ເລື່ອງ​ພຣະ​ຄຳ​ພີ
ພາ​ລີ​ຂໍ​ການ​ໃຫ້​ອະ​ໄພ


“ພາ​ລີ​ຂໍ​ການ​ໃຫ້​ອະ​ໄພ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ (2024)

“ພາ​ລີ​ຂໍ​ການ​ໃຫ້​ອະ​ໄພ,” ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ

ເດືອນ​ມັງ​ກອນ–ເດືອນ​ກໍ​ລະ​ກົດ 1837

ພາ​ລີ​ຂໍ​ການ​ໃຫ້​ອະ​ໄພ

ປະ​ຈັກ​ພະ​ຍານ​ຂອງ​ເພື່ອນ​ສ້າງ​ສັດ​ທາ​ຂອງ​ລາວ

ແຕ້ງ​ຟູນ ແລະ ພາ​ລີ ພະ​ແຣັດ ກຳ​ລັງ​ອູ້ມ​ລູກ​ນ້ອຍ​ເກີດ​ໃໝ່​ຂອງ​ເຂົາ​ເຈົ້າ.

ເມື່ອ​ເຖິງ​ເວ​ລາ​ທີ່​ແຕ້ງ​ຟູນ ແລະ ພາ​ລີ ພະ​ແຣັດ ຈະ​ຄອດ​ລູກ, ເຂົາ​ເຈົ້າ​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່​ໃນ​ປະ​ເທດ​ກາ​ນາ​ດາ. ເຂົາ​ເຈົ້າ​ມີ​ລູກ​ຊາຍ​ທີ່​ແຂງ​ແຮງ​ສົມ​ບູນ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້.

Saints, 1:270

ພາ​ລີ​ກຳ​ລັງ​ອູ້ມ​ລູກ​ນ້ອຍ​ທີ່​ຫລຸມ​ສົບ​ຂອງ​ແຕ້ງ​ຟູນ.

ໜ້າ​ເສົ້າ​ທີ່, ແຕ້ງ​ຟູນ​ໄດ້​ເສຍ​ຊີ​ວິດ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ຄອດ​ລູກ. ພາ​ລີ​ຮູ້​ວ່າ​ລາວ​ຈະ​ບໍ່​ສາ​ມາດ​ດູ​ແລ​ລູກ​ນ້ອຍ​ໄດ້​ຫາກ​ບໍ່​ມີ​ນາງ. ລາວ​ໄດ້​ຂໍ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ເຄີດ​ແລນ​ດູ​ແລ​ລູກ​ນ້ອຍ​ໃນ​ຂະ​ນະ​ທີ່​ລາວ​ກັບ​ໄປ​ປະ​ເທດ​ກາ​ນາ​ດາ​ເພື່ອ​ສືບ​ຕໍ່​ເຮັດ​ວຽກ​ງານ​ເຜີຍ​ແຜ່​ໃຫ້​ສຳ​ເລັດ.

Saints, 1:270

ໂຈ​ເຊັບ ສະ​ມິດ ກຳ​ລັງ​ເວົ້າ​ກັບ​ຜູ້​ຄົນ​ກ່ຽວ​ກັບ​ທະ​ນາ​ຄານ​ໃໝ່.

ໃນ​ເມືອງ​ເຄີດ​ແລນ, ໂຈ​ເຊັບ ສະ​ມິດ ໄດ້​ກໍ່​ຕັ້ງ​ທະ​ນາ​ຄານ​ຂຶ້ນ ເພື່ອ​ລະ​ດົມ​ເງິນ​ສຳ​ລັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ອະ​ນຸ​ຍາດ​ໃຫ້​ທະ​ນາ​ຄານ​ໃຊ້​ເງິນ​ຂອງ​ເຂົາ​ເຈົ້າ​ເພື່ອ​ໃຫ້​ຄົນ​ອື່ນ​ຢືມ​ໄດ້. ແຕ່, ດ້ວຍ​ເຫດ​ຜົນ​ຫລາຍ​ຢ່າງ, ທະ​ນາ​ຄານ​ບໍ່​ມີ​ເງິນ​ພຽງ​ພໍ ແລະ ຕ້ອງ​ໄດ້​ປິດ. ທະ​ນາ​ຄານ​ອື່ນໆ​ໃນ​ສະ​ຫະ​ລັດ​ກໍ​ລົ້ມ​ເຫລວ​ເຊັ່ນ​ກັນ.

Saints, 1:260–61, 264–68

ໄພ່​ພົນ​ກຳ​ລັງ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ທະ​ນາ​ຄານ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດ​ແລນ.

