ເລື່ອງ​ພຣະ​ຄຳ​ພີ
ຊູ​ຊາ ຢັງ ເກດ ແລະ ໂຈ​ເຊັບ ແອັຟ ສະ​ມິດ


“ຊູ​ຊາ ຢັງ ເກດ ແລະ ໂຈ​ເຊັບ ແອັຟ ສະ​ມິດ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ຊູ​ຊາ ຢັງ ເກດ ແລະ ໂຈ​ເຊັບ ແອັຟ ສະ​ມິດ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

1902–1918

ຊູ​ຊາ ຢັງ ເກດ ແລະ ໂຈ​ເຊັບ ແອັຟ ສະ​ມິດ

ການ​ເປີດ​ເຜີຍ​ກ່ຽວ​ກັບ​ໂລກ​ວິນ​ຍານ

ບຣິ​ກຳ ຢັງ ກຳ​ລັງ​ເວົ້າ​ລົມ​ກັບ​ນາງ​ຊູ​ຊາ ລູກ​ສາວ​ຂອງ​ເພິ່ນ.

ຊູ​ຊາ ຢັງ ເກດ ແມ່ນ​ລູກ​ສາວ​ຂອງ​ບຣິ​ກຳ ຢັງ. ນາງ​ເກີດ​ຢູ່​ລັດ​ຢູ​ທາ ແລະ ເຕີບ​ໃຫຍ່​ຢູ່​ທີ່​ນັ້ນ. ນາງ​ມັກ​ຂຽນ, ແລະ ນາງ​ມັກ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

Saints, 3:9–10, 64

ຊູ​ຊາ​ກຳ​ລັງ​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ເມື່ອ​ຊູ​ຊາ​ເປັນ​ຜູ້​ໃຫຍ່, ນາງ​ໄດ້​ລົ້ມ​ປ່ວຍ​ໜັກ. ນາງ​ໄດ້​ຂໍ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ໃນ​ພອນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊູ​ຊາ​ວ່າ ພຣະ​ອົງ​ຕ້ອງ​ການ​ໃຫ້​ນາງ​ເຮັດ​ວຽກ​ງານ​ພຣະ​ວິ​ຫານ.

Saints, 3:193–94

ຊູ​ຊາ​ກຳ​ລັງ​ເວົ້າ​ກັບ​ຄົນ​ໜຶ່ງ​ກ່ຽວ​ກັບ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

ຫລັງ​ຈາກ​ໄດ້​ຮັບ​ພອນ​ນັ້ນ, ຊູ​ຊາ​ກໍ​ດີ​ຂຶ້ນ. ນາງ​ໄດ້​ໃຊ້​ເວ​ລາ​ຮຽນ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ​ຂອງ​ນາງ. ເມື່ອ​ນາງ​ພົບ​ເຫັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ນາງ​ຜູ້​ທີ່​ຕາຍ​ໄປ​ໂດຍ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ, ນາງ​ໄດ້​ໄປ​ພຣະ​ວິ​ຫານ​ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ເຂົາ​ເຈົ້າ. ນາງ​ມັກ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ. ໜ້າ​ໂສກ​ເສົ້າ​ທີ່ຫລາຍ​ຄົນ​ບໍ່​ສົນ​ໃຈ.

Saints, 3:194–95, 206

ຊູ​ຊາ​ກຳ​ລັງ​ເວົ້າ​ກັບ​ໂຈ​ເຊັບ ແອັຟ ສະ​ມິດ.

ມື້​ໜຶ່ງ, ຊູ​ຊາ​ໄດ້​ໄປ​ຢ້ຽມ​ຢາມ​ໂຈ​ເຊັບ ແອັຟ ສະ​ມິດ ເພື່ອນ​ຂອງ​ນາງ, ຊຶ່ງ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ທານ​ສະ​ມິດ​ໄດ້​ເຈັບ​ປ່ວຍ​ມາ​ໄດ້​ຫລາຍ​ອາ​ທິດ​ແລ້ວ. ຊູ​ຊາ​ຮູ້​ວ່າ​ເພິ່ນ​ກໍ​ໂສກ​ເສົ້າ ເພາະ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ເສຍ​ຊີ​ວິດ. ເພິ່ນ​ໂສກ​ເສົ້າ​ກັບ​ສິ່ງ​ອື່ນໆ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນຳ​ອີກ ເຊັ່ນ​ສົງ​ຄາມ ແລະ ຄວາມ​ເຈັບ​ປ່ວຍ.

Saints, 3:197–99, 205–6

ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ບອກ​ຊູ​ຊາ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ເພິ່ນ.

