ​ຫລອດ​ໄປ. ນີ້​ເອີ້ນ​ວ່າ​ການ​ຖືກ​ຜະ​ນຶກ​ເຂົ້າ​ກັນ. ເວ​ລາ​ບໍ່​ດົນ​ຕໍ່​ມາ, ເອມ​ມາ ແລະ ໂຈ​ເຊັບ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7, 19–24; Saints, 1:413, 432–33, 481–82, 492, 502–3

ໂຈ​ເຊັບ​ກຳ​ລັງ​ສິດ​ສອນ​ໄພ່​ພົນ​ກ່ຽວ​ກັບ​ພອນ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ.

ໂຈ​ເຊັບ​ຍັງ​ໄດ້​ຮຽນ​ຮູ້​ອີກ​ວ່າ​ເມື່ອ​ຊາຍ ແລະ ຍິງ ຖືກ​ຜະ​ນຶກ​ເຂົ້າ​ກັນ, ລູກໆ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ເຂົາ​ເຈົ້າ. ຍ້ອນ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຈະ​ຍືນ​ຍົງ​ຕະ​ຫລອດ​ໄປ. ເມື່ອ​ໂຈ​ເຊັບ​ໄດ້​ບອກ​ໄພ່​ພົນ​ກ່ຽວ​ກັບ​ພອນ​ນີ້, ເຂົາ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ! ເຂົາ​ເຈົ້າ​ອົດ​ໃຈ​ລໍ​ຖ້າ​ບໍ່​ໄຫວ​ທີ່​ຈະ​ໄດ້​ຖືກ​ຜະ​ນືກ​ເຂົ້າ​ກັນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:2; 132:6–7; Saints, 1:492–93, 580

ຄອບ​ຄົວ​ຢູ່​ທາງ​ໜ້າ​ພຣະ​ວິ​ຫານ​ນາ​ວູ​ນຳ​ກັນ.

ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວ່າ ການ​ຜະ​ນຶກ​ເຂົ້າ​ກັນ​ຄວນ​ຖືກ​ປະ​ຕິ​ບັດ​ຢູ່​ໃນ​ພຣະ​ວິ​ຫານ. ໄພ່​ພົນ​ໄດ້​ເຮັດ​ວຽກ​ໜັກ​ໃຫ້​ສຳ​ເລັດ​ການ​ສ້າງ​ພຣະ​ວິ​ຫານ​ນາ​ວູ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຖືກ​ຜະ​ນຶກ​ເຂົ້າ​ກັນ. ເມື່ອ​ພຣະ​ວິ​ຫານ​ສຳ​ເລັດ​ແລ້ວ, ຫລາຍ​ຄອບ​ຄົວ​ກໍ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ. ເຂົາ​ເຈົ້າ​ຍັງ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຜູ້​ທີ່​ເສຍ​ຊີ​ວິດ​ໄປ​ແລ້ວ​ນຳ​ອີກ. ເຂົາ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ນີ້!

Saints, 1:579–80