ຊີ​ວິດ​ເລີ່ມ​ຍາກ​ລຳ​ບາກ​ສຳ​ລັບ​ໄພ່​ພົນ. ບາງ​ຄົນ​ຕົກ​ງານ ແລະ ບັດ​ນີ້​ບໍ່​ມີ​ເງິນ​ພຽງ​ພໍ​ທີ່​ຈະ​ຊື້​ອາ​ຫານ ຫລື ເສື້ອ​ຜ້າ. ບາງ​ຄົນ​ໄດ້​ຄຽດ​ແຄ້ນ​ໃຫ້​ໂຈ​ເຊັບ, ແມ່ນ​ແຕ່​ໝູ່​ເພື່ອນ​ທີ່​ສະ​ໜິດ​ຂອງ​ເພິ່ນ. ພວກ​ເຂົາ​ຄິດ​ວ່າ​ໂຈ​ເຊັບ​ບໍ່​ແມ່ນ​ສາດ​ສະ​ດາ​ທີ່​ແທ້​ຈິງ ເພາະ​ທະ​ນາ​ຄານ​ລົ້ມ​ເຫລວ.

Saints, 1:264–68, 272275

ພາ​ລີ​ກຳ​ລັງ​ອູ້ມ​ລູກ​ນ້ອຍ​ຂອງ​ລາວ.

ຂະ​ນະ​ທີ່​ເລື່ອງ​ນີ້​ກຳ​ລັງ​ເກີດ​ຂຶ້ນ, ພາ​ລີ​ໄດ້​ກັບ​ມາ​ບ້ານ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ. ບັນ​ຫາ​ຢູ່​ທີ່​ທະ​ນາ​ຄານ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ພາ​ລີ​ລຳ​ບາກ​ເຊັ່ນ​ກັນ. ລາວ​ບໍ່​ມີ​ເງິນ​ພໍ​ທີ່​ຈະ​ຈ່າຍ​ຄ່າ​ບ້ານ​ຂອງ​ລາວ, ແລະ ບໍ່​ມີ​ບ່ອນ​ຢູ່​ອາ​ໄສ.

Saints, 1:270–71

ພາ​ລີ​ກຳ​ລັງ​ຂຽນ​ຈົດ​ໝາຍ​ເຖິງ​ໂຈ​ເຊັບ.

ບັດ​ນີ້​ພາ​ລີ​ກໍ​ຄຽດ​ແຄ້ນ​ໃຫ້​ໂຈ​ເຊັບ​ຄື​ກັນ. ລາວ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ໂຈ​ເຊັບ. ລາວ​ໄດ້​ບອກ​ໂຈ​ເຊັບ​ວ່າ ລາວ​ຍັງ​ເຊື່ອ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຢູ່. ແຕ່​ລາວ​ກໍ​ຍັງ​ໄດ້​ເວົ້າ​ຈາ​ບໍ່​ດີ​ກ່ຽວ​ກັບ​ສາດ​ສະ​ດາ​ນຳ​ອີກ. ລາວ​ໄດ້​ບອກ​ໂຈ​ເຊັບ​ວ່າ ລາວ​ຄິດ​ຜິດ​ທີ່​ເລີ່ມ​ທະ​ນາ​ຄານ​ຕັ້ງ​ແຕ່​ແລກ.

Saints, 1:271

ພາ​ລີ​ກຳ​ລັງ​ທັກ​ທາຍ​ໝູ່​ເພື່ອນ​ຈາກ​ປະ​ເທດ​ກາ​ນາ​ດາ.

ຕໍ່​ມາ, ໝູ່​ເພື່ອນ​ບາງ​ຄົນ​ຂອງ​ພາ​ລີ​ຈາກ​ປະ​ເທດ​ກາ​ນາ​ດາ​ໄດ້​ມາ​ເມືອງ​ເຄີດ​ແລນ. ພາ​ລີ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ກໍ​ດີ​ໃຈ​ທີ່​ໄດ້​ເຫັນ​ລາວ​ອີກ.

Saints, 1:279–80

ໝູ່​ເພື່ອນ​ຂອງ​ພາ​ລີ​ກຳ​ລັງ​ສັງ​ເກດ​ຂະ​ນະ​ທີ່​ພາ​ລີ ແລະ ຄົນ​ອື່ນໆ​ໂຕ້​ຖຽງ​ກັບ​ໂຈ​ເຊັບ.

ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະ​ຫລາດ​ໃຈ​ທີ່​ພາ​ລີ ແລະ ຄົນ​ອື່ນໆ​ຫລາຍ​ຄົນ​ສູນ​ເສຍ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ທີ່​ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ.

Saints, 1:279–80

ພາ​ລີ​ກຳ​ລັງ​ເວົ້າ​ກັບ​ຈອນ ເທ​ເລີ.

