“ພຣະວິຫານເຄີດແລນໄດ້ຮັບການອຸທິດ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ພຣະວິຫານເຄີດແລນໄດ້ຮັບການອຸທິດ,” ເລື່ອງຄຳສອນ ແລະ ພັນທະສັນຍາ
ເດືອນມີນາ 1836
ພຣະວິຫານເຄີດແລນໄດ້ຮັບການອຸທິດ
ການຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າໃນບ້ານຂອງພຣະອົງ
ຫລັງຈາກໄດ້ເຮັດວຽກໜັກເປັນເວລາສາມປີ, ໃນທີ່ສຸດພຣະວິຫານເຄີດແລນກໍສ້າງສຳເລັດ. ສາດສະດາໂຈເຊັບໄດ້ເຊື້ອເຊີນໄພ່ພົນໃຫ້ເຂົ້າຮ່ວມການປະຊຸມພິເສດ ເພື່ອອຸທິດພຣະວິຫານ. ເພິ່ນຈະກ່າວອະທິຖານພິເສດ ແລະ ມອບພຣະວິຫານແດ່ພຣະຜູ້ເປັນເຈົ້າ. ມັນຈະກາຍເປັນບ້ານທີ່ສັກສິດຂອງພຣະຜູ້ເປັນເຈົ້າ.
Saints, 1:235
ໃນຕອນເຊົ້າຂອງການປະຊຸມ, ໄພ່ພົນຫລາຍຮ້ອຍຄົນໄດ້ມາລວມຕົວກັນໃນພຣະວິຫານ. ເມື່ອທີ່ນັ່ງເຕັມແລ້ວ, ຜູ້ຄົນກໍຢືນຢູ່ທີ່ປະຕູທາງເຂົ້າ ແລະ ຂ້າງນອກ, ຫລຽວຜ່ານປ່ອງຢ້ຽມ. ທຸກຄົນຕື່ນເຕັ້ນທີ່ເຫັນວ່າພຣະວິຫານຈະໄດ້ຮັບການອຸທິດ.
Saints, 1:235–36
ໂຈເຊັບໄດ້ອ່ານຄຳອະທິຖານອຸທິດພຣະວິຫານ. ເພິ່ນໄດ້ບອກພຣະຜູ້ເປັນເຈົ້າວ່າໄພ່ພົນໄດ້ເຊື່ອຟັງພຣະອົງ. ເພິ່ນໄດ້ທູນຂໍໃຫ້ພຣະຜູ້ເປັນເຈົ້າຮັບເອົາພຣະວິຫານເປັນບ້ານຂອງພຣະອົງ.
ຄຳສອນ ແລະ ພັນທະສັນຍາ 109:1–5
ໂຈເຊັບໄດ້ອະທິຖານວ່າ ທຸກຄົນຜູ້ທີ່ໄດ້ມາທີ່ພຣະວິຫານຈະຮູ້ສຶກເຖິງອຳນາດຂອງພຣະຜູ້ເປັນເຈົ້າ ແລະ ຮູ້ວ່ານັ້ນຄືບ້ານຂອງພຣະອົງ.
ຄຳສອນ ແລະ ພັນທະສັນຍາ 109:13
ໂຈເຊັບກໍຍັງໄດ້ອະທິຖານວ່າ ເມື່ອໄພ່ພົນເຮັດບາບ, ເຂົາເຈົ້າສາມາດກັບໃຈໄດ້ທັນທີ. ເພິ່ນໄດ້ຂໍໃຫ້ພຣະຜູ້ເປັນເຈົ້າປະທານອຳນາດໃຫ້ເຂົາເຈົ້າ ເພື່ອຈະໄດ້ແບ່ງປັນພຣະກິດຕິຄຸນຂອງພຣະອົງໄປທົ່ວໂລກ. ຫລັງຈາກການອະທິຖານ, ກຸ່ມນັກຮ້ອງໄດ້ຮ້ອງເພງໃໝ່ຊື່ “ພຣະວິນຍານຂອງພຣະເຈົ້າ.” ຜູ້ຄົນເຕັມໄປດ້ວຍຄວາມຊື່ນຊົມ. ເຂົາເຈົ້າໄດ້ຢືນ ແລະ ສັນລະເສີນພຣະຜູ້ເປັນເຈົ້າ.
ຄຳສອນ ແລະ ພັນທະສັນຍາ 109:21–32; Hymns, no. 2; Saints, 1:237
ຫລາຍຄົນໄດ້ເຫັນທູດສະຫວັນຢູ່ໃນພຣະວິຫານໃນມື້ນັ້ນ. ເຂົາເຈົ້າໄດ້ເຫັນແສງສະຫວ່າງທີ່ຈາດຈ້າລົງມາຈາກສະຫວັນມາຍັງພຣະວິຫານ. ບາງຄົນໄດ້ບອກວ່າ ມັນເບິ່ງຄືກ້ອນເມກ, ບາງຄົນເວົ້າວ່າ ມັນເບິ່ງຄືໄຟ. ທຸກຄົນໄດ້ຮູ້ສຶກວ່າ ພຣະວິຫານເປັນສະຖານທີ່ສັກສິດ. ຕອນນີ້ມັນໄດ້ເປັນບ້ານຂອງພຣະຜູ້ເປັນເຈົ້າຢ່າງແທ້ຈິງ.
Saints, 1:237