“ວັນແຫ່ງການປິ່ນປົວ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ວັນແຫ່ງການປິ່ນປົວ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນເມສາ–ເດືອນກໍລະກົດ 1839
ວັນແຫ່ງການປິ່ນປົວ
ການໃຫ້ພອນແກ່ຄົນເຈັບປ່ວຍດ້ວຍອຳນາດຂອງພຣະເຈົ້າ
ຂະນະທີ່ໂຈເຊັບ ສະມິດ ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆໄດ້ເປັນນັກໂທດໃນລັດມີເຊີຣີ, ນາຍຍາມຈຳນວນໜຶ່ງໄດ້ພາພວກເພິ່ນໄປຫາຄຸກບ່ອນອື່ນ. ນາຍຍາມມີນ້ຳໃຈກັບນັກໂທດ. ຄືນໜຶ່ງ, ຫົວໜ້ານາຍຍາມໄດ້ບອກໂຈເຊັບວ່າ ລາວຈະໄປນອນ, ແລະ ຖ້າໂຈເຊັບ ແລະ ໝູ່ເພື່ອນຂອງເພິ່ນໜີໄປ, ລາວຈະບໍ່ຢຸດພວກເພິ່ນ.
Saints, 1:392–93
ໂຈເຊັບ ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆໄດ້ໜີໄປ. ພວກເພິ່ນໄດ້ພົບກັບຄອບຄົວຂອງພວກເພິ່ນຢູ່ໃນເມືອງໜຶ່ງຊື່ ຄວິນສີ.
Saints, 1:395–96
ຜູ້ຄົນໃນເມືອງຄວິນສີມີນ້ຳໃຈກັບໄພ່ພົນ. ເຂົາເຈົ້າໄດ້ມອບອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ບ່ອນພັກອາໄສໃຫ້ໄພ່ພົນ.
Saints, 1:377
ໄພ່ພົນຮູ້ສຶກກະຕັນຍູສຳລັບຄວາມມີນ້ຳໃຈຂອງຜູ້ຄົນໃນເມືອງຄວິນສີ. ແຕ່ໂຈເຊັບຮູ້ວ່າ ເຂົາເຈົ້າຕ້ອງການທີ່ຈະມີສະຖານທີ່ຂອງຕົນເອງ. ຜູ້ນຳຂອງສາດສະໜາຈັກໄດ້ຊື້ທີ່ດິນບ່ອນໃໝ່ທີ່ບໍ່ມີໃຜຕ້ອງການ, ແລະ ໄພ່ພົນໄດ້ເລີ່ມຍ້າຍໄປຢູ່ທີ່ນັ້ນ.
Saints, 1:399–400
ທີ່ດິນຕອນນັ້ນຢູ່ໃກ້ແມ່ນ້ຳໃຫຍ່. ມັນເປັນຕົມ ແລະ ເຕັມໄປດ້ວຍຍຸງ. ຍຸງໄດ້ເຮັດໃຫ້ໄພ່ພົນຫລາຍຄົນເຈັບປ່ວຍໜັກດ້ວຍພະຍາດທີ່ເອີ້ນວ່າ ມາລາເລຍ. ບາງຄົນໃນພວກເຂົາໄດ້ຕາຍໄປ.
Saints, 1:402
ເມື່ອໂຈເຊັບເຫັນວ່າຫລາຍຄົນໄດ້ເຈັບປ່ວຍ, ເພິ່ນກໍໄດ້ເຕົ້າໂຮມຜູ້ນຳຂອງສາດສະໜາຈັກຫລາຍຄົນ ແລະ ຂໍໃຫ້ພວກເພິ່ນໄປກັບເພິ່ນ. ຕະຫລອດເຊົ້າ, ພວກເພິ່ນໄດ້ໄປຫາຄອບຄົວນີ້ຄອບຄົວນັ້ນ, ຢ້ຽມຢາມຄົນເຈັບປ່ວຍ ແລະ ໃຫ້ພອນແກ່ເຂົາເຈົ້າ. ພວກເພິ່ນໄດ້ໃຊ້ອຳນາດຂອງພຣະເຢຊູຄຣິດເພື່ອປິ່ນປົວເຂົາເຈົ້າຈາກຄວາມເຈັບປ່ວຍຂອງເຂົາເຈົ້າ.
Saints, 1:402
ຄົນໜຶ່ງທີ່ພວກເພິ່ນໄດ້ໄປຢ້ຽມຢາມແມ່ນ ເອລີຢາ ຝອດແຮມ. ລາວເຈັບປ່ວຍໜັກ, ພັນລະຍາຂອງລາວຄິດວ່າລາວຈະຕາຍໃນບໍ່ຊ້າ. ໂຈເຊັບໄດ້ຖາມເອລີຢາວ່າ ລາວມີສັດທາທີ່ຈະຫາຍດີຫລືບໍ່.
Saints, 1:402
ເອລີຢາໄດ້ເວົ້າວ່າ, “ຂ້ອຍຢ້ານວ່າມັນຈະສາຍເກີນໄປ.” ໂຈເຊັບໄດ້ຖາມເອລີຢາວ່າ ລາວເຊື່ອໃນພຣະເຢຊູຄຣິດຫລືບໍ່. “ຂ້ອຍເຊື່ອ, ບຣາເດີ ໂຈເຊັບ,” ລາວໄດ້ຕອບ.
Saints, 1:402
ໂຈເຊັບໄດ້ໃຫ້ພອນແກ່ລາວໃນພຣະນາມຂອງພຣະເຢຊູຄຣິດ. ເອລີຢາໄດ້ຢືນຂຶ້ນ. ພຣະເຢຊູໄດ້ປິ່ນປົວລາວ! ແລ້ວເອລີຢາກໍໄດ້ຕາມໂຈເຊັບໄປຫາເຮືອນຢູ່ທາງຂ້າງ ແລະ ຊ່ວຍເພິ່ນໃຫ້ພອນແກ່ຜູ້ຄົນທີ່ເຈັບປ່ວຍ.
Saints, 1:402–3