ເພື່ອນ​ຄົນ​ໜຶ່ງ​ຂອງ​ພາ​ລີ​ຈາກ​ປະ​ເທດ​ກາ​ນາ​ດາ​ແມ່ນ​ຈອນ ເທ​ເລີ. ເມື່ອ​ພາ​ລີ​ໄດ້​ເຫັນ​ລາວ, ລາວ​ບອກ​ຈອນ​ວ່າ ລາວ​ຄຽດ​ແຄ້ນ​ໃຫ້​ໂຈ​ເຊັບ ສະ​ມິດ ຫລາຍ​ຂະ​ໜາດ​ໃດ. ລາວ​ບອກ​ຈອນ​ບໍ່​ໃຫ້​ຕິດ​ຕາມ​ໂຈ​ເຊັບ​ອີກ​ຕໍ່​ໄປ.

Saints, 1:280

ຈອນ​ກຳ​ລັງ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ລາວ​ກັບ​ພາ​ລີ.

ຈອນ​ໄດ້​ເຕືອນ​ພາ​ລີ​ວ່າ ຕອນ​ເຂົາ​ເຈົ້າ​ຢູ່​ທີ່​ປະ​ເທດ​ກາ​ນາ​ດາ, ພາ​ລີ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ທີ່​ແທ້​ຈິງ. “ຕອນ​ນີ້​ຂ້ອຍ​ມີ​ປະ​ຈັກ​ພະ​ຍານ​ດຽວ​ກັນ,” ຈອນ​ໄດ້​ເວົ້າ. “ຖ້າ​ຫາກ​ວຽກ​ງານ​ນີ້​ເປັນ​ຄວາມ​ຈິງ​ເມື່ອ​ຫົກ​ເດືອນ​ແລ້ວ​ນີ້, ມັນ​ກໍ​ເປັນ​ຄວາມ​ຈິງ​ໃນ​ມື້​ນີ້. ຖ້າ​ໂຈ​ເຊັບ ສະ​ມິດ ໄດ້​ເປັນ​ສາດ​ສະ​ດາ​ໃນ​ຕອນ​ນັ້ນ, ເພິ່ນ​ກໍ​ເປັນ​ສາດ​ສະ​ດາ​ໃນ​ຕອນ​ນີ້.”

Saints, 1:280

ພາ​ລີ​ກຳ​ລັງ​ສັງ​ເກດ​ເບິ່ງ​ໂຈ​ເຊັບ ແລະ ຄົນ​ອື່ນໆ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ.

ພາ​ລີ​ຮູ້​ວ່າ​ເພື່ອນ​ຂອງ​ລາວ ຈອນ ເວົ້າ​ຖືກ. ລາວ​ຮູ້​ສຶກ​ເສຍ​ໃຈ​ກ່ຽວ​ກັບ​ຈົດ​ໝາຍ​ຄຽດ​ແຄ້ນ​ທີ່​ລາວ​ໄດ້​ສົ່ງ​ເຖິງ​ໂຈ​ເຊັບ. ລາວ​ຮູ້​ວ່າ​ໂຈ​ເຊັບ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບັນ​ຫາ​ຂອງ​ທະ​ນາ​ຄານ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໂຈ​ເຊັບ​ບໍ່​ໄດ້​ເປັນ​ສາດ​ສະ​ດາ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.

Saints, 1:283

ພາ​ລີ​ກຳ​ລັງ​ຂໍ​ໂທດ​ໂຈ​ເຊັບ.

ພາ​ລີ​ໄດ້​ໄປ​ບ້ານ​ຂອງ​ໂຈ​ເຊັບ. ລາວ​ໄດ້​ບອກ​ໂຈ​ເຊັບ​ວ່າ ລາວ​ເສຍ​ໃຈ​ກັບ​ສິ່ງ​ທີ່​ບໍ່​ດີ​ທີ່​ລາວ​ໄດ້​ເວົ້າ​ໄປ. ໂຈ​ເຊັບ​ໄດ້​ໃຫ້​ອະ​ໄພ​ພາ​ລີ, ໄດ້​ອະ​ທິ​ຖານ​ກັບ​ລາວ, ແລະ ໄດ້​ໃຫ້​ພອນ​ແກ່​ລາວ. ພາ​ລີ​ໄດ້​ຮັບ​ໃຊ້​ວຽກ​ງານ​ເຜີຍ​ແຜ່​ຕື່ມ​ອີກ​ຫລາຍ​ເທື່ອ ແລະ ບອກ​ຜູ້​ຄົນ​ທົ່ວ​ໂລກ​ວ່າ ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:7–11; Saints, 1:283