“ຄອບຄົວແຈ໊ກສັນ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ຄອບຄົວແຈ໊ກສັນ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນພຶດສະພາ–ເດືອນພະຈິກ 1856
ຄອບຄົວແຈ໊ກສັນ
ການເດີນທາງແຫ່ງສັດທາ ແລະ ການຊ່ວຍກູ້
ຫລັງຈາກໄພ່ພົນກຸ່ມທຳອິດໄດ້ໄປຍັງຮ່ອມພູເຊົາເລັກ, ໄພ່ພົນຫລາຍພັນຄົນກໍໄດ້ໄປເຊັ່ນກັນ. ເຂົາເຈົ້າໄດ້ເດີນທາງໄປໄກ, ແລະ ພຣະຜູ້ເປັນເຈົ້າໄດ້ຊ່ວຍເຫລືອເຂົາເຈົ້າ. ຄອບຄົວໜຶ່ງທີ່ໄດ້ເດີນທາງໄປແມ່ນ ຄອບຄົວແຈ໊ກສັນ. ເຂົາເຈົ້າໄດ້ອອກຈາກບ້ານຂອງເຂົາເຈົ້າໃນປະເທດອັງກິດ ແລະ ຕື່ນເຕັ້ນທີ່ຈະໄປຊ່ວຍໄພ່ພົນສ້າງຊີໂອນ.
ຄຳສອນ ແລະ ພັນທະສັນຍາ 136:1–11; Saints, 2:222–23
ຄອບຄົວແຈ໊ກສັນໄດ້ຂ້າມມະຫາສະໝຸດໃນກຳປັ່ນ. ແລ້ວເຂົາເຈົ້າໄດ້ຂຶ້ນລົດໄຟສ່ວນໜຶ່ງໄປສູ່ຮ່ອມພູເຊົາເລັກ. ເຂົາເຈົ້າຕ້ອງໄດ້ຍ່າງຕໍ່ໄປອີກໄລຍະໜຶ່ງ.
Saints, 2:222–23
ເຂົາເຈົ້າໄດ້ເຮັດລໍ້ນ້ອຍເພື່ອບັນທຸກອາຫານ, ເຄື່ອງນຸ່ງຫົ່ມ, ແລະ ສິ່ງອື່ນໆທີ່ເຂົາເຈົ້າຢາກເອົາໄປນຳ. ໄພ່ພົນຫລາຍຄົນໄດ້ເດີນທາງໄປເຖິງຮ່ອມພູດ້ວຍວິທີນີ້.
Saints, 2:223–26
ເອລີຊາເບັດ ແລະ ແອຣັນ ແຈ໊ກສັນໄດ້ລາກລໍ້ທີ່ໜັກຂອງເຂົາເຈົ້າ. ລູກໆຂອງເຂົາເຈົ້າ, ມາທາ, ແມຣີ, ແລະ ແອຣັນ ຜູ້ລູກ, ໄດ້ຍ່າງໄປ. ມັນເປັນວຽກໜັກ. ເຂົາເຈົ້າຫວັງວ່າຈະໄປເຖິງຮ່ອມພູກ່ອນລະດູໜາວ. ແຕ່ເມື່ອລະດູໃບໄມ້ລົ່ນມາເຖິງ, ເຂົາເຈົ້າຍັງຕ້ອງໄປອີກໄກ. ມັນເລີ່ມໜາວ, ແລະ ເຂົາເຈົ້າກໍເກືອບໝົດອາຫານ.
Saints, 2:223–26, 229, 231–32
ໃນເມືອງເຊົາເລັກ, ບຣິກຳ ຢັງ ໄດ້ຍິນວ່າໄພ່ພົນກຳລັງມາຫາຮ່ອມພູ. ເພິ່ນເປັນຫ່ວງກ່ຽວກັບເຂົາເຈົ້າ. ມື້ຕໍ່ມາຢູ່ທີ່ໂບດ, ເພິ່ນໄດ້ບອກກັບທຸກຄົນວ່າ ໄພ່ພົນເຫລົ່ານີ້ຕົກຢູ່ໃນຄວາມລຳບາກ. ເພິ່ນໄດ້ຂໍໃຫ້ເຂົາເຈົ້າເອົາສິ່ງທີ່ໄພ່ພົນຈະຕ້ອງການຂຶ້ນໃສ່ກວຽນ. “ຈົ່ງໄປ ແລະ ນຳຄົນເຫລົ່ານັ້ນທີ່ນີ້,” ເພິ່ນໄດ້ເວົ້າ.
