“ຄອບຄົວໄນ້ ແລະ ຄົນອື່ນໆເຕົ້າໂຮມກັນທີ່ຊີໂອນ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ຄອບຄົວໄນ້ ແລະ ຄົນອື່ນໆເຕົ້າໂຮມກັນທີ່ຊີໂອນ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນທັນວາ 1830–ເດືອນສິງຫາ 1831
ຄອບຄົວໄນ້ ແລະ ຄົນອື່ນໆເຕົ້າໂຮມກັນທີ່ຊີໂອນ
ການເຊື່ອຟັງການເອີ້ນຂອງພຣະຜູ້ເປັນເຈົ້າ
ພໍລີ ແລະ ໂຈເຊັບ ໄນ້ ໄດ້ອາໄສຢູ່ກັບຄອບຄົວຂອງເຂົາເຈົ້າຢູ່ລັດນິວຢອກ. ເຂົາເຈົ້າຮູ້ຈັກສາດສະດາໂຈເຊັບເປັນຢ່າງດີ. ຫລັງຈາກທີ່ຮຽນຮູ້ພຣະກິດຕິຄຸນ, ເຂົາເຈົ້າໄດ້ເລືອກເຂົ້າຮ່ວມສາດສະໜາຈັກ. ເມື່ອພຣະຜູ້ເປັນເຈົ້າໄດ້ຂໍໃຫ້ໄພ່ພົນຍ້າຍໄປຢູ່ລັດໂອໄຮໂອ, ຄອບຄົວໄນ້ກໍເຊື່ອຟັງ.
ຄຳສອນ ແລະ ພັນທະສັນຍາ 37; Saints, 1:33, 94, 109–110
ຄອບຄົວໄນ້ດີໃຈເມື່ອເຂົາເຈົ້າໄປເຖິງລັດໂອໄຮໂອ. ລີມັນ ຄອບລີ, ສະມາຊິກຂອງສາດສະໜາຈັກ, ໄດ້ກ່າວວ່າໄພ່ພົນສາມາດອາໄສຢູ່ໃນທີ່ດິນຂອງລາວ. ມັນມີພື້ນທີ່ພຽງພໍຢູ່ທີ່ນັ້ນສຳລັບປູກພືດ ແລະ ສ້າງບ້ານ. ໂຈເຊັບ ໄນ້ ແລະ ພວກລູກຊາຍຂອງລາວໄດ້ເຮັດວຽກໜັກເພື່ອກຽມທົ່ງໃຫ້ພ້ອມສຳລັບການປູກຝັງ.
Saints, 1:126–27
ແຕ່ແລ້ວມື້ໜຶ່ງ, ລີມັນໄດ້ປ່ຽນໃຈກ່ຽວກັບທີ່ດິນຂອງລາວ. ລາວບໍ່ຢາກໃຫ້ໄພ່ພົນອາໄສຢູ່ທີ່ນັ້ນອີກຕໍ່ໄປ. ລາວໄດ້ບອກໃຫ້ຄອບຄົວໄນ້ ແລະ ຄົນອື່ນໆອອກໄປ.
Saints, 1:127
ໄພ່ພົນມີຄວາມກັງວົນ. ຕອນນີ້ເຂົາເຈົ້າບໍ່ມີບ່ອນຢູ່. ເຂົາເຈົ້າໄດ້ຖາມສາດສະດາໂຈເຊັບວ່າ ເຂົາເຈົ້າຄວນເຮັດແນວໃດ.
ຄຳສອນ ແລະ ພັນທະສັນຍາ 54; Saints, 1:127
ພຣະຜູ້ເປັນເຈົ້າໄດ້ບອກວ່າ ໄພ່ພົນເຫລົ່ານີ້ຄວນໄປຍັງລັດມີເຊີຣີ ແລະ ສ້າງຊີໂອນ. ຊີໂອນຈະເປັນເມືອງບ່ອນທີ່ຜູ້ຄົນຂອງພຣະຜູ້ເປັນເຈົ້າສາມາດເຕົ້າໂຮມກັນ. ໃນຊີໂອນ, ເຂົາເຈົ້າຈະສ້າງພຣະວິຫານບ່ອນທີ່ເຂົາເຈົ້າຈະເຮັດພັນທະສັນຍາ, ຫລື ຄຳສັນຍາກັບພຣະເຈົ້າ. ພຣະອົງຈະອວຍພອນເຂົາເຈົ້າຖ້າຫາກເຂົາເຈົ້າຮັກສາພັນທະສັນຍາເຫລົ່ານີ້. ຄອບຄົວໄນ້ຮູ້ສຶກຕື່ນເຕັ້ນທີ່ຈະໄປ.
ຄຳສອນ ແລະ ພັນທະສັນຍາ 29:1–8; 42:30–36; 45:59–66; 54:6–9; 57:1–2; Saints, 1:128
ຂະນະທີ່ຄອບຄົວໄນ້ກຳລັງເດີນທາງໄປລັດມີເຊີຣີ, ພໍລີໄດ້ລົ້ມປ່ວຍໜັກ. ສາມີຂອງລາວ, ໂຈເຊັບ, ແລະ ພວກລູກຊາຍຂອງລາວເປັນຫ່ວງວ່າ ລາວຈະຢູ່ໄດ້ບໍ່ດົນ. ແຕ່ພໍລີໄດ້ບອກຄອບຄົວຂອງລາວວ່າ ລາວຢາກໄປເຖິງຊີໂອນ ກ່ອນທີ່ລາວຈະເສຍຊີວິດ. ລາວຢາກໄປເຖິງທີ່ນັ້ນຫລາຍກວ່າສິ່ງອື່ນໃດ!
Saints, 1:128
ຫລັງຈາກການເດີນທາງອັນຍາວນານ, ຄອບຄົວໄນ້ກໍໄປເຖິງລັດມີເຊີຣີ. ພໍລີຮູ້ສຶກກະຕັນຍູຕໍ່ພຣະຜູ້ເປັນເຈົ້າທີ່ລາວໄດ້ມີຊີວິດຢູ່ຈົນໄດ້ເຫັນທີ່ນັ້ນ. ຄອບຄົວໄນ້ຄິດວ່າແຜ່ນດິນນັ້ນສວຍງາມ. ເຂົາເຈົ້າມີສັດທາວ່າເຂົາເຈົ້າສາມາດຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ ໃນການສ້າງຊີໂອນຢູ່ທີ່ນັ້ນໄດ້.
Saints, 1:132
ໄພ່ພົນໄດ້ກ່າວຄຳອະທິຖານພິເສດ ແລະ ເອີ້ນແຜ່ນດິນຊີໂອນ, ບ່ອນທີ່ຜູ້ຄົນຂອງພຣະຜູ້ເປັນເຈົ້າຈະມາຫາ. ສາດສະດາໂຈເຊັບໄດ້ວາງກ້ອນຫີນໄວ້ເພື່ອໝາຍບ່ອນທີ່ຈະຕັ້ງມຸມຂອງພຣະວິຫານ. ສອງສາມມື້ຕໍ່ມາ, ພໍລີກໍໄດ້ເສຍຊີວິດ. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ໄພ່ພົນຜູ້ທີ່ໄປເຖິງຊີໂອນ ແລະ ເສຍຊີວິດຈະໄດ້ພັກຜ່ອນໃນສະຫວັນ.
ຄຳສອນ ແລະ ພັນທະສັນຍາ 59:1–2; Saints, 1:132–33