“ນິວເອັນ ແລະ ແອນ ວິດນີ ພົບກັບສາດສະດາໂຈເຊັບ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ນິວເອັນ ແລະ ແອນ ວິດນີ ພົບກັບສາດສະດາໂຈເຊັບ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນຕຸລາ 1830–ເດືອນກຸມພາ 1831
ນິວເອັນ ແລະ ແອນ ວິດນີ ພົບກັບສາດສະດາໂຈເຊັບ
ການອະທິຖານດ້ວຍສັດທາໄດ້ຮັບຄຳຕອບຈາກພຣະຜູ້ເປັນເຈົ້າ
ແອນ ແລະ ນິວເອັນ ວິດນີ ເປັນເຈົ້າຂອງຮ້ານຄ້າຢູ່ເມືອງເຄີດແລນ, ລັດໂອໄຮໂອ. ແອນບໍ່ໄດ້ເຕີບໂຕມາກັບການໄປໂບດ ຫລື ຮຽນຮູ້ກ່ຽວກັບພຣະຜູ້ເປັນເຈົ້າ, ແຕ່ລາວຢາກຮູ້ຈັກພຣະອົງ. ຫລັງຈາກທີ່ລາວ ແລະ ນິວເອັນໄດ້ແຕ່ງງານກັນ, ເຂົາເຈົ້າໄດ້ອະທິຖານຫລາຍຄັ້ງ ແລະ ຂໍໃຫ້ພຣະຜູ້ເປັນເຈົ້ານຳພາເຂົາເຈົ້າ.
Saints, 1:111–12
ຄືນໜຶ່ງລະຫວ່າງການອະທິຖານຂອງເຂົາເຈົ້າ, ແອນ ແລະ ນິວເອັນໄດ້ເຫັນພາບນິມິດ. ໃນພາບນິມິດນັ້ນ, ມີເມກປົກຄຸມເຮືອນຂອງເຂົາເຈົ້າ. ພຣະວິນຍານຂອງພຣະເຈົ້າໄດ້ເຕີມເຕັມເຂົາເຈົ້າ. ເມກນັ້ນອ້ອມຮອບເຂົາເຈົ້າ. ແລ້ວເຂົາເຈົ້າໄດ້ຍິນສຽງຈາກສະຫວັນ. ສຽງນັ້ນບອກເຂົາເຈົ້າວ່າ, “ຈົ່ງກຽມຮັບພຣະຄຳຂອງພຣະຜູ້ເປັນເຈົ້າ, ເພາະມັນກຳລັງຈະມາ.”
Saints, 1:111
ຫລັງຈາກນັ້ນບໍ່ດົນ, ພາລີ ພະແຣັດ ກໍມາເຖິງເມືອງເຄີດແລນ. ເພິ່ນ ແລະ ຄູ່ສອນຂອງເພິ່ນໄດ້ສິດສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ທັນທີທີ່ແອນໄດ້ຍິນສິ່ງທີ່ພວກເພິ່ນສິດສອນ, ລາວກໍຮູ້ວ່າມັນເປັນຄວາມຈິງ. ລາວຈຶ່ງກັບໄປບ້ານເພື່ອບອກຂ່າວນີ້ກັບນິວເອັນ. ບໍ່ດົນເຂົາເຈົ້າກໍໄດ້ຮັບບັບຕິສະມາ.
Saints, 1:112
ສອງເດືອນຈາກນັ້ນ, ຊາຍ ແລະ ຍິງສອງຄົນໄດ້ມາທີ່ຮ້ານຂອງນິວເອັນ. ນິວເອັນບໍ່ຮູ້ຈັກພວກເພິ່ນ, ແຕ່ຊາຍຄົນນັ້ນໄດ້ຈັບມືນິວເອັນ ແລະ ເອີ້ນຊື່ຂອງລາວ. ຊາຍຄົນນັ້ນໄດ້ເວົ້າວ່າ, “ຂ້ອຍຄືສາດສະດາໂຈເຊັບ.” ເພິ່ນໄດ້ອະທິບາຍວ່າພຣະຜູ້ເປັນເຈົ້າໄດ້ຕອບຄຳອະທິຖານຂອງນິວເອັນ. ພຣະອົງໄດ້ສົ່ງເອມມາ ແລະ ໂຈເຊັບໃຫ້ໄປພົບແອນ ແລະ ນິວເອັນ.
Saints, 1:113
ນິວເອັນ ແລະ ແອນຮູ້ວ່າພາບນິມິດຂອງເຂົາເຈົ້າກຳລັງເກີດເປັນຈິງ. ເຂົາເຈົ້າໄດ້ຂໍໃຫ້ໂຈເຊັບ ແລະ ເອມມາພັກເຊົາຢູ່ກັບເຂົາເຈົ້າທີ່ບ້ານຂອງເຂົາເຈົ້າ. ແອນ ແລະ ນິວເອັນຮັກພຣະເຢຊູ ແລະ ພຣະກິດຕິຄຸນຂອງພຣະອົງ. ເຂົາເຈົ້າໄດ້ມອບທຸກສິ່ງທີ່ເຂົາເຈົ້າມີໃຫ້ກັບໄພ່ພົນ ແລະ ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ.
ຄຳສອນ ແລະ ພັນທະສັນຍາ 38:23–27, 34–42; Saints, 1:114