Saints, 2:229–30
ພວກຜູ້ຍິງທີ່ຢູ່ໃນບ່ອນປະຊຸມໄດ້ຖອດຖົງຕີນທີ່ອົບອຸ່ນຂອງເຂົາເຈົ້າອອກ ແລະ ວາງມັນໄວ້ເທິງກວຽນ. ຄົນອື່ນໆໄດ້ມອບອາຫານ, ຜ້າຫົ່ມ, ເກີບ, ແລະ ເຄື່ອງນຸ່ງ. ສອງມື້ຈາກນັ້ນ, ພວກຜູ້ຊາຍຫລາຍກວ່າ 50 ຄົນ ແລະ ກວຽນ 20 ລຳ ໄດ້ອອກຈາກຮ່ອມພູເພື່ອໄປຊ່ວຍເຫລືອ.
Saints, 2:230
ຂະນະທີ່ຄອບຄົວແຈ໊ກສັນກຳລັງຍ່າງໄປ, ຫິມະເລີ່ມຕົກລົງມາ. ແອຣັນໄດ້ລົ້ມປ່ວຍໜັກ. ມັນຍາກສຳລັບລາວທີ່ຈະຍ່າງໄປ. ໄພ່ພົນຕ້ອງໄດ້ຂ້າມແມ່ນ້ຳທີ່ເຍືອກເຢັນ, ແລະ ສິ່ງນີ້ເຮັດໃຫ້ແອຣັນຍິ່ງອ່ອນເພຍລົງ. ຄືນນັ້ນ, ແອຣັນໄດ້ເສຍຊີວິດ. ໜ້າໂສກເສົ້າທີ່ຄອບຄົວຂອງລາວຕ້ອງໄດ້ເດີນທາງຕໍ່ໄປໂດຍບໍ່ມີລາວ.
Saints, 2:232–34
ເຊົ້າມື້ຕໍ່ມາ, ມີຫິມະຕື່ມອີກໃນພື້ນດິນ. ຄອບຄົວແຈ໊ກສັນ ແລະ ໄພ່ພົນຄົນອື່ນໆໄດ້ຍູ້ ແລະ ລາກລໍ້ຂອງຕົນຜ່ານຫິມະ. ເຂົາເຈົ້າໄດ້ອະທິຖານທຸກມື້ຂໍໃຫ້ພຣະເຈົ້າຊ່ວຍເຫລືອເຂົາເຈົ້າ.
ຄຳສອນ ແລະ ພັນທະສັນຍາ 136:29; Saints, 2:234–35
ຄືນໜຶ່ງ, ເອລີຊາເບັດໄດ້ເປັນຫ່ວງກ່ຽວກັບລູກໆຂອງນາງ. ພວກເຂົາຫິວເຂົ້າ ແລະ ໜາວ. ພວກເຂົາຈະໄປຮອດຮ່ອມພູເຊົາເລັກຫລືບໍ່? ນາງເຊືອບຫລັບໄປ ແລະ ໄດ້ຝັນວ່ານາງເຫັນແອຣັນ. ລາວເວົ້າວ່າ, “ຈົ່ງຊື່ນບານເຖີດ, ເອລີຊາເບັດ.” ລາວໄດ້ບອກນາງວ່າ ຄວາມຊ່ວຍເຫລືອກຳລັງມາ.
Saints, 2:235–36
ແອຣັນໄດ້ເວົ້າຖືກ. ບໍ່ດົນ, ພວກຜູ້ຊາຍຈາກເມືອງເຊົາເລັກກໍໄດ້ມາເຖິງພ້ອມກັບກວຽນ. ເຂົາເຈົ້າໄດ້ມອບອາຫານ ແລະ ເຄື່ອງນຸ່ງຫົ່ມໃຫ້ກັບໄພ່ພົນ. ໄພ່ພົນຊື່ນບານ ແລະ ຫົວ ແລະ ໂອບກອດພວກຜູ້ຊາຍ. ເຂົາເຈົ້າຮ້ອງເພງສວດ ແລະ ຂອບຄຸນພຣະບິດາເທິງສະຫວັນທີ່ໄດ້ຕອບຄຳອະທິຖານຂອງເຂົາເຈົ້າ.
ຄຳສອນ ແລະ ພັນທະສັນຍາ 136:28; Saints, 2:236
ເມື່ອເຂົາເຈົ້າໄປເຖິງຮ່ອມພູໃນທີ່ສຸດ, ມັນກໍເປັນວັນອາທິດ. ບຣິກຳ ຢັງ ໄດ້ບອກສະມາຊິກຂອງສາດສະໜາຈັກໃນເມືອງເຊົາເລັກວ່າ ແທນທີ່ຈະໄປໂບດ, ເຂົາເຈົ້າຄວນໄປຕ້ອນຮັບໄພ່ພົນທີ່ໄດ້ເດີນທາງມາເຖິງ. ເຂົາເຈົ້າໄດ້ທັກທາຍໄພ່ພົນທີ່ໜາວເຢັນ ແລະ ເມື່ອຍ ແລະ ເຊື້ອເຊີນເຂົາເຈົ້າໄປພັກເຊົາຢູ່ບ້ານຂອງເຂົາເຈົ້າ.
Saints, 2:239–40