“ເຈນ ແມນນິງ ເດີນທາງໄປເມືອງນາວູ,” ເລື່ອງຄຳສອນ ແລະ ພັນທະສັນຍາ (2024)
“ເຈນ ແມນນິງ ເດີນທາງໄປເມືອງນາວູ,” ເລື່ອງຄຳສອນ ແລະ ພັນທະສັນຍາ
1841–1843
ເຈນ ແມນນິງ ເດີນທາງໄປເມືອງນາວູ
ການເດີນໄປດ້ວຍສັດທາໃນພຣະຜູ້ເປັນເຈົ້າ
ເຈນ ແມນນິງ ແລະ ຄອບຄົວຂອງລາວໄດ້ອາໄສຢູ່ໃນບ່ອນທີ່ບາງຄົນບໍ່ມັກເຂົາເຈົ້າ ແລະ ປະຕິບັດຕໍ່ເຂົາເຈົ້າບໍ່ດີ ເພາະສີຜິວຂອງເຂົາເຈົ້າ. ມື້ໜຶ່ງ, ເຈນໄດ້ຍິນຜູ້ສອນສາດສະໜາກຳລັງສິດສອນ. ລາວຮູ້ວ່າຂ່າວສານຂອງເພິ່ນເປັນຄວາມຈິງ. ວັນອາທິດຕໍ່ມາ, ລາວໄດ້ຮັບບັບຕິສະມາ.
Saints, 1:500–501
ຄອບຄົວຂອງເຈນໄດ້ເຂົ້າຮ່ວມສາດສະໜາຈັກເຊັ່ນກັນ. ພຣະຜູ້ເປັນເຈົ້າຕ້ອງການໃຫ້ໄພ່ພົນເຕົ້າໂຮມກັນໃນເມືອງນາວູ. ເຈນຮັກພຣະຜູ້ເປັນເຈົ້າ. ລາວ ແລະ ຄອບຄົວຂອງລາວຢາກຢູ່ກັບໄພ່ພົນຄົນອື່ນໆ. ສະນັ້ນເຂົາເຈົ້າຈຶ່ງໄດ້ເລີ່ມເດີນທາງໄປເມືອງນາວູ.
ຄຳສອນ ແລະ ພັນທະສັນຍາ 124:25; Saints, 1:501
ໃນຊ່ວງໜຶ່ງຂອງການເດີນທາງຂອງເຂົາເຈົ້າ, ເຂົາເຈົ້າໄດ້ເດີນທາງໂດຍເຮືອ. ຄົນສ່ວນໃຫຍ່ຢູ່ໃນເຮືອສາມາດຈ່າຍຄ່າເດີນທາງໄດ້ ເມື່ອໄປເຖິງປາຍທາງ. ແຕ່ຜູ້ຊາຍບາງຄົນໄດ້ບອກໃຫ້ຄອບຄົວຂອງເຈນຈ່າຍໃນຕົ້ນທາງ. ເຂົາເຈົ້າບໍ່ມີເງິນພໍ. ພວກຜູ້ຊາຍໄດ້ບັງຄັບໃຫ້ເຂົາເຈົ້າລົງຈາກເຮືອ, ແລະ ເຮືອກໍອອກເດີນທາງໂດຍບໍ່ມີເຂົາເຈົ້າ.
Saints, 1:501
ຄອບຄົວຂອງເຈນຕ້ອງເດີນທາງອີກ 800 ໄມ, ຫລື 1,300 ກິໂລແມັດ. ເຂົາເຈົ້າຕ້ອງໄດ້ຂ້າມຫ້ວຍເລິກທີ່ບໍ່ມີຂົວ. ເຂົາເຈົ້າຕ້ອງນອນຢູ່ຂ້າງນອກ. ອາກາດມັກຈະໜາວຫລາຍ. ແຕ່ຄອບຄົວຂອງເຈນຍັງຕັ້ງໃຈທີ່ຈະໄປໃຫ້ເຖິງເມືອງນາວູຢູ່. ເຂົາເຈົ້າໄດ້ເຊຍຕົວເອງ ໂດຍການຮ້ອງເພງຂະນະທີ່ຍ່າງໄປ.
Saints, 1:501, 505–6
ເຈນ ແລະ ຄອບຄົວຂອງລາວໄດ້ຍ່າງ ແລະ ຍ່າງ ຈົນເກີບຂາດ ແລະ ຕີນເຈັບປວດ. ແຕ່ເມື່ອເຂົາເຈົ້າໄດ້ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ, ພຣະອົງໄດ້ປິ່ນປົວຕີນຂອງເຂົາເຈົ້າ.
Saints, 1:505
ເຂົາເຈົ້າໄດ້ຊ່ວຍຜູ້ຄົນທີ່ເຂົາເຈົ້າພົບເຫັນລະຫວ່າງການເດີນທາງ. ເຂົາເຈົ້າຍັງໄດ້ຊ່ວຍປິ່ນປົວເດັກຄົນໜຶ່ງທີ່ເຈັບປ່ວຍນຳອີກ ເພາະສັດທາຂອງເຂົາເຈົ້າ.
Saints, 1:505–6
ໃນທີ່ສຸດ, ເຈນ ແລະ ຄອບຄົວຂອງລາວກໍໄດ້ໄປເຖິງເມືອງນາວູ! ເຂົາເຈົ້າເມື່ອຍ ແລະ ຕ້ອງການບ່ອນພັກອາໄສ. ສະນັ້ນເຂົາເຈົ້າຈຶ່ງໄດ້ໄປເຮືອນຂອງເອມມາ ແລະ ໂຈເຊັບ. ເມື່ອໂຈເຊັບໄດ້ຍິນເລື່ອງລາວທັງໝົດທີ່ເຂົາເຈົ້າໄດ້ຜ່ານຜ່າ, ເພິ່ນກໍບອກເຈນວ່າ, “ຂໍພຣະເຈົ້າອວຍພອນ. ຕອນນີ້ເຈົ້າຢູ່ທ່າມກາງໝູ່ເພື່ອນແລ້ວ.” ໂຈເຊັບ ແລະ ເອມມາໄດ້ເຊື້ອເຊີນເຈນໃຫ້ອາໄສຢູ່ກັບພວກເພິ່ນ.
Saints, 1:506