ແຕ່​ເມື່ອ​ຊູ​ຊາ​ໄດ້​ນັ່ງ​ລົງ​ກັບ​ປະ​ທານ​ສະ​ມິດ, ເພິ່ນ​ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ເວົ້າ​ລົມ​ກັບ​ນາງ. ເພິ່ນ​ໄດ້​ບອກ​ຊູ​ຊາ​ວ່າ ພຣະ​ເຈົ້າ​ໄດ້​ມອບ​ພາບ​ນິ​ມິດ​ພິ​ເສດ​ໃຫ້​ເພິ່ນ. ທັງ​ໝົດ​ແມ່ນ​ກ່ຽວ​ກັບ​ໂລກ​ວິນ​ຍານ, ບ່ອນ​ທີ່​ຜູ້​ຄົນ​ໄປ​ຫາ​ຫລັງ​ຈາກ​ພວກ​ເຂົາ​ຕາຍ. ພາບ​ນິ​ມິດ​ຂອງ​ເພິ່ນ​ໄດ້​ຖືກ​ຂຽນ​ໄວ້​ໃນ​ເຈ້ຍ. ປະ​ທານ​ສະ​ມິດ​ໄດ້​ມອບ​ມັນ​ໃຫ້​ຊູ​ຊາ ແລະ ຂໍ​ໃຫ້​ນາງ​ອ່ານ.

Saints, 3:206–7

ຊູ​ຊາ​ກຳ​ລັງ​ອ່ານ​ກ່ຽວ​ກັບ​ພາບ​ນິ​ມິດ​ນັ້ນ.

ຊູ​ຊາ​ໄດ້​ອ່ານ​ເຈ້ຍ. ມັນ​ເວົ້າ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ໄປ​ຢ້ຽມ​ຢາມ​ໂລກ​ວິນ​ຍານ. ພຣະ​ອົງ​ໄດ້​ສົ່ງ​ອາ​ດາມ, ເອ​ວາ, ແລະ ຊາຍ​ຍິງ​ທີ່​ຊື່​ສັດ​ຄົນ​ອື່ນໆ​ໄປ​ສິດ​ສອນ​ວິນ​ຍານ​ທີ່​ບໍ່​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຕອນ​ພວກ​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່. ເຂົາ​ເຈົ້າ​ໄດ້​ຊ່ວຍ​ວິນ​ຍານ​ເຫລົ່າ​ນີ້​ກຽມ​ຕົວ​ເພື່ອ​ວ່າ​ຜູ້​ຄົນ​ຈະ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ແທນ​ພວກ​ເຂົາ​ຢູ່​ໃນ​ພຣະ​ວິ​ຫານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:11–19, 29–48; Saints, 3:206–7

ໂຈ​ເຊັບ ແອັຟ ສະ​ມິດ ແລະ ຊູ​ຊາ​ກຳ​ລັງ​ເວົ້າ​ລົມ​ກັນ.

ຊູ​ຊາ​ປະ​ຫລາດ​ໃຈ​ຫລາຍ ຂະ​ນະ​ທີ່​ນາງ​ອ່ານ​ພາບ​ນິ​ມິດ​ຂອງ​ປະ​ທານ​ສະ​ມິດ. ປະ​ທານ​ສະ​ມິດ​ໄດ້​ຍິ້ມ​ໃຫ້​ນາງ. “ຊູ​ຊາ,” ເພິ່ນ​ໄດ້​ເວົ້າ, “ເຈົ້າ​ກຳ​ລັງ​ເຮັດ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່.” ເພິ່ນ​ໄດ້​ບອກ​ນາງ​ວ່າ ເພິ່ນ​ຮັກ​ນາງ ເພາະ​ສັດ​ທາ​ຂອງ​ນາງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

Saints, 3:206

ຊູ​ຊາ​ກຳ​ລັງ​ນັ່ງ​ຢູ່​ໃກ້​ພຣະ​ວິ​ຫານ​ເຊົາ​ເລັກ.

ຊູ​ຊາ​ໄດ້​ຂຽນ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ນາງ. “ໂອ, ມັນ​ເປັນ​ການ​ປອບ​ໂຍນ​ສຳ​ລັບ​ຂ້ອຍ!” ນາງ​ເວົ້າ. ນາງ​ອົດ​ໃຈ​ບໍ່​ໄດ້​ທີ່​ຈະ​ບອກ​ໝູ່​ເພື່ອນ​ຂອງ​ນາງ ແລະ ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ເລື່ອງ​ນີ້. ນາງ​ຮູ້​ວ່າພາບ​ນິ​ມິດ​ຂອງ​ປະ​ທານ​ສະ​ມິດ​ຈະ​ຊ່ວຍ​ໄພ່​ພົນ​ໃຫ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ວຽກ​ງານ​ພຣະ​ວິ​ຫານ ເພື່ອ​ຜູ້​ຄົນ​ຢູ່​ໃນ​ໂລກ​ວິນ​ຍານ.

Saints, 3:207