“ກ່ຽວກັບຄຳສອນ ແລະ ພັນທະສັນຍາ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ກ່ຽວກັບຄຳສອນ ແລະ ພັນທະສັນຍາ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ຄຳນຳ
ກ່ຽວກັບຄຳສອນ ແລະ ພັນທະສັນຍາ
ພຣະຜູ້ເປັນເຈົ້າກ່າວອີກຄັ້ງ
ພຣະບິດາເທິງສະຫວັນຮັກເຮົາ. ພຣະອົງຕ້ອງການໃຫ້ເຮົາເຮັດພັນທະສັນຍາ, ຫລື ຄຳສັນຍາ, ກັບພຣະອົງເພື່ອວ່າພຣະອົງຈະສາມາດໃຫ້ພອນແກ່ເຮົາ. ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ມາເພື່ອໃຫ້ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ຊ່ວຍເຫລືອເຮົາໃຫ້ກັບຄືນໄປຫາພຣະອົງ.
ພຣະເຈົ້າຍັງສົ່ງສາດສະດາມາເພື່ອສິດສອນເຮົາກ່ຽວກັບພຣະເຢຊູຄຣິດ ແລະ ພຣະບັນຍັດຂອງພຣະອົງນຳອີກ. ສາດສະດາໄດ້ຮັບໃຊ້ພຣະເຢຊູຄຣິດ ແລະ ຊ່ວຍນຳພາສາດສະໜາຈັກຂອງພຣະອົງ.
ພຣະເຢຊູບອກສາດສະດາໃນສິ່ງທີ່ຈະສິດສອນເຮົາ. ຖ້ອຍຄຳຂອງສາດສະດາທີ່ດົນນານມາແລ້ວຖືກຂຽນໄວ້ໃນພຣະຄຳພີເຊັ່ນ ພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ.
ເປັນເວລາຫລາຍປີ ຫລັງຈາກພຣະເຢຊູໄດ້ໄປຈາກໂລກນີ້, ຍັງບໍ່ມີສາດສະດາອີກ. ຜູ້ຄົນບໍ່ໄດ້ເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ. ສາດສະໜາຈັກຂອງພຣະເຢຊູຄຣິດບໍ່ມີຢູ່ເທິງແຜ່ນດິນໂລກ.
ແຕ່ແລ້ວພຣະເຈົ້າໄດ້ເອີ້ນໂຈເຊັບ ສະມິດ ໃຫ້ເປັນສາດສະດາ. ໂຈເຊັບເປັນພຽງແຕ່ຊາຍໜຸ່ມຄົນໜຶ່ງ, ແຕ່ພຣະເຈົ້າໄດ້ມີບາງສິ່ງບາງຢ່າງທີ່ສຳຄັນຫລາຍໃຫ້ເພິ່ນເຮັດ.
ໂຈເຊັບ ສະມິດ ໄດ້ສິດສອນກ່ຽວກັບພຣະເຢຊູ. ເພິ່ນໄດ້ຊ່ວຍສ້າງຕັ້ງສາດສະໜາຈັກຂອງພຣະເຢຊູ. ພຣະເຢຊູໄດ້ສິດສອນພຣະກິດຕິຄຸນຂອງພຣະອົງ ແລະ ວິທີນຳພາສາດສະໜາຈັກຂອງພຣະອົງໃຫ້ກັບໂຈເຊັບ ສະມິດ.
ຫລາຍສິ່ງຫລາຍຢ່າງທີ່ພຣະເຢຊູໄດ້ບອກໂຈເຊັບ ສະມິດ ໄດ້ຖືກຂຽນໄວ້ໃນ ຄຳສອນ ແລະ ພັນທະສັນຍາ. ຄຳສອນ ແລະ ພັນທະສັນຍາຄືພຣະຄຳພີເຊັ່ນດຽວກັນກັບພຣະຄຣິສຕະທຳຄຳພີ ແລະ ພຣະຄຳພີມໍມອນ.
ເລື່ອງຄຳສອນ ແລະ ພັນທະສັນຍາ ບອກກ່ຽວກັບວິທີທີ່ພຣະເຢຊູໄດ້ນຳສາດສະໜາຈັກຂອງພຣະອົງຄືນມາໃໝ່, ຫລື ຟື້ນຟູ, ດ້ວຍຄວາມຊ່ວຍເຫລືອຈາກສາດສະດາໂຈເຊັບ ສະມິດ ແລະ ຄົນອື່ນໆ. ສະມາຊິກຂອງສາດສະໜາຈັກຖືກເອີ້ນວ່າໄພ່ພົນ. ເລື່ອງເຫລົ່ານີ້ສະແດງໃຫ້ເຫັນວ່າ ພຣະເຈົ້າຮັກລູກໆຂອງພຣະອົງໃນທົ່ວໂລກ. ພຣະອົງຕ້ອງການທີ່ຈະອວຍພອນເຮົາ ເມື່ອເຮົາເຮັດພັນທະສັນຍາກັບພຣະອົງ.